ໃນລະຫວ່າງວັນທີ 1 – 2 ກໍລະກົດ, ໂຄງການກວດສຸຂະພາບປະຈຳໄລຍະ ແລະ ກັ່ນຕອງພະຍາດໂດຍບໍ່ເກັບຄ່າ ໄດ້ຮັບການຜັນຂະຫຍາຍຢູ່ 49 ຕາແສງທຳອິດຂອງງຮ່າໂນ້ຍ, ຫຼັງຈາກນັ້ນ ຈະໄດ້ຜັນຂະຫຍາຍໃນທົ່ວນະຄອນ.
ຕອນເຊົ້າວັນທີ 01 ກໍລະກົດ, ພ້ອມກັບຫຼາຍທ້ອງຖິ່ນໃນທົ່ວປະເທດ, ບັນດາສຸກສາລາຕາແສງຢູ່ຮ່າໂນ້ຍ ໄດ້ຜັນຂະຫຍາຍການກວດສຸຂະພາບປະຈຳໄລຍະໂດຍບໍ່ເກັບຄ່າໃຫ້ແກ່ປະຊາຊົນຢ່າງເປັນທາງການ. ຢູ່ສຸກສາລາຕາແສງງເຕີຍໂຮ່, ພາຍຫຼັງໄດ້ຮັບການແນະນຳຂັ້ນຕອນລົງທະບຽນ, ປະຊາຊົນແຕ່ລະຄົນໄດ້ຮັບການກວດສຸຂະພາບຕາມຂັນຕອນ. ປະຊາຊົນຜູ້ໜຶ່ງແບ່ງປັນວ່າ:
“ມື້ນີ້, ຂ້າພະເຈົ້າມາກວດສຸຂະພາບໂດຍບໍ່ເສຍຄ່າຕາມລາຍການໃໝ່. ຂ້າພະເຈົ້າເຫັນວ່າ ການປະຕິບັດລະບຽບການບໍລິຫານໄວພໍສົມຄວນ, ບັນດາທ່ານໝໍແນະນຳຢ່າງສຸດຈິດສຸດໃຈ. ໄດ້ກວດສຸຂະພາບໂດຍບໍ່ເສຍຄ່າປະຈຳໄລຍະຄືແນວນີ້ ແມ່ນສະດວກທີ່ສຸດ, ຊ່ວຍໃຫ້ພວກຂ້າພະເຈົ້າມີຄວາມອຸ່ນອ່ຽນໃຈກວ່າ ແລະ ແມ່ນໂອກາດເພື່ອກວດພົບພະຍາດໂດຍໄວ”.
ໃນລະຫວ່າງວັນທີ 1 – 2 ກໍລະກົດ, ໂຄງການກວດສຸຂະພາບປະຈຳໄລຍະ ແລະ ກັ່ນຕອງພະຍາດໂດຍບໍ່ເກັບຄ່າ ໄດ້ຮັບການຜັນຂະຫຍາຍຢູ່ 49 ຕາແສງທຳອິດຂອງງຮ່າໂນ້ຍ, ຫຼັງຈາກນັ້ນ ຈະໄດ້ຜັນຂະຫຍາຍໃນທົ່ວນະຄອນ.