ຂ່າວສານ

ເຂດພູພຽງ ມົກເຈົາ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມ ຢູ່ເຂດທາງທິດຕາເວັນຕົກສຽງເໜືອ.

      ມົກເຈົາແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ໃນແຂວງ ເຊີນລາ ເຊິ່ງແມ່ນແຂວງເຂດພູດອຍທາງທິດເໜືອ. ໄປທ່ອງທ່ຽວຢູ່ ມົກເຈົາ ໃນລະດູຮ້ອນ ຫຼື ໃນລະດູໜາວ,ໃນມື້ມີນ້ຳໝອກກົ້ວ ຫຼື ມີແສງແດດ ກໍ່ລ້ວນແຕ່ເຮັດໃຫ້ແຂກທ່ອງທ່ຽວຫຼົງໄຫຼກັບຄວາມງາມຂອງທຳມະຊາດຢູ່ ມົກເຈົາ.ຫ່າງຈາກ ຮ່າໂນ້ຍ ພຽງປະມານ 190 ກິໂລແມັດ ດ້ວຍອາກາດເຢັນສະບາຍຕະຫຼອດປີ. ມົກເຈົາ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດີສຳລັບແຂກທ່ອງທ່ຽວໃນທົ່ວປະເທດເມື່ອຢາກໄປທ່ອງທ່ຽວ ຄົ້ນຫາຢູ່ເຂດທາງທິດຕາເວັນຕົກສຽງເໜືອ.

ທິວທັດທີ່ງົດງາມຢູ່ມົກເຈົາ
      ໃນເດືອນ ມັງກອນ ແລະ ເດືອນ ກຸມພາ, ເຂດພູພຽງ ມົກເຈົາ ຍິ່ງມີຄວາມງົດງາມ ຍ້ອນແມ່ນລະດູດອກຄາຍ, ດອກໝັ້ນບານສະພັງ. ຢູ່ ມົກເຈົາໝາກໝັ້ນປູກເປັນເນື້ອທີ່ອັນກວ້າງໃຫຍ່ ບາງບ່ອນກໍ່ປົກຄຸມທັງໝູ່ບ້ານ, ດັ່ງນັ້ນເມື່ອຕົ້ນໝາກໝັ້ນອອກດອກ ກໍ່ບໍ່ມີດອກໄມ້ຊະນິດໃດທີ່ງົດງາມຊ່ຳດອກໝັ້ນ. ແຕ່ເດືອນ ພຶດສະພາ ຫາເດືອນ ສິງຫາ ກໍ່ແມ່ນຍາມລະດູໝາກໝັ້ນສຸກ. ໃນຊ່ວງເວລານີ້ ບັນດາແຂວງຢູ່ເຂດທົ່ງພຽງໄດ້ກ້າວເຂົ້າສູ່ລະດູຮ້ອນທີ່ອົບເອົ້າ ໃນຂະນະນັ້ນ ມົກເຈົາ ພັດເຢັນສະບາຍ ແລະ ປອດໂປ່ງ, ດັ່ງນັ້ນ ນີ້ກໍ່ແມ່ນສະຖານທີ່ເພື່ອຫລົບຫຼີກຄວາມຮ້ອນທີ່ດີ ໃຫ້ແກ່ແຂກທ່ອງທ່ຽວທັງຫຼາຍ. ຢູ່ບັນດາໝູ່ບ້ານຕ່າງໆໃນ  ມົກເຈົາ ຄື  ຫຼອງລວງ,ທົງກວ່ງ,ປາແຟັກ, ຮ່ອມພູໝາກໝັ້ນ ນ່າກ່າ… ກໍ່ແມ່ນແຫ່ງເຕົ້າໂຮມໂນນດອກໄມ້ຊະນິດຕ່າງໆຫຼາຍກວ່າໝູ່ ແລະ ແຂກທ່ອງທ່ຽວກໍ່ຄວນເຂົ້າໄປເລິກໃນໝູ່ບ້ານ ເພື່ອຈະໄດ້ຮັບຊົມທັດຊະນີຍະພາບທີ່ງົດງາມ. ມາທ່ອງທ່ຽວຢູ່ເຂດພູພຽງ ມົກເຈົາ, ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບທິດທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ ເປັນໜ້າຈັບໃຈດ້ວຍຈອມພູ ພາລວງ, ໂນນຊາ, ຮ່ອມພູໝາກໝັ້ນທີ່ຍາວຢຽດ ຫຼື ບັນດາເສັ້ນທາງທີ່ເຕັມໄປດ້ວຍດອກໄມ້ຫຼາກຫຼາຍສີສັນ. ນ້ຳຕົກຕາດ ຢ໋າຍອ໊ຽມ ຢູ່ຕາແສງ ເມື່ອງຊາງ ເມືອງ ມົກເຈົາ ກໍ່ແມ່ນໜຶ່ງໃນບັນດາສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວ. ນາງ ຫງວຽນບິກຮວ່າ ມາຈາກ ຮ່າໂນ້ຍ ເປີດເຜີຍວ່າ:
“ທິວທັດຢູ່ ມົກເຈົາ ແມ່ນສວຍສົດງົດງາມທີ່ສຸດ ອາກາດກໍ່ປອດໂປ່ງ, ຂ້າພະເຈົ້າຊົມຊອບທີ່ສຸດເພາະວ່າ ເມື່ອດຳເນີນການພົບປະສຳລັບນັກຮຽນຮ່ວມຫ້ອງດຽວກັນ, ພວກຂ້າພະເຈົ້າໄດ້ຕົກລົງຈັດຕັ້ງການເດີນທາງໄປ ມົກເຈົາ ໃນແຂວງ ເຊີນລາ. ທັດຊະນີຍະພາບຢູ່ແຫ່ງນີ້ແມ່ນງົດງາມ ມີຫ້ວຍນ້ຳ ມີພູຜາ ດັ່ງນັ້ນພວກຂ້າພະເຈົ້າຊົມຊອບທັດຊະນີຍະພາບຢູ່ແຫ່ງນີ້ທີ່ສຸດ”. 
ມາທ່ອງທ່ຽວຢູ່ ມົກເຈົາ ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດວັດທະນະທຳ ທີ່ເຂັ້ມຂົ້ນໄປດ້ວຍຄວາມເປັນເອກະລັກ ຂອງພໍ່ແມ່ພີ່ນ້ອງບັນດາເຜົ່າ ຜູ້ໄທ, ເຜົ່າມົ້ງ. ຈາກບັນດາເຮືອນຮ້ານທີ່ເປັນປະເພນີ, ອາຫານການກິນຂອງຊົນເຜົ່າ, ບັນດາວາດຟ້ອນພື້ນເມືອງ, ງານບຸນຕ່າງໆ ຕະຫຼອດຮອດການລະຫຼິ້ນພື້ນເມືອງຄື ການໂຍນໝາກຄອນ, ການຂີ່ໄມ້ໂຢກເຢກ… ກໍ່ລ້ວນແຕ່ສ້າງຄວາມປະທັບໃຈໃຫ້ແຂກທ່ອງທ່ຽວທັງຫຼາຍ . ນາງ ຫງວຽນທິເຮືອງ ມາຈາກແຂວງ ບັກນິງ ເວົ້າວ່າ:
 “ມາຮອດ ມົກເຈົາ ໄດ້ພົບກັບຊາວ ມົກເຈົາ  ເຮົາຮູ້ສຶກວ່າແຫ່ງນີ້ມີອາກາດປອດໂປ່ງ, ຊາວທ້ອງຖິ່ນມີຈິດໃຈຮັກແພງແຂກ ມື້ວານນີ້ເຮົາກໍ່ໄດ້ໄປໂນນຊາ ໄດ້ພົບກັບພວກນ້ອງນ້ອຍຢູ່ທີ່ນີ້ ເຮົາຮູ້ສຶກເບີກບານໃຈທີ່ສຸດ. ພາຍຫຼັງເຮັດວຽກດ້ວຍຄວາມອິດເມື່ອຍໄດ້ໄປຄົ້ນຫາຕົວຈິງ ໄດ້ເຊື່ອມຕົວເຂົ້າກັບທິດທັດທຳມະຊາດ ເຮົາກໍ່ສາມາດບັນເທົາຄວາມອິດເມື່ອຍທຸກຢ່າງ ແລະ ຮູ້ສຶກເບີກບານໃຈທີ່ສຸດ”.
