ຂ່າວສານ

ເຂົ້າຈີ່ຫວຽດນາມ ມອບໃຫ້ບັນດາທ່ານໝໍພວມເຮັດວຽກງານປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ຢູ່ອິນໂດເນເຊຍ

      ມີເຂົ້າຈີ່ກວ່າ 1.000 ກ້ອນຂອງຫວຽດນາມ ໃນລາຍການ ຄວາມຮັກຂອງພວກຂ້າພະເຈົ້າທີ່ສະຫງວນໃຫ້ພວກເພື່ອນ

(ມອບເຂົ້າຈີ່ຫວຽດນາມ ໃຫ້ຖັນແຖວແພດໝໍ)
      ມີເຂົ້າຈີ່ກວ່າ 1.000 ກ້ອນຂອງຫວຽດນາມ ໃນລາຍການ “ຄວາມຮັກຂອງພວກຂ້າພະເຈົ້າທີ່ສະຫງວນໃຫ້ພວກເພື່ອນ” (Our love for you) ໂດຍບໍລິສັດ Yeu Saigon Group ຢູ່ຈາກາຕາ, ປະເທດອິນໂດເນເຊຍ, ໄດ້ຖືກສົ່ງໄປຍັງບັນດາໂຮງໝໍທີ່ໄດ້ຮັບໜ້າທີ່ປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ຢູ່ຈາກາຕາ, ເພື່ອມອບໃຫ້ຖັນແຖວແພດໝໍ, ບັນດາຜູ້ຢູ່ແນວໜ້າໃນການຕໍ່ສູ້ຕ້ານໂລກລະບາດທົ່ວປະເທດຢູ່ອິນໂດເນເຊຍ. ທ່ານນາງ ເລທິຕວ໊ຽດມາຍ, ຫົວໜ້າບໍລິສັດ Yeu Saigon Group, ແບ່ງປັນວ່າ.
        “ພວກຂ້າພະເຈົ້າສະແດງຄວາມຕື້ນຕັນໃຈ ແລະ ລະດົມກຳລັງໃຈມາຍັງບັນດາແພດໝໍທີ່ພວມເຮັດວຽກຢູ່ໂຮງໝໍ. ແລະ ພວກຂ້າພະເຈົ້າຢາກຮ່ວມແຮງຮ່ວມໃຈປະກອບສ່ວນໃຫ້ແກ່ປະເທດປະຈຳຖິ່ນ, ເຊິ່ງກໍ່ແມ່ນບ້ານເກີດເມືອງນອນແຫ່ງທີ 2 ຂອງພວກຂ້າພະເຈົ້າ, ຜ່ານຜ່າໂລກລະບາດໂດຍໄວ. ເປັນຫຍັງບໍລິສັດ Yeu Saigon Group ເລືອກເຂົ້າຈີ່ຫວຽດນາມ ເພື່ອນຳໄປມອບໃຫ້ບັນດາແພດໝໍພວມເຮັດວຽກຢູ່ທີ່ນີ້ ແມ່ນຍ້ອນມັນແມ່ນອາຫານທີ່ມີຊື່ສຽງຂອງໂລກ ແລະ ພວກເພື່ອນອິນໂດເນເຊຍ ນິຍົມບໍລິໂພກ.”
 (ແຫຼ່ງຄັດຈາກ VOV)


top