ຂ່າວສານ

ຮ່າໂນ້ຍສືບຕໍ່ຈັດກອງປະຊຸມປຶກສາຫາລືວຽກງານປ້ອງກັນ, ຄວບຄຸມໂລກລະບາດ Covid-19

ທ່ານ ຫງວຽນດຶ໊ກຈຸງ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ, ໄດ້ຕີລາຄາສູງຕໍ່ຄວາມເຫັນດີເຫັນພ້ອມ, ສະໜັບສະໜູນ, ສະຕິຕື່ນຕົວຂອງປະຊາຊົນໃນວຽກງານປ້ອງກັນ, ຄວບຄຸມໂລກລະບາດ.


ກອງປະຊຸມຊີ້ນຳການປ້ອງກັນ, ຄວບຄຸມໂລກລະບາດ Covid-19 ຂອງນະຄອນຮ່າໂນ້ຍ

(ພາບ: tuoitre.vn)


ຕອນບ່າຍວັນທີ 11 ມີນາ, ກ່າວຄຳເຫັນທີ່ກອງປະຊຸມຊີ້ນຳການປ້ອງກັນ, ຄວບຄຸມໂລກລະບາດ Covid-19 ຂອງນະຄອນຮ່າໂນ້ຍ, ທ່ານ ຫງວຽນດຶ໊ກຈຸງ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ, ໄດ້ຕີລາຄາສູງຕໍ່ຄວາມເຫັນດີເຫັນພ້ອມ, ສະໜັບສະໜູນ, ສະຕິຕື່ນຕົວຂອງປະຊາຊົນໃນວຽກງານປ້ອງກັນ, ຄວບຄຸມໂລກລະບາດ.

        ປະຈຸບັນ, ຮ່າໂນ້ຍ ພວມຕິດຕາມກວດກາ ແລະ ຕິດຕາມອາການສຸຂະພາບໃນວົງຄະຍາດ 7.569 ຄົນທີ່ມາຈາກຜ່ານເຂດເກີດໂລກລະບາດ ຫຼື ພົບປະກັບຜູ້ຖືກສົງໄສ/ຕິດໂລກລະບາດ. ໃນນັ້ນ, ຍັງມີ 2.325 ຄົນຕ້ອງສືບຕໍ່ແຍກຕົວ, ຕິດຕາມອາການສຸຂະພາບ; 5.244 ຄົນໝົດກຳນົດເວລາແຍກຕົວ.

        ຈາກສະພາບການທີ່ສັບສົນຂອງໂລກລະບາດ Covid-19, ທ່ານ ຫງວຽນດຶ໊ກຈຸງ ໄດ້ເນັ້ນໜັກເຖິງໜ້າທີ່ສຳຄັນທີ່ສຸດໃນປະຈຸບັນແມ່ນຕິດຕາມຈຳນວນຊາວຕ່າງປະເທດ, ຊາວຫວຽດນາມ ເຂົ້າເມືອງ ຫຼື ມາຈາກບັນດາແຂວງ, ນະຄອນອື່ນໆໄປຜ່ານທ່າອາກາດສະຍານ ໂນ້ຍບ່າຍ. ພ້ອມກັນນັ້ນ, ກໍ່ສະເໜີໃຫ້ຍູ້ແຮງວຽກງານໂຄສະນາເພື່ອໃຫ້ບັນດາຄອບຄົວມີລູກຫຼານ, ມີຄົນມາຈາກເຂດເກີດໂລກລະບາດເປັນເຈົ້າການແຈ້ງຂໍ້ມູນຂ່າວໃຫ້ຮາກຖານການແພດ, ແຍກຕົວຢູ່ຄອບຄົວ.

        ໃນເຫດການທີ່ກ່ຽວຂ້ອງ, ບໍລິສັດໃຫຍ່ການບິນຫວຽດນາມ (Vietnam Airlines) ໄດ້ຫຼຸດຖ້ຽວບິນລະຫວ່າງຫວຽດນາມ ແລະ ເອີລົບ ໂດຍຊົ່ວຄາວ, ນັບແຕ່ວັນທີ 25 ມີນາ 2020. ລະອຽດແມ່ນ, Vietnam Airlines ຈະຫຼຸດ 14 ຖ້ຽວບິນລະຫວ່າງຮ່າໂນ້ຍ, ນະຄອນໂຮ່ຈີມິນ ແລະ ລອນດອນ (ອັງກິດ), ປາຣີ (ຝລັ່ງ), Frankfurt (ເຢຍລະມັນ). ເລື່ອງຫຼຸດຈຳນວນຖ້ຽວບິນດັ່ງກ່າວແມ່ນຄວາມມານະພະຍາຍາມໃໝ່ສຸດຂອງ Vietnam Airlines ເພື່ອແນໃສ່ປະກອບສ່ວນຈຳກັດການແຜ່ລະບາດຂອງໂລກພະຍາດ Covid-19.

 (ແຫຼ່ງຄັດຈາກ VOV)


top