ຂ່າວສານ

ເກືອບ 43,8 ລ້ານຄົນໃນທົ່ວໂລກຕິດເຊື້ອພະຍາດໂຄວິດ-19

      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 27 ຕຸລາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ເປັນຈຳນວນ 43.769.605 ຄົນ, ໃນນັ້ນ ມີ 1.164.228 ຄົນເສຍຊີວິດ. 

ພາບປະກອບ: AFP/TTXVN
      ປະເທດຖືກຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ ຈາກໂລກລະບາດໂຄວິດ-19 ຍັງແມ່ນປະເທດ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດ 231.037 ຄົນໃນຈຳນວນຜູ້ຕິດເຊື້ອ 8.961.851 ຄົນ, ຖັດມາແມ່ນປະເທດ ອິນເດຍ ແລະ ບຣາຊິນ.
(ແຫຼ່ງຄັດຈາກ VOV)


top