ທ່ານເອກອັກຄະລັດຖະທູດ ລາຊະອານາຈັກ ໂມຣົກໂກ, ຮອງຫົວໜ້າຄະນະທູຕານຸທູດ ຢູ່ ຫວຽດນາມໄດ້ຕີລາຄາສູງ ຂໍ້ລິເລີ່ມຈັດຂຶ້ນລາຍການ ເພື່ອແນະນຳບັນດາເຂດມໍລະດົກປະຫວັດສາດ ແລະ ວັດທະນະທຳ ຫວຽດນາມໄປຍັງເພື່ອນມິດສາກົນ.
ບັນດາຜູ້ແທນເຂົ້າຮ່ວມ ລາຍການ (ພາບ: TTXVN)
ດ້ວຍຜູ້ແທນເກືອບ 400 ຄົນລວມມີເອກອັກຄະລັດຖະທູດ ພ້ອມກັນພັນລະຍາ, ສາມີ ແລະ ພະນັກງານການທູດຢູ່ບັນດາສະຖານທູດ; ຜູ້ແທນບັນດາອົງການຈັດຕັ້ງສາກົນ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດປະຈຳ ຫວຽດນາມ ແລະ ຜູ້ຕາງໜ້າບັນດາກະຊວງ, ຂະແຫນງການ ໄດ້ເຂົ້າຮ່ວມລາຍການທ່ອງທ່ຽວມິດຕະພາບ ຍາມລະດູບານໃໝ່ ປີ 2025 ຢູ່ເຂດປູຊະນິຍະສະຖານລະດັບຊາດພິເສດວິຫານ ຮາຍບ່າຈຶງ (ເມືອງເມລິງ, ຮ່າໂນ້ຍ) ໃນວັນທີ 01 ມີນາ.
ນີ້ແມ່ນການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳປະຈຳປີໂດຍ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນຮ່າໂນ້ຍ ສົມທົບກັບບັນດາຫົວໜ່າຍທີ່ກ່ຽວຂ້ອງຈັດຂຶ້ນ. ໃນລາຍການ, ບັນດາຜູ້ແທນໄດ້ເຂົ້າຮ່ວມພິທີກຳຖະຫວາຍທູບທຽນ, ຢ້ຽມຊົມເຂດປູຊະນິຍະສະຖານ, ທົດລອງເຮັດເຂົ້າໜົມຢໍ… ຈຸດພົ້ນເດັ່ນຂອງເຫດການແມ່ນລາຍການພົບປະແລກປ່ຽນມິດຕະພາບລະຫວ່າງຄະນະຜູ້ແທນສາກົນ ກັບບັນດາຜູ້ແທນສູນກາງ, ນະຄອນ ຮ່າໂນ້ຍ, ດ້ວຍບັນດາລາຍການສະແດງສິລະປະ, ບັນດາເຍື່ອງອາຫານທີ່ເປັນມູນເຊື້ອເປັນເອກະລັກສະເພາະ, ເຂັ້ມຂຸ້ມໄປດ້ວຍສີສັນວັດທະນະທຳ ຫວຽດນາມ.
ໂດຍຕາງໜ້າບັນດາຜູ້ແທນສາກົນ, ທ່ານເອກອັກຄະລັດຖະທູດ ລາຊະອານາຈັກ ໂມຣົກໂກ, ຮອງຫົວໜ້າຄະນະທູຕານຸທູດ ຢູ່ ຫວຽດນາມໄດ້ຕີລາຄາສູງ ຂໍ້ລິເລີ່ມຈັດຂຶ້ນລາຍການ ເພື່ອແນະນຳບັນດາເຂດມໍລະດົກປະຫວັດສາດ ແລະ ວັດທະນະທຳ ຫວຽດນາມໄປຍັງເພື່ອນມິດສາກົນ, ຜ່ານນັ້ນ, ປະກອບສວ່ນເພີ່ມທະວີການພົວພັນມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ, ພິເສດແມ່ນຊາວ ນະຄອນຫຼວງ ຮ່າໂນ້ຍກັບປະຊາຄົມສາກົນ.