ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

“ເກາະ ໄຂ່ມຸກ” ຝູ໋ກວັກ - ຈຸດນັດພົບ ສັບປະດາຂັ້ນສູງ APEC 2027

ເດືອນ ກັນຍາ, ເຂດພິເສດ ຝູ໋ກວັກ (ແຂວງ ອານຢາງ) ຈະກ້າວເຂົ້າສູ່ ລະດູທະເລທ່ີສວຍງາມ ດ້ວຍແສງແດດອ່ອນໆ, ຟອງນ້ຳທະເລສີຄາມ ແລະ ອາກາດເຢັນສະບາຍ. ຍ້ອນມີ ທັດສະນີຍະພາບ ທຳມະຊາດ ທີ່ໂດດເດັ່ນ ພ້ອມກັບລະບົບ ເຂດພັກຜ່ອນ, ທ່ອງທ່ຽວ, ບັນເທີງ ທີ່ນັບມື້ທັນສະໄໝ, “ເກາະ ຫງອກ” (ເກາະ ໄຂ່ມຸກ) ກຳລັງກຽມໂສມໜ້າໃໝ່ ເພື່ອເປັນ ຈຸດນັດພົບ ຂອງ ສັບປະດາ ຂັ້ນສູງ APEC 2027.

 

ເດືອນ ກັນຍາ, ເຂດພິເສດ ຝູ໋ກວັກ (ແຂວງ ອານຢາງ) ຈະກ້າວເຂົ້າສູ່ ລະດູທະເລທ່ີສວຍງາມ ດ້ວຍແສງແດດອ່ອນໆ, ຟອງນ້ຳທະເລສີຄາມ ແລະ ອາກາດເຢັນສະບາຍ. ຍ້ອນມີ ທັດສະນີຍະພາບ ທຳມະຊາດ ທີ່ໂດດເດັ່ນ ພ້ອມກັບລະບົບ ເຂດພັກຜ່ອນ, ທ່ອງທ່ຽວ, ບັນເທີງ ທີ່ນັບມື້ທັນສະໄໝ, “ເກາະ ຫງອກ” (ເກາະ ໄຂ່ມຸກ) ກຳລັງກຽມໂສມໜ້າໃໝ່ ເພື່ອເປັນ ຈຸດນັດພົບ ຂອງ ສັບປະດາ ຂັ້ນສູງ APEC 2027.

ຝູ໋ກວັກ ໄດ້ຮັບກຽດ ຍົກຍ້ອງ ຈາກ ວາລະສານການທ່ອງທ່ຽວ ທີ່ມີຊື່ສຽງ DestinAsian ຢູ່ອັນດັບທີ 2 ໃນຈໍາ ນວນ 10 ເກາະ ທີ່ສວຍງາມທີ່ສຸດ ຢູ່ ອາຊີ ປີ 2026 ໃນຂອບເຂດລາງວັນ Readers’ Choice Awards ໂດຍຜູ້ອ່ານເປັນຜູ້ຄັດເລືອກ. ພາບ: ເຈືອງຝູ໋ກວັກ

 

ດ້ວຍຄວາມຍາວຊາຍຝັ່ງທະເລ ກວ່າ 150 ກມ, ຝູ໋ກວັກ ມີຊາຍຫາດຫຼາຍແຫ່ງ ທີ່ມີຫາດຊາຍຂາວ, ນ້ຳໃສ ແລະ ທັດສະນີຍະພາບ ທ່ີເປັນເອກະລັກ ຂອງເຂດທະເລຮ້ອນ. ຫາດ ແກມ ແລະ ຫາດ ຊາວ ແມ່ນບັນດາຈຸດໝາຍປາຍທາງ ທີ່ໂດດເດັ່ນ, ໄດ້ຮັບການ ຕີລາຄາສູງຈາກສາກົນ ຫຼາຍຄັ້ງ ກ່ຽວກັບ ຄວາມງາມ. ຄຽງຄູ່ກັບ ຂໍ້ໄດ້ປຽບທາງທຳມະຊາດ, ລະບົບພື້ນຖານ ການພັກແຮມ, ພັກຜ່ອນ, ທ່ອງທ່ຽວ ແລະ ບັນເທີງ ຢູ່ເທິງເກາະ ນັບມື້ນັບໄດ້ຮັບການລົງທຶນ ຕາມທິດທັນສະໄໝ, ສ້າງພື້ນຖານ ເພື່ອໃຫ້ ຝູ໋ກວັກ ຕ້ອນຮັບບັນດາເຫດການ ສາກົນ ຂະໜາດໃຫຍ່.  

