ອາຫານການກິນ

ເຂົ້າປຸ້ນຫອຍ ຮ່າໂນ້ຍ

ແຕ່ໃດໆ ມາ, ເຂົ້າປຸ້ນຫອຍ ໄດ້ກາຍເປັນ ລາຍການອາຫານ ທີ່ບໍ່ ຄວນພາດ ຂອງ ນັກທ່ອງທ່ຽວຫຼາຍຄົນ ເມື່ອມີໂອກາດ ມາຢ້ຽມ ຢາມ ນະຄອນຫຼວງ ຮ່າໂນ້ຍ. ເມື່ອຮັບປະທານລາຍການ ອາຫານ ນີ້, ນັກຊິມສາມາດ ຮູ້ສຶກໄດ້ ລົດຊາດ ທີ່ຫອມຫວານ ເປັນພິເສດ ຂອງ ນຳ້ແກງຫອຍ ກັບໝາກເລັ່ນ, ພ້ອມກັບຄວາມໜຽວ, ກອບ ຂອງຫອຍ. 
ເຂົ້າປຸ້ນຫອຍ ໄດ້ກາຍເປັນ ລາຍການອາຫານທີ່ສະໜິດຕິດພັນ ກັບ ວັດທະນະທຳ ອາຫານການກິນ ຂອງ ຊາວ ຮ່າໂນ້ຍ. ບໍ່ແມ່ນ ໂດຍບັງເອີນ, ລາຍການອາຫານ ເຂົ້າປຸ້ນຫອຍ ໄດ້ປະກົດ ຫຼາຍຄັ້ງ ຢູ່ເທິງ CNN (ຊ່ອງໂທລະພາບທີ່ມີຊື່ສຽງ ຂອງ ສ ອາເມລິກາ). ສຳລັບທ່ານ Anthony Bourdain ພໍ່ຄົວທີ່ມີ ຊື່ສຽງ ລະດັບໂລກ ເມື່ອ ຍັງມີຊີວິດ ມີຫຼາຍຄັ້ງ ໄດ້ໃຫ້ຄຳຍ້ອງ ຕໍ່ລາຍການ ອາຫານ ເຂົ້າ ປຸ້ນຫອຍ ທີ່ແຊບ ໃນບັນຍາກາດຢູ່ ແຄມທາງ ຂອງ ຮ່າໂນ້ຍ ໃນບັນດາລາຍການ ກ່ຽວກັບ ສິລະປະອາຫານການກິນ. 




ເຄື່ອງປຸງ ສຳລັບ ການປຸງແຕ່ງລາຍກາຍອາຫານ ເຂົ້າປຸ້ນຫອຍ ລວມ ມີເຂົ້າປຸ້ນ, ຫອຍ, ນຳ້ສົ້ມ “ບົ໊ງ” (ເຮັດມາຈາກເຂົ້າສານ), ເຕົ້າຮູ້, ໝາກເລັ່ນ, ຜັກບົ່ວ, ຜັກຫອມທຸກຊະນິດ... ຊຶ່ງໃນນັ້ນ ເຄື່ອງປຸງ ພິເສດ ທີ່ຂາດບໍ່ໄດ້ ແມ່ນ ນຳ້ສົ້ມ “ບົ໊ງ” ຍ້ອນເປັນປະ ເພດເຄື່ອງເທດ ທີ່ສ້າງຄວາມຫອມແຊບ ທີ່ເປັນເອກະລັກ ຂອງ ລາຍການອາ ຫານເຂົ້າປຸ້ນຫອຍ ຮ່າໂນ້ຍ. 

ທີ່ຢູ່ບັນດາຮ້ານຂາຍເຂົ້າປຸ້ນຫອຍ ທີ່ແຊບຢູ່ ຮ່າໂນ້ຍ :

1- ເຂົ້າປຸ້ນ ຫອຍ ແມ່ເຖົ້າ ເລືອງ: ເຮືອນເລກທີ 34 – 64, ຮ່ອມ ນ້ອຍ 191,
ຖະໜົນ ເຄືອງເຖື້ອງ, ເມືອງ ໂດ໋ງດາ, ຮ່າໂນ້ຍ.
ເວລາເປີດຮ້ານ: 07ໂມງ - 21ໂມງ

2- ເຂົ້າປຸ້ນຫອຍ ນາງ ລານ: ເຮືອນເລກທີ 26, ຮ່ອມນ້ອຍ 139,
ຖະໜົນ ເຄືອງເຖື້ອງ, ເມືອງ ໂດ໋ງດາ, ຮ່າໂນ້ຍ.
ເວລາເປີດຮ້ານ: ຂາຍສະເພາະຕອນເຊົ້າ

3- ເຂົ້າປຸ້ນ ຫອຍ ນາງ ແບ໋ວ: ເຮືອນເລກທີ 2,
ຖະໜົນ ແຮ່ວຍາຍ, ເມືອງ ບາດິ່ງ, ຮ່າໂນ້ຍ.
ເວລາເປີດຮ້ານ: 06ໂມງ - 09ໂມງ

4- ເຂົ້າປຸ້ນ ຫອຍ ນາງ ເທີມ: ເຮືອນເລກທີ 6,
ຖະໜົນ ຮ່າງຈາຍ, ເມືອງ ຮວ່ານກ໋ຽມ, ຮ່າໂນ້ຍ.
ເວລາເປີດຮ້ານ: 06ໂມງ - 12ໂມງ

5- ເຂົ້າປຸ້ນ ຫອຍ ຮ່ວາຫຍ໊າ: ເຮືອນເລກທີ 49,
ຖະໜົນ ຝູໄຕໂຮ່, ເມືອງ ໄຕໂຮ່, ຮ່າໂນ້ຍ.
ເວລາເປີດຮ້ານ: 08ໂມງ- 22ໂມງ

 
 
ປະຕິບັດ: ແທງຢາງ

top