ຂ່າວສານ

ຮ່າໂຮ້ຍ ຮີບຮ້ອນຜັນຂະຫຍາຍການປະຕິບັດບັນດາໂຄງການດຳເນີນງານປີ 2021 ແລະ ໄລຍະ 2021 – 2025

ໃນຈຳນວນໂຄງການນັ້ນ ມີໂຄງການກ່ຽວກັບການ “ເພີ່ມທະວີວຽກງານກໍ່ສ້າງ, ປັບປຸງພັກ, ສ້າງອົງຄະນະພັກ ແລະ ລະບົບການເມືອງຂອງນະຄອນໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ຍູ້ແຮງການປະຕິຮູບການບໍລິຫານໄລຍະ 2021 - 2025”.
ທີ່ກອງປະຊຸມ. (ພາບ: TTXVN)

ວັນທີ 11 ມີນາ, ກອງປະຊຸມຄັ້ງທີ 3, ຄະນະບໍລິຫານງານອົງຄະນະພັກນະຄອນຮ່າໂນ້ຍ ໄດ້ຮັບຮອງເອົາ 10 ໂຄງການດຳເນີນງານຂອງທັງໄລຍະ 2021 – 2025 ແລະ ໂຄງການດຳເນີນງານປີ 2021 ຂອງຄະນະພັກນະຄອນຮ່າໂນ້ຍ. ໃນຈຳນວນໂຄງການນັ້ນ ມີໂຄງການກ່ຽວກັບການ “ເພີ່ມທະວີວຽກງານກໍ່ສ້າງ, ປັບປຸງພັກ, ສ້າງອົງຄະນະພັກ ແລະ ລະບົບການເມືອງຂອງນະຄອນໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ຍູ້ແຮງການປະຕິຮູບການບໍລິຫານໄລຍະ 2021 - 2025”; ໂຄງການກ່ຽວກັບການ “ຍົກສູງປະສິດທິຜົນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ; ປະຕິບັດການປະຢັດ, ຕ້ານການຟູມເຟືອຍໄລຍະ 2021 - 2025”… ສະຫຼຸບກອງປະຊຸມ, ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດິ່ງເຫ້ວ, ໃຫ້ຮູ້ວ່າ:

        “ບັນດາໂຄງການດຳເນີນງານໄດ້ຕິດພັນກັບທັດສະນະ, ແຜນນະໂຍບາຍໃຫຍ່, ເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ກໍຄືຫົວເລື່ອງ, ບັນດາການກຳນົດທິດໃຫຍ່, ໜ້າທີ່ຈຸດສຸມ, ບັນດາຂອດບຸກທະລຸ, ມາດ ຖານກອງປະຊຸມໃຫຍ່ອົງຄະນະພັກນະຄອນຄັ້ງທີ 17. ພ້ອມກັນນັ້ນ, ທັງສຸມໃສ່ບັນດາວຽກງານທີ່ມີລັກສະນະຮີບດ່ວນ, ທັງມີວິໄສທັດຍຸດທະສາດໄລຍະຍາວ, ທັງມີລັກສະນະສືບທອດໂຄງການດຳເນີນງານຂອງຊຸດກ່ອນ ແລະ ອັບເດດ, ເພີ່ມເຕີມບັນດາບັນຫາໃໝ່ ແລະ ສະພາບຕົວຈິງຂອງນະຄອນ”.

(ແຫຼ່ງຄັດຈາກ VOV)


top