ຂ່າວສານ

ເກາະນົກຍາງຈີລັງນາມ-ສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈແຂກທ່ອງທ່ຽວ

      ດ້ວຍທິວທັດທຳມະຊາດພຽງແຕ່ໜຶ່ງບໍ່ມີສອງ ແລະ ມີນົກຍາງນັບໝື່ນໂຕບິນເຕັມທ້ອງຟ້າໃນຍາມດວງຕາເວັນອອກ ຫຼື ໃນຍາມດວງຕາເວັນຕົກດິນ, ເກາະນົກຍາງຈີລັງນາມ, ທີ່ຕາແສງຈີລັງນາມ, ເມືອງ ແທັງມຽນ, ແຂວງ ຫາຍເຢືອງ ນອນຢູ່ໃນທາມກາງເຂດບ້ານນາແຫ່ງສະຫງົບສຸກ. ບັນດາແຖວກົກໄມ້ໄຜ່ຂຽວອຸ່ມທຸ່ມ, ໄດ້ການເປັນຮັງນົກນາໆຊະນິດ ພ້ອມກັບສະພາບແວດລ້ອມທີ່ຮົກເຮື້ອ, ດູດດື່ມພວມກາຍເປັນສະຖານທີ່ທ່ອງທ່ຽວທີ່ເປັນໜ້າຈັບໃຈຂອງແຂກທ່ອງທ່ຽວທັງຫຼາຍ

