ໂດຍເຈືອຈານເຂົ້າກັບບັນດາທ້ອງຖິ່ນອື່ນໃນແຂວງ ເລິມດົ່ງ, ເຂດພິເສດ ຝູກຸຍ ພວມຮີບເຮັ່ງຜັນຂະຫຍາຍບັນດາວຽກງານກະກຽມເພື່ອໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ໄດ້ດຳເນີນໄປຢ່າງສຳເລັດຜົນ. ໃນຊຸມວັນນີ້, ຢູ່ເສັ້ນທາງສາຍຕ່າງໆຢູ່ເຂດພິເສດ ຝຸກຸຍ ລ້ວນແຕ່ໄດ້ຮັບການປະດັບປະດາດ້ວຍທຸງຊາດ, ຄຳຂວັນ, ປ້າຍໂຄສະນາໃຫ້ແກ່ວັນເລືອກຕັ້ງ ທີ່ຈະດຳເນີນໃນວັນທີ 15 ມີນາ 2026.
ປະຊາຊົນມາຕິດຕາມຂ່າວກ່ຽວກັບການເລືອກຕັ້ງ (ພາບ: VOV)
ເຈົ້າຂອງເຮືອຫາປາຫຼາຍຄົນຢູ່ເຂດພິເສດ ຝູກຸຍ ໃຫ້ຮູ້ວ່າ ເຖິງວ່າພວມຢູ່ກາງທະເລຈັບຫາປາກໍຕາມ, ແຕ່ບັນດາຂໍ້ມູນທີ່ກ່ຽວຂ້ອງເຖິງການເລືອກຕັ້ງໄດ້ຮັບການໂຄສະນາຢ່າງກວ້າງຂວາງ ແລະ ຊາວປະມົງໄດ້ກຳແໜ້ນ. ບັນດາເຈົ້າຂອງເຮືອ ຈະເຂົ້າທຽບທ່າກ່ອນວັນທີ 14 ມີນາ ເພື່ອໃຫ້ຊາວປະມົງປະຕິບັດສິດ ແລະ ພັນທະຂອງພົນລະເມືອງຂອງຕົນໃນວັນທີ 15 ມີນາ. ທ່ານ ຫງວຽນວັນຈິ, ຮອງເລຂາຄະນະປະຈຳພັກເຂດພິເສດ, ປະທານຄະນະກຳມະການເລືອກຕັ້ງເຂດພິເສດ ຝູກຸຍ ໃຫ້ຮູ້ວ່າ:
“ເຂດພິເສດໄດ້ຮັບການຜັນຂະຫຍາຍການໂຄສະນາດ້ວຍຫຼາຍຮູບແບບທີ່ມີໄຫວພິບ, ຫຼາຍຮູບຫຼາຍແບບ, ສອດຄ່ອງກັບແຕ່ລະເປົ້າໝາຍ. ບັນດາເຮືອຫາປາພວມຈັບຫາປາຢູ່ທະເລ, ຄະນະກຳມະການເລືອກຕັ້ງໄດ້ສົມທົບກັບບັນດາຫົວໜ່ວຍໄປແຈກໃບປິ່ວ, ຖະແຫຼງຂ່າວທາງໂທລະທັດເພື່ອໃຫ້ເຈົ້າຂອງເຮືອ ແລະ ບັນດາສະມາຊິກກຳແໜ້ນຂໍ້ມູນກ່ຽວກັບວັນເລືອກຕັ້ງ ວັນທີ 15 ມີນາ, ເພື່ອໃຫ້ບັນດາຊາວປະມົງໃນເກນອາຍຸເຂົ້າຮ່ວມການເລືອກຕັ້ງໄດ້ເຂົ້າເຂດດິນຕໍ່ແຜ່ນປະຕິບັດສິດ ແລະ ພັນທະຂອງຕົນ”.