ຂ່າວສານ

ເຂດ​ພູ​ສູງ​ເຊີນ​ລາ ກຽມ​ພ້ອມ​ໃຫ້​ແກ່​ວັນ​ເລືອກ​ຕັ້ງ

ຢູ່ບັນດາທ້ອງຖິ່ນຂອງແຂວງເຊີນລາ, ມາຮອດປັດຈຸບັນ, ວຽກງານແຈກຢາຍບັດຜູ້ມີສິດເລືອກຕັ້ງໄດ້ຜັນຂະຫຍາຍຢ່າງສຳເລັດຜົນ ເຊິ່ງຊ່ວຍໃຫ້ຜູ້ມີສິດເລືອກຕັ້ງກຳໄດ້ວັນເວລາ, ສະຖານທີ່ປ່ອນບັດເລືອກຕັ້ງ.
  ແຕ່ຈຸດໃຈກາງຕະຫຼອດຮອດບັນດາໝູ່ບ້ານເຂດພູສູງຢູ່ເຊີນລາ ລ້ວນແຕ່ມີບັນຍາກາດຢ່າງຟົດຟື້ນເພື່ອມຸ່ງໄປເຖິງວັນບຸນເລືອກຕັ້ງ (ພາບ: VOV)  

ຢູ່ແຂວງເຂດພູສູງເຊີນລາ, ວຽກງານກະກຽມໃຫ້ແກ່ວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ພວມໄດ້ປະຕິບັດໃຫ້ສຳເລັດຢ່າງຮີບເຮັ່ງ. ເຊີນລວມກຽມພ້ອມຮັບປະກັນທຸກເງື່ອນໄຂດີທີ່ສຸດເພື່ອໃຫ້ຜູ້ມີສິດເລືອກຕັ້ງປະຕິບັດສິດ ແລະ ພັນລະພົນລະເມືອງຂອງຕົນ.

ຢູ່ບັນດາທ້ອງຖິ່ນຂອງແຂວງເຊີນລາ, ມາຮອດປັດຈຸບັນ, ວຽກງານແຈກຢາຍບັດຜູ້ມີສິດເລືອກຕັ້ງໄດ້ຜັນຂະຫຍາຍຢ່າງສຳເລັດຜົນ ເຊິ່ງຊ່ວຍໃຫ້ຜູ້ມີສິດເລືອກຕັ້ງກຳໄດ້ວັນເວລາ, ສະຖານທີ່ປ່ອນບັດເລືອກຕັ້ງ. ຢູ່ບັນດາຫໍວັດທະນະທຳ, ໂຮງຮຽນ - ສະຖານທີ່ປ່ອນບັດເລືອກຕັ້ງ, ບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ຜູ້ສະໝັກຮັບເລືອກຕັ້ງໄດ້ຕິດປະກາດຢ່າງເປີດເຜີຍ; ຕູ້ປ່ອນບັດ, ວັດຖຸອຸປະກອນກະກຽມໃຫ້ແກ່ການເລືອກຕັ້ງ ກໍ່ໄດ້ກະກຽມຢ່າງຄົບຖ້ວນ, ບັນດາມາດຕະການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃຫ້ແກ່ວັນເລືອກຕັ້ງກໍ່ໄດ້ສ້າງຂຶ້ນ ແລະ ຜັນຂະຫຍາຍຢ່າງຄົບຊຸດ. ທ່ານຮ່ວາງວັນທວຽນ, ຮອງເລຂາຄະນະພັກ, ປະທານຄະນະກຳມະການປະຊາຊົນ ຕາແສງ ໂຊງມ້າ, ຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາປະຊາຊົນ ໃຫ້ຮູ້ວ່າ:

ໂດຍໄດ້ເຂົ້າຮ່ວມການຮັບສະເໜີເລືອກຕັ້ງຄັ້ງນີ້, ສຳລັບຂ້າພະເຈົ້າແລ້ວແມ່ນຄວາມເປັນກຽດ ແຕ່ວ່ານີ້ກໍ່ແມ່ນສິ່ງທ້າທາຍສຳລັບພະນັກງານ, ສະມາຊິກພັກ, ພ້ອມທັງແມ່ນຄວາມຮັບຜິດຊອບຂອງພົນລະເມືອງ. ເພາະສະນັ້ນ, ເຖິງວ່າໄດ້ຮັບການເລືອກຕັ້ງ ຫຼືບໍ່, ຂ້າພະເຈົ້າກໍ່ຈະພະຍາຍາມ, ອຸທິດສ່ວນ ຈົນສຸດຄວາມສາມາດຂອງຕົນໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາຂອງຕາແສງ ໂຊງມ້າ ກໍ່ຄືແຂວງ ເຊີນລາ ແລະ ປະເທດຊາດ.


top