ຂ່າວສານ

ຮ່ຳຮຽນ, ປະຕິບັດຕາມແບບຢ່າງໂຮ່ຈີມິນເພື່ອຮັບໃຊ້ປະເທດຊາດ ແລະ ປະຊາຊົນ

      ລາຍການພົບປະແລກປ່ຽນສະແດງສິລະປະດ້ວຍຫົວຂໍ້ ໂຮ່ຈີມິນ - ເສັ້ນທາງແຫ່ງຄວາມຄາດຫວັງ 2020”, ໂດຍຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 12 ພຶດສະພາ, ຢູ່ຮ່າໂນ້ຍ. ລາຍການແມ່ນເພື່ອແນໃສ່ຍ້ອງຍໍຊົມເຊີຍບັນດາແບບຢ່າງທີ່ດີເດັ່ນໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກກ່າວຄຳເຫັນທີ່ລາຍການ (ພາບ: VGP)
      ກ່າວຄຳເຫັນທີ່ລາຍການ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກຢັ້ງຢືນວ່າ: ປະທານໂຮ່ຈີມິນເປັນແບບຢ່າງທີ່ດີເດັ່ນກ່ຽວກັບຄຸນສົມບັດປະຕິວັດ, ຮັບໃຊ້ປະເທດຊາດ ແລະ ປະຊາຊົນຢ່າງສຸດຈິດສຸດໃຈ. ເພິ່ມຍັງເປັນຕົວແທນຂອງຈິດໃຈແຫ່ງຄວາມເມດຕາປານີຂອງ ຊົນຊາດ ຫວຽດນາມ, ເປັນສັນຍາລັກຂອງຄຸນສົມບັດກອມມູນິດອັນສູງສົ່ງ ແລະ ປອດໃສຂາວສະອາດ.
        ທ່ານນາຍົກລັດຖະມົນຕີ ຕີລາຄາວ່າ, ໃນໄລຍະທີ່ຜ່ານມາ, ການຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນໄດ້ຕິດພັນກັບການສ້າງສາ, ປັບປຸງພັກ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ. ຈາກຂະບວນການນີ້ໄດ້ປະກົດອອກບັນດາ ຈຸດໂດດເດັ່ນ, ແບບຢ່າງທີ່ດີເດັ່ນ, ຮູບແບບໃໝ່, ວິທີການປະຕິບັດຢ່າງມີຫົວຄິດປະດິດສ້າງ, ສ້າງເປັນກຳລັງແຮງແຜ່ຂະຫຍາຍ, ທະວີຄູນໃນສັງຄົມ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະ ປົກປ້ອງພື້ນຖານດ້ານແນວຄິດ, ວັດທະນະທຳ, ຄຸນສົມບັດຂອງພັກ, ພ້ອມທັງເປັນການຕໍ່ກຳລັງແຮງ, ລະດົມກຳລັງໃຈປະຊາຊົນທຸກຖ້ວນວັນໜ້າສູ້ຊົນປະຕິບັດເປົ້າໝາຍເອກະລາດຊົນຊາດຕິດພັນກັບສັງຄົມນິຍົມໄດ້ຢ່າງມີໄຊ. ທ່ານກ່າວວ່າ:
            ໃນການພົບປະແລກປ່ຽນນີ້, ພວກເຮົາຮູ້ສຶກ ຕື້ນຕັນໃຈເມື່ອໄດ້ພົບປະກັບບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີຄວາມມານະພະຍາຍາມ, ບືນຕົວຂຶ້ນ, ຜ່ານການທົດສອບ ແລະ ອຸທິດຕົນຈົນສຸດຄວາມສາມາດເພື່ອປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນຜົນສຳເລັດລວມຂອງປະເທດຊາດ, ໃນນັ້ນມີບັນດາທ່ານໝໍທີ່ອົງອາດກ້າແກ່ນຢູ່ແນວຮົບປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃນໄລຍະທີ່ຜ່ານມາ.
 (ແຫຼ່ງຄັດຈາກ VOV)


top