ຂ່າວສານ

ເກືອບ 23,8 ລ້ານຄົນໃນໂລກຕິດເຊື້ອພະຍາດໂຄວິດ-19

ຕາມຕົວເລກສະຖິຕິຂອງເວັນໄຊ worldometers ແລ້ວ, ໄລ່ຮອດ 23 ໂມງຂອງວັນທີ 24 ສິງຫາ (ຕາມເວລາ UTC), ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນທົ່ວໂລກແມ່ນ 23.789.873 ຄົນ, ໃນນັ້ນ ມີ 816.236 ຄົນເສຍຊີວິດ. 

5 ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19 ລວມມີ ອາເມລິກາ, ບຣາຊິນ, ອິນເດຍ, ລັດເຊຍ ແລະ ອາຟຣິກາໃຕ້.

(ພາບ: ປະກອບ AFP/TTXVN)

ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນອັນດັບໜຶ່ງໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ປະເທດນີ້ແມ່ນ 5.913.344 ຄົນ ແລະ ຈຳນວນຜູ້ເສຍຊີວິດແມ່ນກ່ວາ 181.000 ຄົນ.

        ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ປະຈຸບັນ, ຟີລິບປີນ ແມ່ນໜຶ່ງໃນບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 194.252 ຄົນ. ອິນໂດເນເຊຍ ຢືນຢັນອັນດັບທີ 2 ດ້ວຍຈຳນວນຜູ້ຕິດເຊື້ອໂຄວິດ-19 ແມ່ນ 155.412 ຄົນ ແລະ ມີ 6.759 ຄົນເສຍຊີວິດ.

        ແລະກໍ່ໃນເຫດການທີ່ກ່ຽວຂ້ອງ, ວັນທີ 24 ສິງຫາ, ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ: ມີ 172 ປະເທດພວມເຂົ້າຮ່ວມແຜນການທີ່ມີຊື່ວ່າ COVAX ໂດຍອົງການດັ່ງກ່າວນຳໜ້າ ເພື່ອແນໃສ່ຮັບປະກັນການສຳຜັດກັບວັກຊິນປ້ອງກັນໄວຣັດ SARS-CoV-2 ທີ່ກໍ່ໃຫ້ເກີດໂລກລະບາດໂຄວິດ-19 ຢ່າງຍຸຕິທຳ.

(ແຫຼ່ງຄັດຈາກ VOV)


top