ຂ່າວສານ

ຮ່າ​ໂນ້ຍ ເປີດ​ຕົວ​ລາຍ​ການ​ທ່ອງ​ທ່ຽວ​​ຢູ່ ພະ​ລາດ​ຊະ​ວັງ​ທັງ​ລອງ ຕອນ​ຄ່ຳ ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ

ຕອນຄ່ຳວັນທີ 04 ມັງກອນ, ສູນອະນຸລັກຮັກສາມໍລະດົກ ທັງລອງ - ຮ່າໂນ້ຍ ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງ ຈັດພິທີເປີດຕົວລາຍການທ່ອງທ່ຽວ ພະລາດຊະວັງທັງລອງ ຕອນຄ່ຳ ດ້ວຍຫົວຂໍ້ “ທັງລອງຍາມຄ່ຳຄືນ - ການສຳຜັດທີ່ເປັນເອກະລັກ” ສຳລັບແຂກທ່ອງທ່ຽວຕ່າງປະເທດ.
  ລາຍການທ່ອງທ່ຽວ “ວັງທັງລອງຍາມຄ່ຳຄືນ - ການສຳຜັດທີ່ເປັນເອກະລັກ” ໄດ້ເປີດຕົວໃນວັນທີ 4 ມັງກອນ (ພາບ: hanoimoi.vn)  

ເມື່ອເຂົ້າຮ່ວມລາຍການທ່ອງທ່ຽວ “ວັງທັງລອງຍາມຄ່ຳຄືນ - ການສຳຜັດທີ່ເປັນເອກະລັກ”, ແຂກທ່ອງທ່ຽວຈະມີເວລາ 120 ນາທີ ເພື່ອຍັງມາຊົມ ແລະ ຄົ້ນຫາພະລາດຊະວັງທັງລອງທີ່ສວຍງາມໃນຕອນກາງຄືນ, ຄົ້ນຫາບັນດາຄຸນຄ່າເປັນເອກະລັກສະເພາະຈາກສິລະປະສະຖາປັດຕະຍາກຳພະລາດຊະວັງ, ບ່ອນເຮັດວຽກ, ວິຖີຊີວິດ, ອາຫານການກິນຊາວໃນວັງ… ແຂກທ່ອງທ່ຽວຈະໄດ້ຄົ້ນຫາເຂດມໍລະດົກວັດທະນະທຳໂລກ ພະລາດຊະວັງທັງລອງ ໂດຍ UNESCO ຮັບຮອງ; ຮັບຊົມລາຍການຟ້ອນຕຸກກະຕານ້ຳ ແລະ ຕຸກກະຕາເລົ່າເລື່ອງກ່ຽວກັບພະລາດຊະວັງທັງລອງ; ຄົ້ນຫາຄວາມເປັນເອກະລັກສະເພາະຂອງວັດຖຸພັນອັນລ້ຳຄ່າຂອງພະລາຊະວັງ;…..  

ນອກຈາກລາຍການພິເສດນີ້ແລ້ວ, ສູນອະນຸລັກຮັກສາມໍລະດົກ ທັງລອງ - ຮ່າໂນ້ຍ ຍັງມີຫຼາຍລາຍການທ່ອງທ່ຽວ ເພື່ອຮັບໃຊ້ແຂກທ່ອງທ່ຽວສາກົນອີກດ້ວຍ, ເປັນຕົ້ນແມ່ນລາຍການທ່ອງທ່ຽວວິທະຍາສາດດ້ວຍຫົວຂໍ້ ການທ່ອງທ່ຽວບູຮານຄະດີພະລາດຊະວັງທັງລອງ, ການທ່ອງທ່ຽວວິຈິດສິນພະລາດຊະວັງທັງລອງ…


top