ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ເກີບໄມ້ ບິ່ງເຍີມ

ອາຊີບເຮັດເກີບໄມ້ພື້ນເມືອງ ຢູ່ບ້ານ ບິ່ງເຍີມ (ນະຄອນ ຖ້ວນອານ, ແຂວງ ບິ່ງເຢືອງ) ກຳເນີດຂຶ້ນເມື່ອ 100 ກວ່າ ປີກ່ອນ ເຄີຍມີຊື່ສຽງໂດ່ງດັງໄປທົ່ວພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້ ດ້ວຍບັນດາຄູ່ເກີບໄມ້ ທີ່ມີຄວາມທົນທານ ແລະ ສວຍງາມ ເປັນເອກະລັກ.

ອາຊີບເຮັດເກີບໄມ້ພື້ນເມືອງ ຢູ່ບ້ານ ບິ່ງເຍີມ (ນະຄອນ ຖ້ວນອານ, ແຂວງ ບິ່ງເຢືອງ) ກຳເນີດຂຶ້ນເມື່ອ 100 ກວ່າ ປີກ່ອນ ເຄີຍມີຊື່ສຽງໂດ່ງດັງໄປທົ່ວພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້ ດ້ວຍບັນດາຄູ່ເກີບໄມ້ ທີ່ມີຄວາມທົນທານ ແລະ ສວຍງາມ ເປັນເອກະລັກ.

ຜະລິດຕະພັນເກີບໄມ້ ບິ່ງເຍີມ ມີຄວາມອຸດົມຫຼາກຫຼາຍ ແລະ ເປັນທີ່ຈັບຕາຈັບໃຈ. ພາບ: ທົງຫາຍ/VNP

ຕົ້ນ​ສະຕະວັດ​ທີ XIX, ຕາມ​ຮອຍ​ ຂອງ​ ຜູ້​ອົບ​ພະຍົບ, ເກີບໄມ້ ໄດ້​ເລີ່​ມປະກົດ​ຕົວ​ຢູ່ 6 ​ແຂວງ​ ພາກໃຕ້ ຫວຽດນາມ. ໃນເວລານັ້ນ, ບໍ່ແມ່ນໃຜກໍມີເງື່ອນໄຂ ທີ່ຈະໃສ່ຊຸດນຸ່ງແບບ ຕາເວັນຕົກ ແລະ ໃສ່ເກີບຕາເວັນຕົກ. ເພາະສະນັ້ນ, ເກີບໄມ້ ໄດ້ກາຍເປັນເຄື່ອງແຟຊັ່ນທົ່ວໄປ, ນັບແຕ່ຜູ້ຊາຍ, ຜູ້ຍິງ, ຜູ້ເຖົ້າ ຫຼື ເດັກນ້ອຍ ລ້ວນແຕ່ສາມາດໃສ່ເກີບໄມ້ໄດ້. ສຽງ​ເກີບໄມ້ ​ຢູ່ປາກຮ່ອມບ້ານ ແມ່ນການສົ່ງ​ສັນຍານ​ວ່າ ຄອບຄົວ​ມີ​ແຂກ ​ຫຼື ​ຍາດຕິ​ພີ່ນ້ອງ​ມາ​ແຕ່​ໄກ. ​ສຳລັບ​ຜູ້ຍິງ​ຫຼາຍ​ຄົນ ຈະມີເກີບໄມ້ 2-3 ຄູ່, ​ເພື່ອ​ອອກ​ນອກ, ​ໄປ​ຕະຫຼາດ... ກໍ່​ແມ່ນ​ວິທີ​ສະ​ແດງ​ໃຫ້​ເຫັນ ຄວາມ “ຊຳນານຍິ່ງ” ຕາມ​ແນວຄວາມ​ຄິດ​ໃນ​ເວລາ​ນັ້ນ.



