ຂ່າວສານ

ເຂດປູຊະນີຍະສະຖານແບັກດັ່ງຢາງ (ຫ໋າຍຟ່ອງ) ໄດ້ຈັດອັນດັບເປັນເຂດປູຊະນີຍະສະຖານປະຫວັດສາດລະດັບຊາດ

      ພິທີຕ້ອນຮັບນີ້ແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຂອງລຸ້ນປະຈຸບັນທີ່ມີຕໍ່ບັນດານັກຮົບວິລະຊົນຂອງຊາດທີ່ໄດ້ອຸທິດສ່ວນຢ່າງໃຫຍ່ຫຼວງໃນບັ້ນຕໍ່ສູ້ຄັ້ງຕ່າງໆຢູ່ແມ່ນ້ຳແບັກດັ່ງ

ທີ່ພິທີຕ້ອນຮັບ
(ພາບ: tuoitre.vn)
      ພີທີຕ້ອນຮັບໃບຈັດອັນດັບເຂດປູຊະນີຍະສະຖານປະຫວັດສາດ ແບັກດັ່ງຢາງ ເປັນເຂດປູຊະນີຍະສະຖານປະຫວັດສາດລະດັບຊາດ ແລະ ລາຍການສະແດງສິລະປະໂດຍຄະນະກຳມະການປະຊາຊົນນະຄອນ ຫ໋າຍຟ່ອງ ຈັດຂຶ້ນໃນຕອນຄ່ຳວັນທີ 02 ມັງກອນ, ຢູ່ເຂດປູຊະນີຍະສະຖານປະຫວັດສາດ ແບັກດັ່ງຢາງ, ເມືອງທຸ໋ຍງວຽນ, ຫ໋າຍຟ່ອງ. ເຫດການໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກ.
ພິທີຕ້ອນຮັບນີ້ແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຂອງລຸ້ນປະຈຸບັນທີ່ມີຕໍ່ບັນດານັກຮົບວິລະຊົນຂອງຊາດທີ່ໄດ້ອຸທິດສ່ວນຢ່າງໃຫຍ່ຫຼວງໃນບັ້ນຕໍ່ສູ້ຄັ້ງຕ່າງໆຢູ່ແມ່ນ້ຳແບັກດັ່ງ, ພ້ອມທັງເປັນການສຶກສາແລະເສີມຂະຫຍາຍມູນເຊື້ອປະຫວັດສາດວັດທະນະທຳ, ມູນເຊື້ອຮັກຊາດແລະການຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນ ຫວຽດນາມ ໃນໄລຍະປ່ຽນແປງໃໝ່.
ເນື່ອງໃນໂອກາດນີ້, ນະຄອນ ຫ໋າຍຟ່ອງ ກໍ່ໄດ້ຈັດງານວາງສະແດງກ່ຽວກັບບັນດາການຕໍ່ສູ້ທີ່ຍາດໄດ້ໄຊຊະນະຢູ່ແມ່ນ້ຳແບັກດັ່ງ ຢູ່ສະໜາມຫຼວງໂຮງລະຄອນຂອງນະຄອນ ແລະ ຢູ່ເຂດປູຊະນີຍະສະຖານປະຫວັດສາດ ແບັກດັ່ງຢາງ ໃນລະຫວ່າງວັນທີ 30 ທັນວາ 2020 ຮອດວັນທີ 05 ມັງກອນ 2021.
 (ແຫຼ່ງຄັດຈາກ VOV)
 


top