ຂ່າວສານ

ຮ່າ​ໂນ້ຍ ຈະ​ຈັດ​ຕັ້ງ​ງານ​ຕະຫຼາດ​ນັດ​ສາ​ກົນ​​ສະ​ເພາະຂະ​ແໜງ​ການ​ບິນ

ເຂົ້າຮ່ວມງານຕະຫຼາດນັດລວມມີຮ້ານວາງສະແດງຂາຍສິນຄ້າກ່ວາ 120 ແຫ່ງທີ່ມາຈາກ 15 ປະເທດ ເຊິ່ງວາງສະແດງບັນດາຜະລິດຕະພັນ, ເຕັກໂນໂລຢີ, ແນະນຳກຳລັງຄວາມສາມາດໃນການຜະລິດ, ໂຄງລ່າງດ້ານເຕັກນິກ, logistic… ໃນຫຼາຍຂົງເຂດ ຂອງການບິນ.
  ການຖະແຫຼງຂ່າວກ່ຽວກັບງານວາງສະແດງສາກົນ (ພາບ: nhandan.vn)  

ງານຕະຫຼາດນັດວາງສະແດງສາກົນ ເຄືອຂ່າຍຂັ້ນສູງການຜະລິດ, ການສະໜອງ, ການບໍລິໂພກແບບຍືນຍົງ ໃນຂົງເຂດອຸດສາຫະກຳການບິນ ແລະ ເວທີປາໄສການບິນ ຫວຽດນາມ ຢູ່ຮ່າໂນ້ຍ (AeroExpo Hanoi & Vietnam Aviation Forum 2023), ຄາດວ່າຈະດຳເນີນໃນວັນທີ 21 ເມສາປີ 2023 ຢູ່ສູນປະຊຸມແຫ່ງຊາດ (ຮ່າໂນ້ຍ).

ໃນການຖະແຫຼງຂ່າວທີ່ໄດ້ດຳເນີນໃນຕອນບ່າຍວັນທີ 16 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາງ ເຈິ່ນທິເຟືອງລານ, ຮັກສາການຫົວໜ້າພະແນກອຸດສາຫະກຳການຄ້າ ຮ່າໂນ້ຍ, ໃຫ້ຮູ້ວ່າ ງານຕະຫຼາດນັດ ເພື່ອແນໃສ່ພັດທະນາເຄືອຂ່າຍລະບົບຜະລິດ, ສະໜອງການບໍລິການ, ການບໍລິໂພກແບບຍືນຍົງຂັ້ນສູງໃນຂົງເຂດອຸດສາຫະກຳການບິນ. ງານຕະຫຼາດນັດກໍ່ແມ່ນໂອກາດເພື່ອເຊື່ອມຕໍ່ບັນດາຫົວໜ່ວຍ, ວິສາຫະກິດພາຍໃນປະເທດ ແລະ ສາກົນ ໄດ້ແລກປ່ຽນຄ້າຂາຍ, ບົດຮຽນປະສົບການ, ຮ່ວມມືກັນໃນຂົງເຂດການບິນ ແລະ ອຸດສາຫະກຳໜູນຊ່ວຍ, ນຳວິສາຫະກິດພາຍໃນປະເທດເຂົ້າຮ່ວມເຄືອຂ່າຍນັກຜະລິດ, ສະໜອງຜະລິດຕະພັນການບໍລິການການບິນໃນທົ່ວໂລກເທື່ອລະກ້າວ.

top