ຕັ້ງແຕ່ກ່ອນຈົນເຖິງປັດຈຸບັນ, ຮູບພາບແມ່ຍິງ ຫວຽດນາມ ໃສ່ເກີບໄມ້ ໃນຊຸດພື້ນເມືອງ ຫຼື ຮູບພາບຜູ້ເຖົ້າຊາວ ພາກໃຕ້ ໃສ່ເກີບໄມ້, ເກົ້າຜົມ, ນຸ່ງຊຸດ “ບ່າບາ” ສີດຳ ຊຶ່ງເປັນຊຸດ ປະຊາຊົນທາງພາກໃຕ້ ຫວຽດນາມ ມັກໃສ່. ດ້ວຍເຫດນັ້ນ, ເກີບໄມ້ ແມ່ນ ເປັນທີ່ຄຸ້ນເຄີຍຂອງຊາວ ຫວຽດນາມ ຕັ້ງແຕ່ ສະໄໝກ່ອນ, ກ່ອນທີ່ເກີບ, ເກີບແຕະ, ເກີບໜັງ ແລະ ເກີບ ປຼາສຕິກ ຈະກຳເນີດຂຶ້ນ.

ວັດຖຸດິບ ໃນການເຮັດເກີບໄມ້ ໂດຍປົກກະຕິ ແມ່ນໄມ້ເນື້ອອ່ອນ, ເບົາ, ເລື່ອຍງ່າຍ ແລະ ສ້າງຮູບຊົງງ່າຍ ເຊັ່ນ: ໄມ້ມີ້, ໄມ້ມ່ວງ, ໄມ້ພ້າວ, ໄມ້ແປກ ແລະ ອື່ນໆ... ການເຮັດເກີບໄມ້ ຕ້ອງຜ່ານ ຫຼາຍຂັ້ນຕອນຄື: ເລື່ອຍໄມ້ ໃຫ້ເປັນທ່ອນ, ຜ່າເປັນ ແຕ່ລະທ່ອນ ຕາມຂະໜາດ ຂອງເກີບ, ຫຼັງຈາກນັ້ນນຳເຂົ້າ ຈັກຕັດແລ້ວ ຂັດຫຍາບໆ ຕາມຮູບຮ່າງ ທີ່ກຳນົດໄວ້ຂອງເກີບ. 

ນາຍຊ່າງ ຈະນຳເກີບ ທີ່ໄດ້ຂັດຫຍາບໆ ນັ້ນ ໄປຂາງໄຟ ເພື່ອໃຫ້ ນໍ້າ ໃນເນື້ອໄມ້ອອກ, ເຮັດໃຫ້ເກີບ ສຳເລັດຮູບຈະເບົາ, ຜູ້ໃສ່ ບໍ່ຮູ້ສຶກໜັກຕີນ. ເຕົາ​ ຂອງ ບັນດາ​ຄອບ​ຄົວຢູ່ ບິ່ງ​ເຍີມ ໃຊ້​ດ້ວຍ​ຟືນ ແລະ​ ຂີ້​ເລື່ອຍ. ລໍຖ້າໃຫ້ໂຕເກີບ ເຢັນ, ນາຍຊ່າງ ຈະຂັດ ໃຫ້ກ້ຽງ, ເຫຼື້ອມ ແລະ ທາສີ. ຂັ້ນ​ຕອນ​ສຸດ​ທ້າຍ ເພື່ອໃຫ້ມີ ຜະລິດຕະພັນສຳເລັດຮູບ ຄື ຕອກພື້ນຮອງເກີບ, ສາຍເກີບ ຫຼື ທາສີຕົບແຕ່ງ​ ແມ່ນ ເຮັດ​ຕາມຄວາມຕ້ອງການຂອງລູກຄ້າ.


ເກີບໄມ້ ຖືກ ຂັດຖູ ຢ່າງພິຖີພິຖັນ ແລະ ລະອຽດລະອໍ. 

ຕາມວັນເວລາ, ບິ່ງເຍີມ ​ໄດ້​ຖື​ວ່າ ​ແມ່ນ “ນະຄອນຫຼວງ” ຂອງ ອາ ຊີບ ຜະລິດເກີບໄມ້​ ຢູ່ ຫວຽດນາມ ຍ້ອນ​ບໍ່​ພຽງ​ແຕ່​ເປັນ​ຜູ້​ສະໜອງ​ເກີບໄມ້​ ໃຫ້​ບັນດາ​ແຂວງ ​ພາກ​ໃຕ້​ ເທົ່າ​ນັ້ນ, ແຕ່​ຍັງ​ສົ່ງ​ອອກ​ໄປ​ຍັງ​ບັນດາ​ປະ​ເທດ ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ເອີ​ຣົບ ອີກດ້ວຍ.

