ຂ່າວສານ

ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມຍູ້ແຮງການສົ່ງອອກກຸ້ງ

      ປີ 2019 ບັນດາຜະລິດຕະພັນຈາກກຸ້ງຂອງຫວຽດນາມ ໄດ້ນຳມາເຊິ່ງມູນຄ່າການສົ່ງອອກບັນລຸເກືອບ 4 ຕື້  USD. ໃນນັ້ນ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແມ່ນເຂດຈຸດສຸມການລ້ຽງກຸ້ງນ້ຳຈືດໆເຄັມໆຂອງທັງປະເທດ. ບັນດາແຂວງໃນພາກພື້ນ ພິເສດ ເຂດແຫລມ ກາເມົາ ພວມມານະພະຍາຍາມສູ້ຊົນບັນລຸປະລິມານການຜະລິດໃຫ້ໄດ້ຫລາຍກວ່າ 1,1 ລ້ານໂຕນ ແລະ ວົງເງິນການສົ່ງອອກໃຫ້ບັນລຸ ໄດ້ 10 ຕື້ USD ໃນປີ 2025.

ລ້ຽງກຸ້ງ ຂອງ ປະຊາຊົນ ແຂວງ ກາເມົາ ນຳມາເຊິ່ງລາຍຮັບສູງ
      ຄອບຄົວທ່ານ ຮີ່ງວັນຢູ໋ງ ຢູ່ຕາແສງ ເຕີນບັ່ງ ເມືອງ ເທີຍບີ່ງ  ແຂວງ ກາເມົາ ໄດ້ມີໄລຍະເວລາເຮັດຮູບແບບທັງປຸກເຂົ້າ ທັງລ້ຽງກຸ້ງ ຢູ່ ທ້ອງຖິ່ນນີ້ມາເປັນເວລາກວ່າ 10 ປີແລ້ວ. ຊຸມປີກ່ອນນີ້ ໄພນ້ຳເຄັມ ໂລກລະບາດໄດ້ຜົນສະທ້ອນຢ່າງຫນັກຫນ່ວງເຖິງເນື້ອທີ່ຜະລິດ, ລ້ຽງກຸ້ງຂອງຄອບຄົວກວ່າ 1,5 ເຮັກຕາ. ເຖິງຢ່າງໃດກໍຕາມ ໄລຍະມໍ່ໆມານີ້ ຍ້ອນໄດ້ເຂົ້າຮ່ວມປະຕິບັດ ແຜນຮ່າງ “ຍົກສູງລັກສະນະຍືນຍົງຂອງລະບົບລ້ຽງກຸ້ງ - ປຸກເຂົ້າ” ສະນັ້ນ ສະມັດຕະພາບການລ້ຽງກຸ້ງຂອງຄອບຄົວທ່ານໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຍ້ອນໄດ້ໝູນໃຊ້ບັນດາເຕັກນິກໃຫມ່,   ປະຈຸບັນຄອບຄົວຂອງທ່ານ ສ້າງລາຍຮັບໄດ້ປະມານ 70- 80 ລ້ານດົງ/ເຮັກຕາ/ ປີ. ທ່ານ ຮີ່ງວັນຢູ໋ງ ແບ່ງປັນວ່າ:
ປູກເຂົ້າໃນເນື້ອທີ່ລ້ຽງກຸ້ງ ຍາມໃດກໍ່ນຳມາເຊິ່ງປະສິດທິຜົນກວ່າ.ເຮັດນາບໍ່ບັນລຸປະສິດທິຜົນສູງ ແລະ ລຳບາກອີກ. ປະຈຸບັນ ກຸ້ງ ຂາຍໄດ້ເປັນລາຄາ ປົກກະຕິ ແມ່ນ 200.000 -300.000 ດົງ/ກິໂລກາມ ແຕ່ບາງມື້ຂາຍໄດ້ຈາກ 700.000 – 800.000 ດົງ/ກິໂລກາມ.
ສ່ວນຢູ່ແຂວງ ບາກລຽວ ຊື່ງແມ່ນແຂວງ ມີເນື້ອທີ່ລ້ຽງກຸ້ງ ຢືນອັນດັບ 2 ໃນທົ່ວປະເທດ ຖັດຈາກ ກາເມົາ ແລະ ປະຈຸບັນ ພວມມີເນື້ອທີ່ດິນຜະລິດຕາມຮູບແບບ ປຸກເຂົ້າ - ລ້ຽງກຸ້ງກວ່າ 34.000 ເຮັກຕາ. ດ້ວຍ “ຄວາມມັກໃຫຍ່ໄຝ່ສູງ” ຢາກກາຍເປັນ “ເມືອງເອກຂອງຂະແຫນງກຸ້ງຂອງປະເທດ”, ແຂວງ ບາກລຽວ ພວມໝູນໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນບັນດາຮູບແບບລ້ຽງກຸ້ງ. ພົ້ນເດັ່ນແມ່ນ ຮູບແບບລ້ຽງກຸ້ງໝູນໃຊ້ເຕັກໂນໂລຊີເຮັດກະເສດສຸມໃນເຮືອນຮົ່ມຂອງກຸ່ມບໍລິສັດ ຫວຽດນາມ - ອົດສະຕາລີ ໄດ້ນຳມາເຊິ່ງສະມັດຕະພາບກວ່າ 100 ໂຕນ/ເຮັກຕາ/ປີ. ມີວິສາຫະກິດຫລາຍແຫ່ງ ແລະ ປະຊາຊົນຢູ່ໃນເຂດນີ້ກໍ່ພວມຄ່ອຍໆຫັນໄປສູ່ທິດລົງທຶນລ້ຽງກຸ້ງຕາມຮູບແບບດັ່ງກ່າວ, ຜ່ານນັ້ນ ປະກອບສ່ວນຍົກຍອດສະມັດຕະພາບການລ້ຽງກຸ້ງປີນີ້ຂອງແຂວງ ບາກລຽວ ບັນລຸກວ່າ 142.000 ໂຕນ ເພີ່ມຂຶ້ນກວ່າ 10% ເມື່ອທຽບໃສ່ປີກາຍ.

