ເກາະຕ່ວນເຈົາ ຫ່າງຈາກໃຈກາງນະຄອນ ຮ້າລອງ ປະມານ 2 ກມ, ໂດຍມີເນື້ອທີ່ເຖິງ 400 ເຮັກຕາ. ຍ້ອນມີເງື່ອນໄຂສະດວກ ທັງທາງນ້ຳ ແລະ ທາງບົກ, ການເດີນທາງໄປຍັງເກາະ ແມ່ນສະດວກສະ ບາຍ. ສະຖານທີ່ແຫ່ງນີ້ ຖືເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວ ທີ່ສຳຄັນ ຂອງ ນະຄອນ ແຄມທະເລ ຮ້າລອງ, ແຂວງ ກວາງນິງ.
ເກາະຕ່ວນເຈົາ ຫ່າງຈາກໃຈກາງນະຄອນ ຮ້າລອງ ປະມານ 2 ກມ, ໂດຍມີເນື້ອທີ່ເຖິງ 400 ເຮັກຕາ. ຍ້ອນມີເງື່ອນໄຂສະດວກ ທັງທາງນ້ຳ ແລະ ທາງບົກ, ການເດີນທາງໄປຍັງເກາະ ແມ່ນສະດວກສະ ບາຍ. ສະຖານທີ່ແຫ່ງນີ້ ຖືເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວ ທີ່ສຳຄັນ ຂອງ ນະຄອນ ແຄມທະເລ ຮ້າລອງ, ແຂວງ ກວາງນິງ.
ຫ່າງຈາກໃຈກາງ ນະຄອນ ຮ້າລອງ ປະມານ 2 ກມ, ເຂດທ່ອງທ່ຽວສາກົນ ຕ່ວນເຈົາ (ນະຄອນ ຮ້າລອງ) ມີຝ່ັງທະເລ ທີ່ຍາວຢຽດ ຊຶ່ງ ດຶງດູດນັກທ່ອງທ່ຽວ ເປັນຈຳນວນຫຼວງຫຼາຍ.
ທໍາມະຊາດໄດ້ ໂປດປານ ໃຫ້ເຂດດິນບໍ່ແຮ່ ກວາງນິງ ທັດສະນີຍະ ພາບຫຼາຍແຫ່ງທີ່ສວຍງາມ. ໃນບັນດາທິວທັດ ທີ່ມີຊື່ສຽງເຫຼົ່ານີ້ ກໍ ຕ້ອງກ່າວເຖິງ ຕ່ວນເຈົາ ຊຶ່ງໄດ້ປຽບເໝືອນ ເກາະໄຂ່ມຸກ ກັບຫາດ ຊາຍຂາວນຽນ ທ່ີທອດຍາວ ແລະ ນໍ້າທະເລ ໃສສະອາດ. ໃນເມື່ອກ່ອນ, ຕ່ວນເຈົາ ເປັນເກາະແຍກຕ່າງຫາກ, ແຕ່ປັດຈຸບັນ ໄດ້ສ້າງເສັ້ນ ທາງເຊື່ອມຕໍ່ແລ້ວ.
ເຖິງວ່າ ເປັນທະເລທຽມ ກໍ່ຕາມ, ແຕ່ ຕ່ວນເຈົາ ບໍ່ເຄີຍສູນເສຍຄວາມດຶງດູດຕໍ່ນັກທ່ອງທ່ຽວ ຢູ່ພາຍໃນ ແລະຕ່າງປະເທດ. ເປັນ ຊາຍຫາດ ທີ່ມີຫາດ ຊາຍຂາວ ນຸ້ມ, ເໝາະສຳລັບນັກທ່ອງທ່ຽວ ໃນ ການຫຼິ້ນສະໜຸກສະໜານ ແລະ ເຂົ້າຮ່ວມ ກິດຈະກຳຕ່າງໆ ຢູ່ເທິງ ທະເລ. ຍິ່ງກວ່ານັ້ນ, ນັກທ່ອງທ່ຽວທີ່ມາຍັງ ຮ້າລອງ ຈະມີຄວາມປະ ທັບໃຈ ຕໍ່ເສັ້ນທາງຍາວ 2 ກມ ທີ່ເຊື່ອມຕໍ່ເກາະ ແລະ ດິນຕໍ່ແຜ່ນ.
