ຂ່າວສານ

ຮ່າ​ໂນ້ຍ ແລະ Vietnam Airlines ​ຍູ້​ແຮງ​ການ​ຮ່ວມ​ມື​ເພື່ອ​ແນ​ໃສ່​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ນະ​ຄອນຫຼວງ

ຕອນບ່າຍວັນທີ 20 ມິຖຸນາ, ຢູ່ຮ່າໂນ້ຍ, ນະຄອນຮ່າໂນ້ຍ ແລະ ບໍລິສັດໃຫຍ່ການບິນ ຫວຽດນາມ (Vietnam Airlines) ໄດ້ເຊັ່ນບົດບັນທຶກວ່າດ້ວຍການຕົກລົງຮ່ວມມືໄລຍະ 2025 – 2030 ເພື່ອແນໃສ່ເພີ່ມທະວີການສົມທົບກັນ, ການຮ່ວມມືລະຫວ່າງສອງຝ່າຍ.
ພິທີ ເຊັນບົດບັນທຶກວ່າດ້ວຍການຕົກລົງຮ່ວມມືໄລຍະ 2025 – 2030 (ພາບ: nhandan.vn)
ຕອນບ່າຍວັນທີ 20 ມິຖຸນາ, ຢູ່ຮ່າໂນ້ຍ, ນະຄອນຮ່າໂນ້ຍ ແລະ ບໍລິສັດໃຫຍ່ການບິນ ຫວຽດນາມ (Vietnam Airlines) ໄດ້ເຊັນບົດບັນທຶກວ່າດ້ວຍການຕົກລົງຮ່ວມມືໄລຍະ 2025 – 2030 ເພື່ອແນໃສ່ເພີ່ມທະວີການສົມທົບກັນ, ການຮ່ວມມືລະຫວ່າງສອງຝ່າຍ, ມຸ່ງໄປເຖິງເປົ້າໝາຍພັດທະນາບັນດາຂົງເຂດລົງທຶນ, ການຄ້າ, ການທ່ອງທ່ຽວ ແລະ ການບິນ, ປະກອບສ່ວນແຜ່ຂະຫຍາຍພາບພົດການທ່ອງທ່ຽວຂອງນະຄອນໃນໄລຍະຈະມາເຖິງ. ບົດບັນທຶກວ່າດ້ວຍການຕົກລົງຮ່ວມມືລວມມີ 5 ເນື້ອໃນຈຸດສຸມ: ເຜີຍແຜ່ໂຄສະນາການທ່ອງທ່ຽວ ກັບບັນດາການເຄື່ອນໄຫວຍູ້ແຮງການໂຄສະນາພາບພົດຂອງນະຄອນຮ່າໂນ້ຍ ແລະ Vietnam Airlines, ສົ່ງເສີມການລົງທຶນ, ການຄ້າ ແລະ ພັດທະນາຜະລິດຕະພັນການທ່ອງທ່ຽວ; ຈັດຕັ້ງເຫດການວັດທະນະທຳປະຈຳປີ, ສົມທົບກັນສ້າງ, ຈັດຕັ້ງເຫດການລະດັບສາກົນ, ໜູນຊ່ວຍໂຄງການປະຕິບັດງານຂອງການນຳ ແລະ ພະນັກກງານນະຄອນຮ່າໂນ້ຍນຳໃຊ້ພາຫະນະການບິນ.

top