ນັກທ່ອງທ່ຽວ ມາຮອດ ຝູ໋ກວັກ ສາມາດຜ່ານປະສົບການຕົວຈິງ ຫຼາຍຢ່າງຄື: ດຳນ້ຳເບິ່ງປະກາລັງ, ຫຼິ້ນກິລາໂຕ້ຄື້ນ, ຄົ້ນຫາບັນດາ ເກາະນ້ອຍ ແລະ ຮັບປະທານ ອາຫານທະເລ. ເມືອງ ຮວ່າງໂຮນ (Sunset Town) ແມ່ນໜຶ່ງ ໃນບັນດາ ຈຸດໝາຍປາຍທາງ ທີ່ໂດດເດັ່ນ ດ້ວຍພື້ນທີ່ ສະຖາປັດຕະຍະກຳ, ບັນເທີງ ແລະ ພາບຕາເວັນຕົກດິນ ເທິງທະເລ. ຢູ່ທີ່ນີ້, ຂົວ ໂຮນ (ຂົວ ຈູບ) ໄດ້ກາຍເປັນຈຸດເດັ່ນ ທີ່ມີລັກສະນະສັນຍະລັກ, ປະກອບສ່ວນ ສ້າງໂສມໜ້າ ການທ່ອງທ່ຽວໃໝ່ ໃຫ້ແກ່ເກາະ.

 

ການສະແດງດົນຕີນ້ຳ ແລະ ສິລະປະ ກາງແຈ້ງ ດ້ວຍຫົວຂໍ້ “ບົດເພງປະສານສຽງ ມະຫາສະໝຸດ” ຂອງ ກຸ່ມບໍລິສັດ Sun Group ຢູ່ ຝູ໋ກວັກ. ພາບ: ເຈືອງຝູ໋ກວັກ
ນັກທ່ອງທ່ຽວ ດຳນ້ຳເບິ່ງປະກາລັງ ຢູ່ ຝູ໋ກວັກ. ພາບ: ເຈືອງຝູ໋ກວັກ
Vinpearl Safari ຝູ໋ກວັກ ແມ່ນສວນສາທາລະນະ ເຄິ່ງທຳມະຊາດ ທີ່ໃຫຍ່ທີ່ສຸດ ຢູ່ ຫວຽດນາມ ດ້ວຍເນື້ອທີ່ 380 ເຮັກຕາ. ຢູ່ທີ່ນີ້ ມີສັດ ຊະນິດຕ່າງໆ ກວ່າ 3.000 ໂຕ ຈາກທົ່ວທຸກ ມຸມໂລກ. ພາບ: VNA

 

ໃນເສັ້ນທາງຄົ້ນຫາ ໝູ່ເກາະ ອານເຖີ໋ຍ, ຮ່ອນເທີມ ແມ່ນຈຸດໝາຍປາຍທາງທີ່ໜ້າສົນໃຈ. ແມ່ນເກາະທີ່ໃຫຍ່ທີ່ສຸດ ໃນໝູ່ເກາະ, ຮ່ອນເທີມ ໄດ້ພັດທະນາ ກິດຈະກຳທ່ອງທ່ຽວ, ບັນເທີງ ແລະ ພັກຜ່ອນຫຼາຍຢ່າງ. ສາຍກະເຊົ້າລອຍຟ້າ ຂ້າມທະເລ ທີ່ມີຄວາມຍາວ 7.899,9 ມ ນຳນັກທ່ອງທ່ຽວ ເບິ່ງທັດສະນີຍະພາບ ເກາະທະເລ ຈາກມຸມສູງ, ພ້ອມກັບ ບັນດາ ການເຄື່ອນໄຫວບັນເທີງ ທີ່ມີຫຼາຍກິດຈະກຳໃຕ້ນ້ຳ ແລະ ເກມບັນເທີງ.  

