ຂ່າວສານ

ຮ່າ​ໂນ້ຍ ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ການ​ຫັ​ນ​ເປັນ​ດີ​ຈີ​ຕອນ

ຮ່າໂນ້ຍ ແມ່ນໜຶ່ງໃນບັນດາທ້ອງຖິ່ນນຳໜ້າໃນການຫັນເປັນດີຈີຕອນ, ປະຕິຮູບລະບຽບການບໍລິຫານ. ນະຄອນ ໄດ້ສ້າງຕັ້ງ ແລະ ນຳເຂົ້າເຄື່ອນໄຫວໜ່ວຍງານຫັນເປັນດີຈີຕອນຊຸມຊົນກ່ວາ 5.000 ແຫ່ງ, ດ້ວຍສະມາຊິກຂັ້ນຮາກຖານປະມານ 30.000 ຄົນ. ພິເສດ, ເມື່ອຮູບແບບອຳນາດການປົກຄອງສອງຂັ້ນໄດ້ຮັບການຜັນຂະຫຍາຍ, ວຽກງານຫັນເປັນດີຈີຕອນ ນັບມື້ນັບໄດ້ຮັບຄວາມສົນໃຈຈາກ ຮ່າໂນ້ຍ, ໃນນັ້ນມີ ບັ້ນ “45 ວັນ ແລະ ຄືນ ໜູນຊ່ວຍການເຄື່ອນໄຫວຫັນເປັນດີຈີຕອນຢູ່ບັນດາຕາແສງ ໃນໄລຍະຕົ້ນຂອງການເຄື່ອນໄຫວ”.
ປະຊາຊົນປະຕິບັດລະບຽບການບໍລິຫານ ຢູ່ຕາແສງ ແທັງຈີ (ພາບ: VOV)

ການບໍລິຫານພາກລັດບັນລຸໄດ້ບັນດາບາດກ້າວໃໝ່. ການສົມທົບລະຫວ່າງເຕັກໂນໂລຢີ ແລະ ລະບຽບການບໍລິຫານໄດ້ເຊື່ອມຕໍ່ກັບ ແອັບ (App) ຊ່ວຍໃຫ້ຂ້າພະເຈົ້າສາມາດເອົາລຳດັບຄິວຢູ່ເຮືອນເລີຍ ແລະ ຕິດຕາມລຳດັບຂອງຕົນໄດ້ວ່າຮອດໃສແລ້ວ. ສ່ວນຕົວຂ້າພະເຈົ້າ ແລະ ປະຊາຊົນປະຕິບັດລະບຽບການບໍລິຫານໄດ້ໂດຍໄວ ແລະ ບໍ່ຕ້ອງລຽນແຖວຖ້າ. ນອກຈາກນັ້ນ, ຂ້າພະເຈົ້າເຫັນວ່າ ໃນແອັບກໍ່ມີປະໂຫຍດ ຍ້ອນວ່າມີການແບ່ງຂັ້ນບຸລິມະສິດໃຫ້ແກ່ຜູ້ມີອາຍຸສູງ, ຄົນພິການ ແລະ ຊາວຊົນເຜົ່າສ່ວນໜ້ອຍ.

ນີ້ແມ່ນການແບ່ງປັນຂອງທ່ານນາງ ກູ່ແທັງງ່າ, ອາໄສຢູ່ຕາແສງ ແທັງຈີ່ ເມື່ອໄປເຮັດລະບຽບການບໍລິຫານຢູ່ຫົວໜ່ວຍບໍລິຫານຂັ້ນຕາແສງໃໝ່ໃນວັນທີ 30 ກໍລະກົດ ຜ່ານມາ.

ການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ ໄດ້ຮັບຖືວ່າແມ່ນຂໍ້ກູນແຈໃນການນຳເຂົ້າເຄື່ອນໄຫວຮູບແບບອຳນາດການປົກຄອງສອງຂັ້ນຢ່າງມີປະສິດທິຜົນ, ເພື່ອອຳນາດການປົກຄອງຫຍັບເຂົ້າໃກ້ກັບປະຊາຊົນຢ່າງແທ້ຈິງ, ມີການເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບ. ຍ້ອນການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນນັ້ນ ວຽກງານແກ້ໄຂລະບຽບການບໍລິຫານໃຫ້ແກ່ປະຊາຊົນ ແລະ ວິສາຫະກິດໄດ້ຮັບການປະຕິບັດໂດຍໄວ, ທັນການ. ທ່ານ ລາວັນຮຸຍ ປະທານຄະນະກຳມະການປະຊາຊົນ ຕາແສງ ແທັງຈີ່ ຢັ້ງຢືນວ່າ:

ຫວ່າງແລ້ວນີ້ ນະຄອນມີຄຳສັ່ງເລກທີ 11 ອອກໃນວັນທີ 24 ກໍລະກົດວ່າດ້ວຍການຜັນຂະຫຍາຍບັ້ນ 45 ວັນ ແລະ ຄືນ ອອກເຄື່ອນທັບໜູນຊ່ວຍການເຄື່ອນໄຫວຫັນເປັນດີຈີຕອນຢູ່ບັນດາຕາແສງ ໃນໄລຍະຕົ້ນຂອງການເຄື່ອນໄຫວຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ. ແຕ່ລະວຽກງານຂອງພະນັກງານ, ລັດຖະກອນລ້ວນແຕ່ມີ AI ໜູນຊ່ວຍ. ບັນດາສະຖານທີ່ຮັບໃຊ້ການບໍລິຫານພາກລັດ ຕ້ອງໜູນຊ່ວຍປະຊາຊົນເມື່ອມີຫຼາຍຄົນຍັງບໍ່ທັນຮູ້ການຮັກສາຄວາມລັບຂອງບັນຊີ. ພວກຂ້າພະເຈົ້າກໍ່ມີໜ່ວຍປະຕິກິຍາໄວ, ຜັນຂະຫຍາຍບັນດາຄວາມຮຽກຮ້ອງຕ້ອງການໂດຍໄວ ແລະ ຖ້າມີເງື່ອນໄຂພໍ ກໍ່ຈະຜັນຂະຫຍາຍໄປຍັງບັນດາຄອບຄົວໂດຍກົງ. ປັດຈຸບັນ, ພວກຂ້າພະເຈົ້າກໍ່ມອບໃຫ້ສອງໜ່ວຍ ປະຕິບັດການຜັນຂະຫຍາຍໄປເຖິງປະຊາຊົນໂດຍກົງ.

ດ້ວຍທິດນຳ ການຮັບໃຊ້ປະຊາຊົນ ແລະ ວິສາຫະກິດໃຫ້ນັບມື້ນັບດີຂຶ້ນ, ນັບແຕ່ທ້າຍເດືອນກໍລະກົດ 2025, ນະຄອນໄດ້ຜັນຂະຫຍາຍ ບັ້ນ “45 ວັນ ແລະ ຄືນ ໜູນຊ່ວຍການເຄື່ອນໄຫວຫັນເປັນດີຈີຕອນຢູ່ບັນດາຕາແສງໃນໄລຍະຕົ້ນຂອງການປະຕິບັດຮູບແບບອຳນາດການປົກຄອງສອງຂັ້ນ”. ພະນັກງານ, ລັດຖະກອນຕາແສງ ໄດ້ຝືກອົບຮົບຫຼາຍເນື້ອໃນທີ່ກ່ຽວຂ້ອງເຖິງການປະຕິບັດລະບຽບການບໍລິຫານເຊື່ອມຕໍ່ ປະກອບສ່ວນຍົກສູງຄວາມສາມາດໃນການນຳໃຊ້ລະບົບການບໍລິການພາກລັດແບບທາງໄກ. ບັນດາຕາແສງ ກໍ່ສ້າງກົນໄກໜູນຊ່ວຍຢ່າງມີປະສິດທິຜົນຄື ລະບົບໜູນຊ່ວຍ 24/24, ບັນດາກຸ່ມ Zoom ຄົງທີ່ຢູ່ຕາມເຂດ. ທ່ານ ເວື່ອງຕຽນກວ່ຽນ, ພະນັກງານຮັບສົ່ງເອກະສານ ສະຖານທີ່ຮັບໃຊ້ການບໍລິຫານພາກລັດ ຕາແສງ ງອກໂຮ່ຍ ໃຫ້ຮູ້ວ່າ:

ປັດຈຸບັນ, ພະນັກງານວິຊາການ ແລະ ບັນດາການນຳຕາແສງ ກໍ່ເຄີຍຊອກຮູ້ກ່ຽວກັບເອກະສານເພື່ອໝູນໃຊ້ ແລະ ນຳໃຊ້ແອັບຢ່າງມີປະສິດທິຜົນທີ່ສຸດ. ເພື່ອແກ້ໄຂທຸກລະບຽບການບໍລິຫານພາກລັດ  ແມ່ນຕ້ອງເຮັດທັງເວັນ ແລະ ຄືນ ຈຶ່ງຈະສາມາດສົ່ງຜົນຂອງວຽກງານໃຫ້ຖືກຕາມເວລາກຳນົດໄດ້.

ໄປຄຽງຄູ່ກັບຄວາມເອົາໃຈໃສ່ເປັນພິເສດເຖິງການຍົກສູງຄວາມສາມາດຖັນແຖວພະນັກງານການຫັນເປັນດີຈີຕອນໃນກົງຈັກບໍລິຫານ, ບັນດາຕາແສງ ກໍ່ປປະກອບພາຫະນະອຸປະກອນ, ພື້ນຖານໂຄງລ່າງອິນເຕີເນັດ ຢູ່ບັນດາສູນຮັບໃຊ້ການປະຕິບັດລະບຽບການບໍລິຫານພາກລັດ, ຍົກລະດັບຄວາມໄວຂອງກາບສາຍສົ່ງ ຈາກນະຄອນໄປຍັງຂັ້ນຕາແສງ, ສ້າງໂຄງປະກອບ, ສະໜອງບັນຊີນຳໃຊ້ໃຫ້ແກ່ພະນັກງານ, ລັດຖະກອນໃນບັນດາລະບົບນຳໃຊ້ລວມ. ທ່ານ ຟ້າມວັນຕິ່ງ, ຮອງຫົວໜ້າຫ້ອງການລົງທະບຽນທີ່ດິນ ຮ່າໂນ້ຍ ໃຫ້ຮູ້ວ່າ:

