ຂ່າວສານ

ຮ່າໂນ້ຍຈະຄັດເລືອກຜະລິດຕະພັນອຸດສາຫະກຳຊົນນະບົດທີ່ດີເດັ່ນ

      ນະຄອນຮ່າໂນ້ຍ ຫາກໍ່ປະກາດແຜນການ ກ່ຽວກັບການປະຕິບັດການຄັດເລືອກ ຜະລິດຕະພັນອຸດສາຫະກຳຊົນນະບົດທີ່ດີເດັ່ນນະຄອນຮ່າໂນ້ຍ ປີ 2021.
(ພາບປະກອບ)
          ການຄັດເລືອກເພື່ອແນໃສ່ຄົ້ນພົບ ແລະ ເຊີດຊູບັນດາຜະລິດຕະພັນທີ່ມີຄຸນນະພາບ, ຄຸນຄ່ານຳໃຊ້ສູງ, ມີຄວາມສາມາດບົ່ມຊ້ອນ ໃນການພັດທະນາການຜະລິດ, ເປີດກ້ວາງຕະຫຼາດ, ຕອບສະໜອງຄວາມນິຍົມຂອງຜູ້ບໍລິໂພກຢູ່ພາຍໃນ ແລະ ຕ່າງປະເທດເພື່ອມີແຜນການໜູນຊ່ວຍການຜະລິດ ແລະ ສົ່ງເສີມການຄ້າ, ປະກອບສ່ວນຊຸກຍູ້ ອຸດສາຫະກຳຊົນນະບົດນະຄອນພັດທະນາ; ຄັດເລືອກບັນດາຜະລິດຕະພັນຊົນນະບົດດີເດັ່ນຂັ້ນນະຄອນ ເຂົ້າຮ່ວມການຄັດເລືອກຜະລິດຕະພັນ ອຸດສາຫະກຳຊົນນະບົດດີເດັ່ນຂັ້ນພາກພື້ນ. ຕາມນັ້ນແລ້ວ, ຄະນະກຳມະການ ປຊຊ ນະຄອນຮ່າໂນ້ຍ ໄດ້ມອບໜ້າທີ່ໃຫ້ພະແນກອຸດສາຫະກຳການຄ້າ ແນະນຳໃຫ້ບັນດາຄະນະກຳມະການ ປຊຊ ບັນດາເມືອງ, ເທດສະບານຕາແສງ ເພື່ອສ້າງແຜນການ ແລະ ຈັດຕັ້ງການປະຕິບັດການຄັດເລືອກຜະລິດຕະພັນ ອຸດສາຫະກຳຊົນນະບົດດີເດັ່ນຂັ້ນເມືອງ….
(ແຫຼ່ງຄັດຈາກ VOV)


top