ຕ່່ວນເຈົາ ກຳລັງ ເປັນຈຸດນັດໝາຍ ທີ່ໜ້າສົນໃຈ ສຳລັບນັກທ່ອງທ່ຽວ ຫຼາຍຄົນ ເມື່ອມາຍັງ ຮ້າລອງ. ຖ້າໄປຕາມທາງດ່ວນ, ຕ່ວນ ເຈົາ ຫ່າງຈາກ ຮ່າໂນ້ຍ 120 ກມ. ນີ້ແມ່ນແດນສະຫວັນ ແຫ່ງການ ພັກຜ່ອນ ກັບ ຣີສອດ ລະດັບ 5 ດາວ ແລະ ໂຮງແຮມ ຊັ້ນນຳຫຼາຍ ແຫ່ງ. ພິເສດ, ຢູ່ທີ່ນີ້ມີ ທ່າກຳປັ່ນທ່ອງທ່ຽວໃຫຍ່ທີ່ສຸດ ອາຊີຕາເວັນອອກສ່ຽງໃຕ້, ມີສະຖານທ່ີບັນເທີງຂະໜາດໃຫຍ່. ທີ່ນີ້ຍັງເປັນຈຸດເລີ່ມຕົ້ນ ຂອງ ການເດີນກໍາປັ່ນ ທັງໝົດ ເພື່ອສຳຫຼວດອ່າວ ຮ້າລອງ.
ສະຖານທີ່ໜຶ່ງ ທີ່ບໍ່ຄວນພາດເມື່ອມາເຖິງ ຕ່ວນເຈົາ ແມ່ນເຂດ ສະ ຖານບັນເທີງ, ຢູ່ທ່ີນີ້ມີເກມການຫຼິ້ນ ສະໜຸກ ທັງວັນ ຫຼາຍຢ່າງບໍ່ມີ ເບື່ອ. ສະຖານທ່ີຫຼິ້ນກາງແຈ້ງ ມີພື້ນທ່ີເຖິງ 5 ເຮັກຕາ ຊຶ່ງໄດ້ສ້າງ ຈໍາລອງສິ່ງມະຫັດສະຈັນ ຂອງ ໂລກ. ນອກຈາກນີ້, ເມື່ອມາເຖິງ ຕ່ວນເຈົາ ນັກທ່ອງທ່ຽວບໍ່ຄວນພາດຊົມ ການສະແດງກາຍຍະສິນ ຂອງ ປາໂລມາ, ສິງໂຕທະເລ, ແມວນໍ້າ ຊຶ່ງເປັນກິດຈະກໍາ ທ່ີນັກ ທ່ອງທ່ຽວ ນິຍົມ, ໂດຍສະເພາະແມ່ນເດັກໆ.
ສໍາລັບຜູ້ທີ່ມັກຜະຈົນໄພ ກໍສາມາດທົດສອບ ກັບການຫຼິ້ນ ກິລາ ທາງນໍ້າ ເຊັ່ນ ກະດານໂຕ້ຄື້ນ, ຂີ່ແຈ໋ສກີ, ພາຍເຮືອກາຍັກ, ກາໂນ ດຶງຈ້ອງ ແລະ ອື່ນໆ.
ເຂົ້າໄປຂ້າງໃນແມ່ນຄຸ້ມຖະໜົນອາຫານການກິນ ຊຶ່ງມີອາຫານ ທີ່ ຫຼາກຫຼາຍ, ລວມທັງອາຫານ ເອີຣົບ ແລະ ອາຊີ ກັບບັນດາຮ້ານ ອາ ຫານ ທີ່ໄດ້ຮັບການອອກແບບ ຕາມສະຖາປັດຕະຍະກຳ ພະລາຊະ ວັງໂດຍສະເພາະ. ເມື່ອເຂົ້າເຖິງເຂດໃຈກາງ, ທ່ານຈະຮູ້ສຶກຕື່ນເຕັ້ນ ກັບບັນດາກິດຈະກໍາບັນເທີງ ທ່ີທັນສະໄໝ ແລະ ເປັນເອກະລັກ ຢູ່ ທ່ີນີ້.
ເວລາທີ່ດີທີ່ສຸດ ເພື່ອມາທ່ຽວຊົມ ເກາະ ຕ່ວນເຈົາ, ອ່າວ ຮ້າລອງ ແມ່ນເລີ່ມແຕ່ ຕົ້ນເດືອນ ພຶດສະພາ ຫາທ້າຍ ເດືອນກັນຍາ, ໃນ ຊ່ວງເວລານີ້ ອາກາດຈະເຢັນສະບາຍ ເໝາະແກ່ການທໍາ ກິດຈະກໍາ ຕ່າງໆ ເຊັ່ນ: ການທ່ຽວຊົມທີວທັດ, ພັກຜ່ອນຕາມຫາດຊາຍ, ນີ້ກໍ່ ເປັນຊ່ວງ ເວລາ ເດີນທາງແບບປະຫຍັດ ເພື່ອທ່ຽວຊົມ ຕ່ວນເຈົາ.