ນົກຍາງນັບໝື່ນໂຕບິນເຕັມທ້ອງຟ້າໃນຍາມດວງຕາເວັນອອກ ຫຼື ໃນຍາມດວງຕາເວັນຕົກດິນ 
      ເວລາ 5 ໂມງແລງ ໃຕ້ແສງແດດຍາມຕາເວັນຕົກດິນ, ນົກຍາງແຕ່ລະຝູງນັບພັນໂຕພວມບິນເຈີດໄປເຈີດມາເຕັມທ້ອງຟ້າ, ສຽງນົກຮ້ອງໄດ້ດັງຟົດສະໜັ່ນບົນໜ້າໜອງອານເຢືອງ ທີ່ສະຫງົບງຽບ. ມີນົກຍາງຫຼາຍຊະນິດ    ໄດ້ບິນມາເຕົ້າໂຮມຢູ່ຕາມຕົ້ນໄມ້, ກົກໄມ້ໄຜ່, ອັນໄດ້ສ້າງເປັນທັດຊະນີຍະພາບທີ່ສວຍສົດງົດງາມດັ່ງໃນຝັນ. ນາງ ດັ້ງທູຮ່າ ແຂກທ່ອງທ່ຽວມາຈາກຮ່າໂນ້ຍແບ່ງປັນວ່າ:
“ຂ້າພະເຈົ້າບໍ່ອາດເຊື່ອໄດ້ວ່າ ຢູ່ນີ້ພັດມີນົກຍາງຫຼາຍປານນີ້, ເປັນຄັ້ງທຳອິດທີ່ເຮົາເຫັນວ່າມີນົກຍາງຫຼາຍທີ່ສຸດ ໄດ້ບິນມາເຕົ້າໂຮມຢູ່ນີ້ໃນຕອນແລງເຊັ່ນນີ້. ຢູແຫ່ງນີ້ກໍ່ໄດ້ມີການເຄື່ອນໄຫວພາຍເຮືອທີ່ມ່ວນຊື່ນທີ່ສຸດ, ພວກເຮົາກໍ່ໄດ້ພາຍເຮືອອອກສູ່ກາງໜອງ ເພື່ອຮັບຊົມທິວທັດທຳມະຊາດ ທີ່ສວຍສົດງົດງາມດັ່ງໃນຝັນ”.
 ນາງ ກີມຮີຢຸງ ແຂກທ່ອງທ່ຽວມາຈາກ ສ ເກົາຫຼີ ໃຫ້ຮູ້ວ່າ:
“ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາທ່ອງທ່ຽວຢູ່ເກາະແຫ່ງນີ້, ຂ້າພະເຈົ້າຮູ້ສຶກຄືດັ່ງວ່າ ນົກໃນທົ່ວປະເທດໄດ້ບິນມາເຕົ້າໂຮມຢູ່ແຫ່ງນີ້. ຢູ່ ສ ເກົາຫຼີ ຍັງບໍ່ທັນມີຢູ່ແຫ່ງໃດຄືຢູ່ເກາະແຫ່ງນີ້, ເຮັດໃຫ້ຂ້າພະເຈົ້າວາດພາບເຖິງຄາວເຍົາໄວ, ພຽງແຕ່ມີຢູ່ຫວຽດນາມເທົ່ານັ້ນ ຈຶ່ງມີທິວທັດທຳມະຊາດທີ່ງົດງາມເຊັ່ນນັ້ນ”.
ເກາະນົກຍາງປຽງເໝືອນຂອງຂວັນທີ່ມະຫັດສະຈັນ ໂດຍທຳມະຊາດດົນບັນດານໃຫ້ປະຊາຊົນຢູ່ຕາແສງ ຈີລັງນາມ. ຕາມບັນດານັກວິທະຍາສາດແລ້ວ, ນີ້ແມ່ນເຂດນິເວດທຳມະຊາດທີ່ມີລະດັບຊີວະນາໆພັນໃຫ່ຍທີ່ສຸດ, ໄດ້ຮັບການອະນຸລັກຮັກສາເກືອບເໝືອນເດີມຢູ່ພາກເໜືອ. ດ້ວຍເນື້ອທີ່ກວ່າ 31 ເຮັກຕາ, ລະບົບຊີວະພາບ, ສັດພຶກສາຊາດຢູ່ແຫ່ງນີ້ກໍ່ຍັງມີເຖິງ ກວ່າ 1.700 ຊະນິດ, ໃນນັ້ນມີນົກຍາງປະມານ 2000 ກວ່າໂຕ ພ້ອມກັບນົກຊະນິດຕ່າງໆຢ່າງຫຼວງຫຼາຍ. ປີ 2014, ເກາະນົກຍາງແຫ່ງນີ້ ໄດ້ຮັບການຈັດອັນດັບຈາກກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວຫວຽດນາມ ແມ່ນປູຊະນີຍະສະຖານລະດັບຊາດ ໄດ້ຮັບການບູລະນະປະຕິສັງຂອນ ແລະ ປົກປັກຮັກສາ. ທ່ານ ຫງວຽນດັ້ງຢ໊າມ, ຮອງຫົວໜ້າ ຄະນະປະຈຳຄະນະຄຸ້ມຄອງເຂດປູຊະນີຍະສະຖານລະດັບຊາດເກາະນົກຍາງຈີລັງນາມ ໃຫ້ຮູ້ວ່າ ປະຊາຊົນຢູ່ຕາແສງ ຈີລັງນາມ ແລະ ບັນດາເຂດໃກ້ຄຽງກໍ່ລ້ວນແຕ່ມີສະຕິປົກປັກຮັກສາ ທິວທັດທຳມະຊາດຢູ່ບ້ານເກີດເມືອງນອນຂອງຕົນ. ທ່ານກ່າວວ່າ:
“ເມື່ອພວກຂ້າພະເຈົ້າໄດ້ປຸກລະດົມ, ປະຊາຊົນຕ່າງກໍ່ນຳເອົາໄມ້ໄຜ່, ຕົ້ນໄມ້ຂຽວມາປູກຢູ່ເກາະແຫ່ງນີ້. ທຸກໆຄອບຄົວທີ່ດຳລົງຊີວິດຢູ່ອ້ອມແອ້ມເກາະ ກໍ່ລ້ວນແຕ່ມີຄຳໝັ້ນສັນຍາຮັກສາສິ່ງແວດລ້ອມ, ບໍ່ປ່ອຍທາດເສດເຫຼືອຂີ້ເຫຍື້ອລົງສູ່ໜອງນ້ຳ. ບັນດາພະລະກອນໃນຄະນະຄຸ້ມຄອງ ກໍ່ຕ້ອງມີຄວາມຮັບຜິດຊອບໃນການປູກໄມ້ໄຜ່, ຕັດງ່າໄມ້ເພື່ອໃຫ້ນົກຍາງນຳໄປເຮັດຮັງ       ແລ້ວກໍ່ຕ້ອງປົກປັກຮັກສາຮັງຂອງພວກມັນ. ດັ່ງນັ້ນ ຝູງນົກຍາງໃນປັດຈຸບັນກໍ່ມີນັບມື້ນັບຫຼາຍຂຶ້ນ”.
   ແຂວງ ຫາຍເຢືອງ ພວມເຊັນອະນຸມັດໂຄງການກໍ່ສ້າງພື້ນຖານໂຄງລ່າງເຕັກນິກ ຢູ່ເຂດທ່ອງທ່ຽວ ແລະ ອະນຸລັກຮັກສາຊີວະພາບຢູ່ເກາະນົກຍາງ ຢູ່ແຫ່ງນີ້ກໍ່ພວມດຳເນີນການກໍ່ສ້າງຝັ່ງເຈື່ອນ ເພື່ອຕ້ານສະພາບດິນເຊາະເຈື່ອນ, ໃຫ້ປູກຕົ້ນໄມ້ໄຜ່ ແລະ ຕົ້ນໄມ້ຂຽວອື່ນໆເພື່ອສ້າງທັດຊະນີຍະພາບທີ່ງົດງາມ. ຄາດຄະເນວ່າເຂດທ່ອງທ່ຽວແຫ່ງນີ້ຈະຖືກຍົກລະດັບ, ວາງແຜນຜັງບົນເນື້ອທີ່ດິນ 69 ເຮັກຕາ, ສ້າງໃຫ້ມີບັນດາການບໍລິການທ່ອງທ່ຽວເຂດຊຸມຊົນ ເພື່ອໃຫ້ເກາະນົກຍາງນັບມື້ນັບກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. 
 (ແຫຼ່ງຄັດຈາກ VOV)
 


top