ອາຫານການກິນ

ເຂົ້າຈີ່ ຊີ້ນງົວ ຊ໊ອດເຫຼົ້າແວງ

ເມື່ອເອີ່ຍເຖິງສິລະປະອາຫານການກິນ ຂອງ ຮ່າໂນ້ຍ ທ່ານບໍ່ຄວນ ພາດລາຍການອາຫານ ເຂົ້າຈີີ່ ຊີ້້ນງົວ ຊ໊ອດເຫຼົ້າແວງ. 
ແຕ່ໃດໆ ມາ, ຊາວຮ່າໂນ້ຍ ໄດ້ນິຍົມ ລາຍການອາຫານເຂົ້າຈີີ່  ຊີ້້ນງົວ ຊ໊ອດເຫຼົ້າແວງ. ສາມາດພົບເຫັນໄດ້ງ່າຍ ຢູ່ຕາມຄຸ້ມຖະ ໜົນເຊ່ັນ: ດິ່ງງາງ, ຖ໋າຍຖິ້ງ, ຕ້າຫ້ຽນ, ເຈິນເກີ່ມ... ມີລູກຄ້າ ເປັນ ຈຳນວນຫຼາຍ ນັ່ງຢູ່ຕາມໂຕະ ແລະ ຕັ່ງ ຕາມແຄມຖະໜົນ ເພື່ອຊີມ ລົດຊາດ ທີ່ເປັນເອກະລັກ ຂອງລາຍການອາຫານ ດັ່ງກ່າວ.

ຖ້າບໍ່ມັກຮັບປະທານຢູ່ຮ້ານອາຫານ, ລາຍການອາຫານນີ້ ກໍສາ ມາດ ປຸງແຕ່ງຢູ່ ໃນຄອບຄົວ ດ້ວຍຕົນເອງ. 


ລາຍການອາຫານ ເຂົ້າຈີ່  ຊີ້ນງົວ ຊ໊ອດເຫຼົ້າແວງ ຢູ່ຮ້ານອາຫານ ເຂົ້າຈີ່ ເຈິມ ຢູ່ ເລກທີ 252 ຖະໜົນ ຮ່າງບົງ, ເມືອງ ຮວ່ານກ໋ຽມ, ຮ່າໂນ້ຍ. ພາບ: ແຄ໋ງລອງ

ຈຸດເດັ່ນ ຂອງ ລາຍການອາຫານນີ້ແມ່ນ ຊີ້ນງົວ ຕົ້ມກັບເຫຼົ້າແວງ. ເພື່ອໃຫ້ມີລາຍການອາຫານ ເຂົ້າຈີີ່  ຊີ້້ນງົວ ຊ໊ອດເຫຼົ້າແວງ ທີ່ແຊບ, ຜູ້ປຸງແຕ່ງຕ້ອງເລືອກຊີ້ນງົວ ປະເພດມີ ເອັນ ແລະ ຕົ້ມຊີ້ນບໍ່ ໃຫ້ ເປື່ອຍຈົນເກີນໄປ. ນໍ້າຊ໊ອດ ມີກິ່ນຫອມ ຂອງ ເຄື່ອງປຸງລົດ 5 ຊະ ນິດ ມີສີນໍ້າຕານເຂັ້ມ ທ່ີຈັບຕາ ຈັບໃຈ. ປະສານເຂົ້າໃນຖ້ວຍ ຊີ້ນ ງົວ ຊ໊ອດເຫຼົ້າແວງ ແມ່ນບັນດາປ່ຽງມັນຝຣັ່ງ, ຫົວກາຣົດ ພ້ອມກັບ ຜັກຫອມ ເພື່ອໃຫ້ມີລົດຊາດ ຊຶ່ງເຮັດໃຫ້ລາຍການອາຫານ ເຂົ້າຈີ່ ຊີ້ນງົວ ຊ໊ອດເຫຼົ້າແວງ ມີຄວາມຫອມແຊບຍິ່ງຂຶ້ນ.

ໃນຊຸມມື້ຕົ້ນລະດູໜາວ, ຖ້າມີເວລາ ຍ່າງຫຼິ້ນອ້ອມ ຮ່າໂນ້ຍ ແລະ ຮັບປະທານລາຍການອາຫານ ເຂົ້າຈີ່ ຊີ້ນງົວຊ໊ອດເຫຼົ້າແວງ ທີ່ຫາ ກໍປຸງສໍາເລັດ ສົ່ງກິ່ນຫອມກະຈາຍ ດ້ວຍລົດຊາດຫອມແຊບ ຈະ ເຮັດໃຫ້ຜູ້ຮັບປະທານຮູ້ສຶກລືມຄວາມໜາວເຢັນ ຂອງ ອາກາດ.


ທີ່ຢູ່ຮ້ານອາຫານ:
- ເຂົ້າຈີ່ ເຈິມ: ເລກທີ 30 ຖະໜົນ ດິ່ງງາງ, ເມືອງ ຮວ່ານກ໋ຽມ
- ເຂົ້າຈີ່ ຊີ້ນງົວຊ໊ອດເຫຼົ້າແວງ ຫາວຫາວ: ເລກທີ 1B, ຖະໜົນ ເຈິນເກີ່ມ, ເມືອງ ຮວ່ານກ໋ຽມ
- ເຂົ້າຈ່ີ ນາງ ງາ: ເລກທີ 3, ຖະໜົນ ຕ້າຫ້ຽນ, ເມືອງ ຮວ່ານກ໋ຽມ
- ເຂົ້າຈີ່ ຮ້ຽວລຶກ: ເລກທີ 326 ຖະໜົນ ບ່າຈ້ຽວ, ເມືອງ ຮາຍບ່າຈຶງ.

ບົດ: ເງິນຮ່າ-ພາບ: ແຄ໋ງລອງ


top