ຄວາມດຶງດູດ ຂອງ ຝູ໋ກວັກ ນັບມື້ນັບໄດ້ຮັບການບັນທຶກ ຢູ່ເທິງ ແຜນທີ່ການທ່ອງທ່ຽວສາກົນ. ຢູ່ World Travel Awards 2025, ຝູ໋ກວັກ ຍາດໄດ້ 5 ລາງວັນ, ໃນນັ້ນ ມີ 4 ຄັ້ງຕິດຕໍ່ກັນ ທີ່ໄດ້ຮັບການຍົກຍ້ອງແມ່ນ “ຈຸດນັດພົບ ເກາະທະເລທຳມະຊາດ ອັນດັບຕົ້ນໆ ຂອງໂລກ”. ປີ 2026, ເກາະ ສືບຕໍ່ຢູ່ໃນ ຕາຕະລາງ ຈັດອັນດັບເກາະ ສຳລັບພັກຜ່ອນ ບັນເທີງໃຈ 10 ແຫ່່ງ ທີ່ໂດດເດັ່ນ ໃນ Island Hot List 2026 ໂດຍ Expedia  (ບໍລິສັດເຕັກໂນໂລຊີ ການທ່ອງທ່ຽວອອນລາຍຂະໜາດໃຫຍ່ ຂອງ ສ ອາເມລິກາ) ປະກາດ.  

ບັນດາຂໍ້ໄດ້ປຽບດ້ານທຳມະຊາດ, ການບໍລິການ ແລະ ທີ່ຕັ້ງການ ທ່ອງທ່ຽວສາກົນ ກຳລັງໄດ້ຮັບການປັບປຸງ ດ້ວຍບາດກ້າວ ກຽມພ້ອມໃໝ່: ຝູ໋ກວັກ ໄດ້ຮັບການເລືອກ ໃຫ້ເປັນສະຖານທີ່ ຈັດຕັ້ງ ສັບປະດາຂັ້ນສູງ APEC 2027. ເຫດການ ໄດ້ຮັບຄວາມມຸ່ງຫວັງ ເຮັດໃຫ້ເກາະ ກາຍເປັນສະຖານທີ່ພົບປະ, ເຈລະຈາ ແລະ ເຊື່ອມໂຍງ ຂອງບັນດາຜູ້ນຳ, ຜູ້ແທນ ແລະ ແຂກສາກົນ, ທັງເປີດໂອກາດ ໃນການໂຄສະນາພາບພົດ ຫວຽດນາມ ແລະ ຝູ໋ກວັກ ສູ່ເພື່ອນມິດສາກົນ.

 

ໂຄງການຂະຫຍາຍ ສະໜາມບິນສາກົນ ຝູ໋ກວັກ ກຳລັງ ກ້າວເຂົ້າສູ່ ໄລຍະກໍ່ສ້າງ ຢ່າງເຄັ່ງຮ້ອນ, ດ້ວຍ ອາຄານ T2, ເສັ້ນທາງຂຶ້ນ-ລົງຍົນ ເລກ 2 ແລະ ເຂດຮັບໃຊ້ ຍົນພິເສດ ໄດ້ຮັບການ ເລັ່ງຄວາມຄືບໜ້າ ພ້ອມກັນ ເພື່ອກຽມພ້ອມໃຫ້ແກ່ APEC 2027. ພາບ: VNA
ກິດຈະການກໍ່ສ້າງ ຫໍສະແດງ ອະເນກປະສົງ ຂຶ້ນກັບ ກຸ່ມໂຄງການ ສູນປະຊຸມ APEC ຢູ່ ເຂດພິເສດ ຝູ໋ກວັກ ກຳລັງໄດ້ຮັບ ການສ້າງສຳເລັດຢ່າງໄວ. ພາບ: ເຈືອງຝູ໋ກວັກ
 

