ຂ່າວສານ

ຮ່າ​ໂນ້ຍ ຈະ​ເລີ່ມ​ລົງ​ມື​ກໍ່​ສ້າງ 5 ເສັ້ນ​ທາງລົດ​ໄຟ​ຕົວ​ເມືອງ ໃນ​ວັນ​ທີ 22 ມິ​ຖຸ​ນາ ເພື່ອ​ຫັນ​ວິ​ໄສ​ທັດ​ນະ​ຄອນຫຼວງ 100 ປີ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

ທັງ 5 ສາຍທາງ​ລົດ​ໄຟ​ຕົວ​ເມືອງ​ທີ່​ຈະ​ລົງ​ມື​ກໍ່​ສ້າງ​ນັ້ນ ລ້ວນ​ແຕ່​ແມ່ນ​ບັນ​ດາ​ເສັ້ນ​ທາງ​ທີ່​ມີ​ບົດ​ບາດ​ຍຸດ​ທະ​ສາດ​ໃນ​ຕາ​ໜ່າງ​ຄົມ​ມະ​ນາ​ຄົມ​ອະ​ນາ​ຄົດ​ຂອງ ຮ່າ​ໂນ້ຍ.
ຮ່າ​ໂນ້ຍ ຈະ​ພັດ​ທະ​ນາ​ຕາ​ໜ່າງ​ລວມ​ມີ 18 ສາຍ​ທາງ​ລົດ​ໄຟ​ຕົ​ວ​ເມືອງ (ພາບ: hanoimoi.vn)

ວັນ​ທີ 22 ມິ​ຖຸ​ນາ, ນະ​ຄອນ ຮ່າ​ໂນ້ຍ ຈະ​ເລີ່ມ​ລົງ​ມື​ກໍ່​ສ້າງ 5 ສາຍ​ທາງ​ລົດ​ໄຟ​ຕົວ​ເມືອງ (metro) ຈຸດ​ສຸມ.

ນີ້​ແມ່ນ​ຂີດ​ໝາຍ​ພິ​ເສດ​ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​ຂອງ ຮ່າ​ໂນ້ຍ, ຫັນ​ແຜນ​ຜັງ​ນະ​ຄອນຫຼວງວິ​ໄສ​ທັດ 100 ປີ ໃຫ້​ປະ​ກົດ​ຜົນ​ເປັ​ນ​ຈິງ ແລະ ເຮັດ​ໃຫ້​ລະ​ບົບ​ຄົມ​ມະ​ນາ​ຄົມ​ສາ​ທາ​ລະ​ນະ​ກາຍ​ເປັນ​ກຳ​ລັງ​ໜູ​ນ​ພັດ​ທະ​ນາ​ຕົ້ນ​ຕໍ​ຂອງ ຮ່າ​ໂນ້ຍ. ທັງ 5 ສາຍທາງ​ລົດ​ໄຟ​ຕົວ​ເມືອງ​ທີ່​ຈະ​ລົງ​ມື​ກໍ່​ສ້າງ​ນັ້ນ ລ້ວນ​ແຕ່​ແມ່ນ​ບັນ​ດາ​ເສັ້ນ​ທາງ​ທີ່​ມີ​ບົດ​ບາດ​ຍຸດ​ທະ​ສາດ​ໃນ​ຕາ​ໜ່າງ​ຄົມ​ມະ​ນາ​ຄົມ​ອະ​ນາ​ຄົດ​ຂອງ ຮ່າ​ໂນ້ຍ.

ຄາ​ດ​ວ່າ ບັນ​ດາ​ກິດ​ຈະ​ກຳ​ດັ່ງ​ກ່າວ​ຈະ​ກໍ່​ສ້າງ​ສຳ​ເລັດ​ໃນ​ປີ 2030. ນີ້​ແມ່ນ​ຄັ້ງ​ທໍ​າ​ອິດ​ທີ່ ຮ່າ​ໂນ້ຍ ຜັນ​ຂະ​ຫຍາຍ​ໂຄງ​ການ​ລົງ​ທຶນກໍ່ສ້າງທາງ​ລົດ​ໄຟ​ຕົວ​ເມືອງ​ໃນ​ຂອບ​ຂະ​ໜາດ​ໃຫຍ່​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ, ດ້ວຍ​ການ​ລົງ​ທຶນໃນ​ເບື້ອງ​ຕົ້ນ ​ລວມ​ມູນ​ຄ່າ​ເຖິງ 1,3 ລ້ານ​ຕື້​ດົ່ງ.


top