ເມື່ອຄ່ອຍໆ ມີເຄື່ອງຈັກເຂົ້າມາ, ບັນດາຂັ້ນຕອນຄື ເລື່ອຍ ໂຕເກີບ ຫຼື ຂັດຫຍາບ, ຂັດກ້ຽງ ໄດ້ນາຍຊ່າງນໍາໃຊ້ ເພື່ອ ຜະລິດ ເກີບ ໄດ້ໄວຍິ່ງຂຶ້ນ. ເຄີຍມີໄລຍະ​ໜຶ່ງ ຊາວ ບິ່ງເຍີມ ຕ້ອງຜະລິດ ເກີບໄມ້ ຈົນລືມກິນ, ລືມນອນ ​ເພື່ອ​ຕອບ​ສະໜອງ​ ຕາມໃບສັ່ງ ສິນຄ້າ​ຂອງ​ລູກ​ຄ້າ. 

ເກີບມີຫຼາຍປະເພດເຊັ່ນ: ເກີບໄມ້, ເກີບໄມ້ທາສີ, ເກີບໄມ້ ແກະ ສະຫຼັກລວດລາຍ. ດ້ວຍ​ຄວາມ​ຮຽກຮ້ອງ​ຕ້ອງການ​ຈາກ​ລູກ​ຄ້າ, ເກີບໄມ້ ຫຼາຍຊະນິດ ທີ່ຜະລິດອອກ ນັບມື້ນັບ ມີຫົວຄິດ ປະດິດສ້າງ ​​ຫຼາຍຍິ່ງ​ຂຶ້ນ ແລະ ມີການສົມທົບ​ກັບ​ຂະແໜງ​ຫັດຖະກຳ ອື່ນໆ ​ເຊັ່ນ: ການ​ທາສີ, ການ​ຖັກແສ່ວ​ດ້ວຍ​ມື, ຕິດ ໝາກຕຸ້ມ​ ເພື່ອ​ສ້າງ​ເປັນຄູ່ເກີບ ທີ່ມີ​ຄຸນຄ່າ ​ດ້ານ​ຄວາມ​ງາມ​ສູງ.

ຍ້ອນ​ມີ​ຄຸນ​ນະ​ພາບ​​ທົນ​ທານ, ສວຍງາມ ​ແລະ ຕົວແບບ​ທີ່​ອຸ​ດົມ​ສົມ​ບູນ​, ເກີບໄມ້ ບິ່ງເຍີມ ຄ່ອຍໆ​ ຢືນ​ຢັນ​ຊື່​ສຽງ​ຂອງ​ຕົນ​ໃນ​ຕະ​ຫຼາດ. ຊາວ​ທ້ອງ​ຖິ່ນ​ ຍັງ​ປັບ​ປຸງ​ຜະ​ລິດ​ຕະ​ພັນ​ ຢ່າງ​ບໍ່​ຢຸດ​ຢັ້ງ ເມື່ອ​ປະ​ສົມປະສານ ​ກັບ​ສິ​ລະ​ປະ ສີຂັດມັນ​ພື້ນ​ເມືອງ ເພື່ອສ້າງເປັນ​ຜະ​ລິດ​ຕະ​ພັນ​ສຳ​ເລັດ​ຮູບ ມີສີສັນ ແລະ ລວດລາຍທີ່​ເປັນຈັບ​ຕາ​ຈັບ​ໃຈ.

ຜະລິດຕະພັນເກີບໄມ້ ບິ່ງເຍີມ ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ ຈາກ​ລູກ​ຄ້າ.

ອາຊີບຜະລິດເກີບໄມ້ ​ຍັງ​ຄົງຕົວ ແລະ ພັດ​ທະ​ນາ ແມ່ນ​ຍ້ອນ​ຄວາມສະດຸ້ງໄວ, ໄຫວພິບ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ ​ຂອງນາຍ​ຊ່າງ​ຫັດ​ຖະ​ກຳ ບິ່ງ​ເຍີມ.

ປະຕິບັດໂດຍ: ທົງຫາຍ - ແປໂດຍ: ບິກລຽນ

top