ຕັ້ງຢູ່ຕິດກັບອ່າວ ຮ້າລອງ, ຕ່ວນເຈົາ ແມ່ນຈຸດເລີ່ມຕົ້ນທີ່ດີ ສຳລັບ ການສຳຫຼວດ ຮ້າລອງ ພາຍໃນວັນຂອງທ່ານ, ແຕ່ບໍ່ແມ່ນຕາມ ແບບດັ້ງເດີມ, ຫາກແມ່ນການຊົມພາບທັງໝົດ ຂອງເກາະຫີນ ປູນ ນັບຫຼາຍພັນໜ່ວຍ ທີ່ມີຄວາມງາມຫຼາກຫຼາຍ ຈາກກຳປັ່ນທ່ອງທ່ຽວ. ກຳປັ່ນທ່ອງທ່ຽວ ນັບຫຼາຍສິບລໍາ ທີ່ມີເຄື່ອງເຟີນີເຈີ ຄົບຊຸດ ລະດັບ ຊັ້ນນຳ ພ້ອມແລ້ວທີ່ຈະພາ ທ່ານອອກສູ່ທະເລ. ຕື່ນເຊົ້າເທິງກຳ ປັ່ນ ທ່ອງທ່ຽວ ທີ່ກຳລັງ ລອຍລ່ອງ ເທິງໜ້ານ້ຳທະເລ, ລໍຖ້າດວງຕາ ເວັນ ຂຶ້ນ ແລະ ອີ່ມທ້ອງດ້ວຍບັນດາເຍື່ອງ ອາຫານທະເລ ທີ່ສົດແຊບ... ແມ່ນປະສົບການຕົວຈິງທີ່ຕ້ອງໄດ້ທົດລອງຈັກຄັ້ງ ໜຶ່ງໃນຊີວິດ.
ຈາກ ຕ່ວນເຈົາ, ນັກທ່ອງທ່ຽວສາມາດ ໄປຍັງຈຸດ ຂີ່ເຮືອ ກາຍັກ ຢູ່ອ່າວ ຮ້າລອງ.
ຈາກສະຖານີລົດເມ ໝີ໊ດິ່ງ ໄປຍັງເກາະ ຕ່ວນເຈົາ ຮ້າລອງ ໂດຍ ທາງດ່ວນ ຮ່າໂນ້ຍ - ກວາງນິງ, ໃຊ້ເວລາພຽງແຕ່ 2,5 ຊົ່ວໂມງເທົ່າ ນັ້ນ. ມີຫຼາຍບໍລິສັດ ລົດໃຫຍ່ limousine, vip ດ້ວຍລາຄາປີ້ແຕ່ 180.000 ດົ່ງ ຫາ 250. 000 ດົ່ງ (ປະມານ 8 – 10 ໂດລາ ສະຫະ ລັດ). ຈາກຖະໜົນໃຫຍ່ໄປເຖິງເກາະ, ວິທີການຂົນສົ່ງທີ່ປອດໄພທີ່ສຸດ ແມ່ນລົດ ແທັກຊີ, ພຽງແຕ່ເສຍເງິນ ສອງ-ສາມ ໝື່ນດົ່ງ ທ່ານກໍສາມາດ ມາຍັງເກາະທີ່ສວຍງາມ ນີ້ ຂອງ ອ່າວ ຮ້າລອງ.
ຖ້າເດີນທາງ ຈາກນະຄອນໂຮ່ຈິີມິນ ທາງຍົນ, ທ່ານສາມາດລົງ ຈອດ ທີ່ສະໜາມບິນ ກາດບີ (ແຂວງ ຫາຍຟ່ອງ) ຫຼື ສະໜາມ ບິນ ເວິນໂດ່ນ (ແຂວງ ກວາງນິງ), ຫຼັງຈາກນັ້ນໃຊ້ ລົດແທັກຊີ ຫຼື ລົດເມຕາມເສັ້ນທາງດ່ວນ ຮ້າລອງ - ຕ່ວນເຈົາ.
ເສັ້ນທາງດ່ວນ ກາດບີ - ຮ້າລອງ ມີຄວາມຍາວປະມານ 25 ກມ, ໃຊ້ເວລາເດີນທາງ ປະມານ 30 ນາທີ.
ເສັ້ນທາງດ່ວນ ເວິນໂດ່ນ -ຮ້າລອງ ມີຄວາມຍາວ ປະມານ 50 ກມ, ໃຊ້ເວລາໃນການເດີນທາງ ປະມານ 1 ຊົ່ວໂມງ.
ບົດ: ວີຖາວ - ພາບ: ກົງດາດ - ແປໂດຍ: ບິກລຽນ