ຮູບແບບລ້ຽງກຸ້ງ ຢູ່ແຂວງ ຊອກຈັງ
      ຕາມທ່ານ ເຢືອງແທ່ງຈູງ ປະທານ ຄະນະກຳມະການປະຊາຊົນ ແຂວງ ບາກລຽວ ແລ້ວ, ນອກຈາກເອົາໃຈໃສ່ເຖິງການລ້ຽງກຸ້ງຕາມທິດຮ່ວມສຳພັນລະບົບມູນຄ່າແລ້ວ ທາງແຂວງ ໄດ້ເລີ່ມກໍ່ສ້າງເຂດກະສິກຳໝູນໃຊ້ເຕັກໂນໂລຊີສູງສຳລັບຂະແຫນງກຸ້ງ ດ້ວຍຂອບເນື້ອທີ່ 418 ເຮັກຕາ ດ້ວຍຍອດຈຳນວນເງິນລົງທຶນປະມານ 1000 ຕື້ດົງ.
ແຕ່ດົນນານມາແລ້ວ, ເຄື່ອງໝາຍ ກຸ້ງ ຫວຽດນາມ ໄດ້ຮັບການຮູ້ຈັກເຖິງຈາກຫລາຍປະເທດໃນໂລກ. ປະຈຸບັນ ຜະລິດຕະພັນກຸ້ງ ຫວຽດນາມ ໄດ້ນຳໄປຂາຍຢູ່ເກືອບ 80 ປະເທດ, ເຂດແຄ້ວນ ແລະ ແຕ່ລະປີປະກອບສ່ວນເຂົ້າວົງເງິນສົ່ງອອກປະມານ 4 ຕື້  USD. ເຖິງຢ່າງໃດກໍຕາມ ໄລຍະຜ່ານມາ ຕະຫລາດສົ່ງອອກ ຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ຄວນແກ້ໄຂ.
ທ່ານ ຫງວຽນຫວຽດຈູງ, ຫົວຫນ້າຫ້ອງການການຄ້າ - ພະແນກອຸດສາຫະກຳ ການຄ້າ ແຂວງກາເມົາ ຖືວ່າ: ຮົ້ວກີດຂວາງດ້ານເຕັກນິກຂອງຕະຫລາດບັນດາປະເທດນັບມື້ນັບສູງ. ໃນຂະນະນັ້ນ ສິນທະເລຂອງຫວຽດນາມ ຖືກບັດເຫລືອງຈາກ ອີຢູ ແລະ ສິນຄ້າປະເພດກຸ້ງກໍ່ຖືກຜົນສະທ້ອນໄປຕາມ ຖືກກວດກາຢ່າງເຄັ່ງຄັດກວ່າ.
ເຖິງຢ່າງໃດກໍຕາມ ຂະແຫນງກຸ້ງຂອງ ແຂວງ ກາເມົາ ເວົ້າສະເພາະ ແລະ ຫວຽດນາມເວົ້າລວມ ຈະພັດທະນາກວ່າໃນໄລຍະຈະມາເຖິງ ຍ້ອນມີການປ່ຽນແປງຢ່າງຕັ້ງຫນ້າຂອງບັນດາວິສາຫະກິດໃນການລ້ຽງປູກ ປຸງແຕ່ງ ຈະສ້າງຕະຫລາດສົ່ງອອກໃຫ້ຍືນຍົງໃນອະນາຄົດ. ນອກນັ້ນ ຄຽງຄູ່ກັບບັນດາຕະຫລາດເດີມຄື: ອາເມລິກາ, ຈີນ, ຍີ່ປຸ່ນ, ສ. ເກົາຫລີ ແລ້ວ ບັນດາວິສາຫະກິດ ກໍ່ໄດ້ເປີດກວ້າງຕະຫລາດສົ່ງອອກໄປຍັງ ລັດເຊຍ, ອັງກິດ.. ແລະ ສົນໃຈເຖິງຕະຫລາດພາຍໃນປະເທດກວ່າ. ທ່ານ ຫງວຽນຫວຽດຈູງ ແບ່ງປັນວ່າ:
 “ການສົ່ງອອກແມ່ນທິດພື້ນຖານ ຍົກສູງມູນຄ່າສິນຄ້າຂອງຊາວກະສິກອນ ແລະ ວິສາຫະກິດ. ພວກຂ້າພະເຈົ້າ ໄດ້ສົ່ງຜະລິດຕະພັນກຸ້ງໄປຂາຍຢູ່ຫລາຍປະເທດ ແລະ ນຳມາເຊິ່ງລາຍຮັບສູງ. ຄຽງຂ້າງນັ້ນ ຕ້ອງເອົາໃຈໃສ່ເຖິງຕະຫລາດພາຍໃນກວ່າ. ປະຈຸບັນ ຜະລິດຕະພັນກຸ້ງຂອງ ກາເມົາ ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກພາຍໃນປະເທດຢ່າງຫລວງຫລາຍ. ເປັນຕົ້ນແມ່ນຕະຫລາດ ນະຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ. ການສົ່ງອອກສິນໃນນ້ຳເວົ້າສະເພາະ, ກຸ້ງເວົ້າລວມຂອງ ແຂວງກາເມົາ ໃນໄລຍະຈະມາເຖິງແມ່ນມີຄວາມຫວັງ.
ໄລຍະຜ່ານມາ, ບັນດາແຂວງ ແຄມທະເລ ຢູ່ເຂດທົ່ງພຽງແມ່ນ້ຳຂອງ ໄດ້ສຸມໃສ່ ພັດທະນາຕາມທິດແຜນການດຳເນີນງານ ຂອງທ່ານນາຍົກລັດຖະມົນຕີກ່ຽວກັບ ການພັດທະນາຂະແຫນງກຸ້ງແບບຍືນຍົງ, ບັນດາທ້ອງຖິ່ນ, ວິສາຫະກິດ ແລະ ຊາວກະສິກອນ ຄວນປ່ຽນໃຫມ່, ໝູນໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນການລ້ຽງ ປູກ ປຸງແຕ່ງ… ເພື່ອຕອບສະຫນອງບັນດາຄວາມຮຽກຮ້ອງຕ້ອງການນັບມື້ນັບສູງຂອງຕະຫລາດໂລກ.
 (ແຫຼ່ງຄັດຈາກ VOV)


top