ຂ່າວສານ

ຮ່າ​ນາມ ຕ້ອງ​ຍົກ​ສູງ​ນ້ຳ​ໃຈ ອຳ​ນາດ​ການ​ປົກ​ຄອງ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ

ເພື່ອປະຕິບັດສຳເລັດເປົ້າໝາຍເຊິ່ງແຂວງໄດ້ວາງອອກ ນັ້ນແມ່ນ ສູ້ຊົນສ້າງແຂວງ ຮ່ານາມ ກາຍເປັນແຂວງ ປານກາງ, ກາຍເປັນນະຄອນຂຶ້ນກັບສູນກາງໃນປີ 2035, ນະຄອນທັນສະໄໝໃນປີ 2050, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໃສ່ໃຈວ່າ ທາງແຂວງ ຕ້ອງກຳນົດເປົ້າໝາຍທີ່ໄດ້ວາງອອກລະອຽດ, ຈະແຈ້ງ, ປ່ຽນໃໝ່ຈິນຕະນາການ, ວິໄສທັດ; ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຮງຂອງແຂວງທາງທິດໃຕ້ນະຄອນຫຼວງ.
  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: ຫ້ອງວ່າການສະພາແຫ່ງຊາດ)  

“ຮ່ານາມ ຕ້ອງຍົກສູງນ້ຳໃຈອຳນາດການປົກຄອງຮ່ວມເດີນທາງພ້ອມກັບປະຊາຊົນ ແລະ ວິສາຫະກິດ”. ນີ້ແມ່ນຄຳຮຽກຮ້ອງຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເມື່ອເຮັດວຽກກັບຄະນະປະຈຳພັກແຂວງ ຮ່ານາມ ໃນຕອນບ່າຍວັນທີ 14 ພຶດສະພາ. ຕີລາຄາສູງຕໍ່ການພັດທະນາຂອງ ຮ່ານາມ ໃນໄລຍະຜ່ານມາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ສະເໜີວ່າ ໃນໄລຍະຈະມາເຖິງ, ແຂວງ ຮ່ານາມ ຕ້ອງເອົາໃຈໃສ່ປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມການລົງທຶນ. ໄປຄຽງຄູ່ກັນນັ້ນ, ຮ່ານາມ ຕ້ອງສຳຫຼວດຄືນທິດທາງການພັດທະນາ. ເພື່ອປະຕິບັດສຳເລັດເປົ້າໝາຍເຊິ່ງແຂວງໄດ້ວາງອອກ ນັ້ນແມ່ນ ສູ້ຊົນສ້າງແຂວງ ຮ່ານາມ ກາຍເປັນແຂວງ ປານກາງ, ກາຍເປັນນະຄອນຂຶ້ນກັບສູນກາງໃນປີ 2035, ນະຄອນທັນສະໄໝໃນປີ 2050, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໃສ່ໃຈວ່າ ທາງແຂວງ ຕ້ອງກຳນົດເປົ້າໝາຍທີ່ໄດ້ວາງອອກລະອຽດ, ຈະແຈ້ງ, ປ່ຽນໃໝ່ຈິນຕະນາການ, ວິໄສທັດ; ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຮງຂອງແຂວງທາງທິດໃຕ້ນະຄອນຫຼວງ. ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ໃນໄລຍະຈະມາເຖິງ, ຮ່ານາມ ຕ້ອງຍູ້ແຮງຕາມທິດກະສິກຳຊີວະພາບ, ຊົນນະບົດທັນສະໄໝ ແລະ ຊາວກະສິກອນສີວິໄລ.

ກໍໃນການເດີນທາງເຄື່ອນໄຫວຢູ່ແຂວງ ຮ່ານາມ ຄັ້ງນີ້, ໃນຕອນຄ່ຳຂອງວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມພິທີໄຂ ສັບປະດາວັດທະນະທຳທ່ອງທ່ຽວ ຮ່ານາມ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ ຄົບຮອບ 50 ປີ./.

 


top