ເພື່ອກຽມພ້ອມໃຫ້ແກ່ເຫດການດັ່ງກ່າວ, ຝູ໋ກວັກ ກຳລັງຈັດຕັ້ງ ຜັນຂະຫຍາຍຫຼາຍ ໂຄງການ ພື້ນຖານໂຄງລ່າງ ຂະໜາດໃຫຍ່, ລວມມີ: ສະໜາມບິນ, ທ່າກຳປັ່ນທ່ອງທ່ຽວ ອານເຖີ໋ຍ, ສູນກອງປະຊຸມ, ບັນດາເສັ້ນທາງການຄົມມະນາຄົມ ຍຸດທະສາດ ແລະ ລະບົບການຄົມມະນາຄົມ ສາທາລະນະ. ບັນດາ ກິດຈະການເຫຼົ່ານີ້ ມຸ່ງສູ່ການສ້າງລະບົບ ພື້ນຖານໂຄງລ່າງ ທີ່ຄົບຊຸດ, ທັນສະໄໝ, ຕອບສະໜອງຄວາມຕ້ອງການ ຈັດຕັ້ງ ເຫດການສາກົນ ແລະ ຮັບໃຊ້ການຂະຫຍາຍຕົວໄລຍະຍາວ ຂອງເກາະ.

ການສະແດງ ຍິງບັ້ງໄຟດອກສິລະປະ ໃນແຕ່ລະຄືນ ຢູ່ ເມືອງ ຮວ່າງໂຮນ ຝູ໋ກວັກ ໄດ້ກາຍເປັນ ຜະລິດຕະພັນການ ທ່ອງທ່ຽວ ທີ່ເປັນເອກະລັກ ຂອງທ້ອງຖິ່ນ. ການເຄື່ອນໄຫວນີ້ ແມ່ນສ່ວນໜຶ່ງ ຂອງໂຊການສະແດງ ທ່ີຫຼາກຫຼາຍຮູບແບບ “ຮອຍຈູບ ຂອງທະເລ” ໂດຍກຸ່ມບໍລິສັດ Sun Group ລົງທຶນ. ພາບ: ເຈືອງຝູ໋ກວັກ

ຈາກຈຸດພັກຜ່ອນທະເລ ເຂດຮ້ອນ, ຝູ໋ກວັກ ກຳລັງຫັນປ່ຽນ ກາຍເປັນຈຸດນັດໝາຍ ທີ່ມີຄວາມສາມາດ ຕ້ອນຮັບບັນດາ ເຫດການສາກົນ ທ່ີມີຂອບຂະໜາດໃຫຍ່. ດ້ວຍທັດສະນີຍະພາບ ທຳມະຊາດ ທີ່ໂດດເດັ່ນ, ການບໍລິການທ່ອງທ່ຽວ ນັບມື້ນັບ ສົມບູນແບບ ແລະ ພື້ນຖານໂຄງລ່າງ ກຳລັງໄດ້ຮັບການລົງທຶນ ຢ່າງແຂງແຮງ, “ເກາະ ໄຂມຸກ” ກຳລັງກຽມພ້ອມ ໃຫ້ແກ່ບົດບາດ ເປັນຈຸດນັດໝາຍ ຂອງ ສັບປະດາຂັ້ນສູງ APEC 2027 ແລະ ໂອກາດແນະນຳ ປະເທດ ຫວຽດນາມ ທີ່ຂະຫຍັນຂັນເຄື່ອນ ແລະ ເຊື່ອມໂຍງກັບໂລກ.

  • ບົດ: ເຊີນເຫງ໊ຍ - ພາບ: ເຈືອງຝູ໋ກວັກ, VNA

top