ກ່ຽວກັບພື້ນຖານເຕັກນິກ, ກາບສາຍສົ່ງ ແລະ ບັນດາຂໍ້ມູນ, ພວກຂ້າພະເຈົ້າໄດ້ມອບໃຫ້ຄະນະກຳມະການປະຊາຊົນຂັ້ນຕາແສງ ເຄື່ອນໄຫວຢ່າງຕໍ່ເນື່ອງ, ບໍ່ໃຫ້ຖືກຂາດວັກຂາດຕອນ. ພວກຂ້າພະເຈົ້າກໍ່ບຳລຸງສ້າງ, ຝືກອົບຮົບພ້ອມກັບພະນັກງານທີ່ດິນຂັ້ນຕາແສງ ນຳໃຊ້ໃນລະບົບຊອບແວ ທີ່ກ່ຽວຂ້ອງເຖິງດ້ານວິຊາການວຽກງານຄຸ້ມຄອງທີ່ດີ ເພື່ອເຄື່ອນໄຫວຢູ່ 126 ຕາແສງ ຮັບປະກັນການຮັບໃຊ້ຄວາມຕ້ອງການຂອງປະຊາຊົນໃຫ້ເປັນຢ່າງດີທີ່ສຸດ.

ປະຊາຊົນປະຕິບັດລະບຽບການບໍລິຫານ ຢູ່ຕາແສງ ງອກໂຮ່ຍ (ພາບ: VOV)

ດ້ວຍການຍູ້ແຮງການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ມາຮອດປັດຈຸບັນ 80% ລະບຽບການບໍລິຫານຢູ່ 126 ຕາແສງ ໄດ້ຮັບການປະຕິບັດແບບທາງໄກ. ທ່ານ ເຈື່ອງຫວຽດຢຸງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ ໃນການປະຕິບັດບັ້ນ “45 ວັນ ແລະ ຄືນ ໜູນຊ່ວຍການເຄື່ອນໄຫວຫັນເປັນດີຈີຕອນຢູ່ບັນດາຕາແສງໃນໄລຍະຕົ້ນຂອງການເຄື່ອນໄຫວອຳນາດການປົກຄອງທ້ອງຖິ່ນສອງຂັ້ນ” ນະຄອນໄດ້ລະດົມນັກສຶກສາທີ່ມີທັກສະກ່ຽວກັບເຕັກໂນໂລຢີ ຈາກບັນດາມະຫາວິທະຍາໄລ, ສະຖາບັນໃນບໍລິເວນເພື່ອໜູນຊ່ວຍບັນດາທ້ອງຖິ່ນຍູ້ແຮງການຫັນເປັນດີຈີຕອນໂດຍໄວ.

ພວກຂ້າພະເຈົ້າພວມປະສານສົມທົບກັບມະຫາວິທະຍາໄລຊັບພະວິຊາ ເພື່ອໜູນຊ່ວຍໃຫ້ອຳນາດການປົກຄອງທ້ອງຖິ່ນໃນການຫັນເປັນດີຈີຕອນ. ພວກຂ້າພະເຈົ້າໄດ້ອອກແບບລະບົບຄືນໃໝ່. ແທນທີ່ໃຫ້ປະຊາຊົນຕ້ອງໄປສຳນັກງານອຳນາດການປົກຄອງນັ້ນ, ອຳນາດການປົກຄອງຈະໄປຫາປະຊາຊົນ ແລະ ຮັບຟັງການສ່ອງແສງຂອງປະຊາຊົນ.

ການຫັນເປັນດີຈີຕອນຕາມຮູບແບບອຳນາດການປົກຄອງສອງຂັ້ນ ບໍ່ພຽງແຕ່ຊ່ວຍຮັກສາການເຄື່ອນໄຫວຄຸ້ມຄອງຕໍ່ເນື່ອງ ເມື່ອປ່ຽນແປງຂອບເຂດບໍລິຫານ ເທົ່ານັ້ນ ຫາກຍັງສ້າງພື້ນຖານການບໍລິຫານທີ່ທັນສະໄໝ, ໂປ່ງໄສ, ມຸ່ງໄປເຖິງຄວາມເພິ່ງພໍໃຈຂອງປະຊາຊົນ ແລະ ວິສາຫະກິດ. ຮ່າໂນ້ຍ ພວມຄ່ອຍໆປະຕິບັດສຳເລັດລະບົບ, ຍົກສູງຄວາມສາມາດຂອງພະນັກງານ, ພ້ອມທັງລົງທຶນພື້ນຖານໂຄງລ່າງເຕັກໂນໂລຢີຂໍ້ມູນຂ່າວສານ ເພື່ອໃຫ້ອຳນາດການປົກຄອງທ້ອງຖິ່ນ ເຄື່ອນໄຫວຢ່າງມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ ສັງຄົມຂອງນະຄອນ.


top