ຂ່າວສານ

ເກືອບ 2000 ຄົນ ສຳເລັດການແຍກຕົວລວມໝູ່ຢູ່ນະຄອນ ໂຮ່ຈີມິນ ໄດ້ກັບເມືອເຮືອນ

      ເກືອບ 2000 ຄົນໄດ້ປະຕິບັດສຳເລັດການແຍກຕົວ 14 ວັນ, ຜ່ານການວິໄຈ 2 ຄັ້ງ ຜົນວິໄຈປະກົດວ່າປອດເຊື້ອ ໄວຣັດ SARS-CoV-2 ແລະໄດ້ອອກຈາກເຂດແຍກຕົວລວມໝູ່ຂອງນະຄອນ ໂຮ່ຈີມິນ ເພື່ອກັບເມືອເຮືອນ. 

(ພາບ: tuoitre.vn)
      ນີ້ແມ່ນຂໍ້ມູນຂ່າວ ໂດຍທ່ານໝໍ ຫງວຽນຈີ໊ຢຸງ, ຫົວໜ້າສູນຄວບຄຸມພະຍາດນະຄອນ ໂຮ່ຈີມິນ ເຜີຍໃຫ້ຮູ້ທີ່ການປະຊຸມຂ່າວ ສະໜອງຂໍ້ມູນຂ່າວສານໃຫ້ສື່ມວນຊົນ ກ່ຽວກັບສະພາບການເຂດແຍກຕົວທາງສາທາລະນະສຸກໃນວັນທີ 03 ເມສາ.
        ຕາມທ່ານໝໍ ຫງວຽນຈີ໊ຢຸງ ແລ້ວ, ເລື່ອງ ການວິໄຈ ແບບບັງຄັບ ກ່ອນທີ່ຜູ້ຖືກແຍກຕົວຈະອອກຈາກເຂດແຍກຕົວແມ່ນສິ່ງສຳຄັນທີ່ສຸດ. ເຖິງວ່າ ຜູ້ທີ່ໄດ້ ສຳເລັດການແຍກຕົວແລ້ວ ຈະມີຄວາມສ່ຽງຕິດເຊື້ອໂຄວິດ-19 ຕ່ຳກໍ່ຕາມ ແຕ່ຂະແໜງສາທາລະນະສຸກ ຍັງຮຽກຮ້ອງໃຫ້ເຂົາເຈົ້າຕ້ອງແຍກຕົວຢູ່ເຮືອນຕື່ມອີກ 14 ວັນ, ເພື່ອເຝົ້າລະວັງ ແລະ ຕິດຕາມສຸຂະພາບຂອງຕົນເອງຕື່ມອີກ.  
 (ແຫຼ່ງຄັດຈາກ VOV)


top