ຂ່າວສານ

ເກີດມີນ້ຳກ້າມຢູ່ຫຼາຍແຫ່ງໃນເຂດພູດອຍພາກເໜືອ ຫວຽດນາມ

ພາກເໜືອພວມເກີດສະພາບອາກາດໜາວທີ່ສຸດນັບແຕ່ ຕົ້ນລະດູໜາວມາຮອດປັດຈຸບັນ, ເມົາເຊີນໃນແຂວງລ້າງເຊີນ, ຈິນກ໊າຍໃນແຂວງຮ່າຢາງ, ເຟີຍອອັກໃນແຂວງກາວບັ່ງໄດ້ເກີດມີນ້ຳກ້າມແຕ່ຮຸ່ງເຊົ້າວັນທີ 20 ກຸມພາ.

ພາກເໜືອພວມເກີດສະພາບອາກາດໜາວທີ່ສຸດນັບແຕ່ ຕົ້ນລະດູໜາວມາຮອດປັດຈຸບັນ, ເມົາເຊີນໃນແຂວງລ້າງເຊີນ, ຈິນກ໊າຍໃນແຂວງຮ່າຢາງ, ເຟີຍອອັກໃນແຂວງກາວບັ່ງໄດ້ເກີດມີນ້ຳກ້າມແຕ່ຮຸ່ງເຊົ້າວັນທີ 20 ກຸມພາ.

ຕາມສູນພະຍາກອນອຸຕິນິຍົມ ອຸທົກກະສາດແຫ່ງຊາດ, ອາກາດໜາວເທື່ອນີ້ຢູ່ພາກເໜືອ ແມ່ນໜຶ່ງໃນຈຳນວນ 6 ຄັ້ງ ທີ່ມີອຸນຫະພຸມຕ່ຳທີ່ສຸດໃນ 40 ປີມານີ້, ຈອມພູເມົາເຊີນໃນແຂວງ ລ້າງເຊີນ ສູງປະມານ 1500 ແມັດເມື່ອທຽບໃສ່ໜ້ານ້ຳທະເລ, ອຸນຫະພຸມກໍ່ຫຼຸດລົງເປັນລົບອົງສາ, ແຕ່ເວລາ 3 ໂມງຕອນເຊົ້າວັນທີ 20 ກຸມພາ ໄດ້ເກີດມີນ້ຳກ້າມ. ນີ້ແມ່ນຄັ້ງທຳອິດໃນຍາມລະດູໜາວຕໍ່ລະດູບານໃໝ່ 2021 – 2022 ໄດ້ເກີດມີນ້ຳກ້າມຢູ່ຈອມພູນີ້.

ເກີດມີນ້ຳກ້າມຢູ່ຕາມກົກໄມ້ທີ່ຈອມພູເມົາເຊີນເມື່ອຕອນເຊົ້າວັນທີ 20 ກຸມພາ

(ແຫຼ່ງຄັດຈາກ VOV)

 


top