ຕາມທ່ານນາງ ຫງວຽນທິຮວາ ຮອງປະທານຄະນະກຳມະການປະຊາຊົນເມືອງ ມົກເຈົາ ແລ້ວ,ສະເພາະໃນເດືອນ ຕຸລາ ປີນີ້ ມົກເຈົາ ໄດ້ຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 7.500 ເທື່ອຄົນ ມາຢ້ຽມຊົມທັດສະນະສຶກສາ. ສິ່ງນີ້ໄດ້ໝັ້ນໝາຍບັນດາໝາກຜົນທີ່ດີ ກ່ຽວກັບການເຄື່ອນໄຫວດ້ານການທ່ອງທ່ຽວໃນປີໜຶ່ງ ໄດ້ຮັບການຕີລາຄາວ່າ ແມ່ນມີຄວາມຫຍຸ້ງຍາກຍ້ອນ ໂຄວິດ - 19. ທ່ານ ນາງ ຫງວຽນທິຮວາ ເວົ້າວ່າ:
“ເພື່ອພັດທະນາການທ່ອງທ່ຽວ ໃຫ້ດີກວ່າ ໃນໄລຍະທີ່ຈະມາເຖິງນັ້ນ,  ໜຶ່ງໃນບັນດາໜ້າທີ່ໄດ້ວາງອອກໃຫ້ແກ່ພວກຂ້າພະເຈົ້າ ແມ່ນເຮັດແນວໃດ ເພື່ອໃຫ້ບັນດາສະຖານທີ່ທ່ອງທ່ຽວຢູ່ ມົກເຈົາ ຕ້ອງໄດ້ຮັບການຄຸ້ມຄອງເປັນຢ່າງດີ ກໍ່ຄືຕ້ອງເສີມຂະຫຍາຍບົດບາດ ຂອງບັນດາສະຖານທີ່ທ່່ອງທ່ຽວໃຫ້ດີກວ່າອີກ.  ພວກຂ້າພະເຈົ້າຫວັງວ່າ ພາຍຫຼັງໂລກລະບາດ ໂຄວິດ - 19 ນີ້ ຂະແໜງທ່ອງທ່ຽວຢູ່ ມົກເຈົາ ຈະໄດ້ຮັບການຟື້ນຟູຢ່າງວ່ອງໄວ”.
 ເມືອງ ມົກເຈົາ ພວມຊີ້ນຳບັນດາສະຖານທີ່ພັກເຊົາ ໂຮງແຮມ ບ້ານພັກ, Homstay ປະຕິບັດບັນດາວິທີການປ້ອງກັນສະກັດກັ້ນ ໂຄວິດ - 19 ຢ່າງເຄັງຂັດ, ພ້ອມທັງຍົກສູງຄຸນນະພາບການບໍລິການ, ບໍ່ຂຶ້ນລາຄາຕາມໃຈ ເອົາໃຈໃສ່ຮັກສາສີສັນວັດທະນະທຳບັນດາເຜົ່າຢູ່ທ້ອງຖິ່ນ ພ້ອມທັງສ້າງຄວາມເປັນເອກະລັກສະເພາະ ເພື່ອໃຫ້ ມົກເຈົາ ສົມເປັນສະຖານທີ່ທ່ອງທ່ຽວແຖວໜ້າຢູ່ເຂດທາງທິດຕາເວັນຕົກສຽງເໜືອຢູ່ ຫວຽດນາມ. 
(ແຫຼ່ງຄັດຈາກ VOV)


top