ການໂອ້ລົມສົນທະນາ, ແລກປ່ຽນບົດຮຽນກ່ຽວກັບວຽກງານປະຕິຮູບ
ການບໍລິຫານລະຫວ່າງຮ່າໂນ້ຍ ແລະ ວຽງຈັນ
ວັນທີ 27/3, ການນຳນະຄອນຮ່າໂນ້ຍ ແລະ ການນຳນະຄອນຫຼວງວຽງຈັນ ໄດ້ພ້ອມກັນເຂົ້າຮ່ວມການໂອ້ລົມສົນທະນາ, ແລກປ່ຽນບົດຮຽນກ່ຽວກັບວຽກງານປະຕິຮູບການບໍລິຫານ. ທີ່ການໂອ້ລົມສົນທະນາ, ການນຳນະຄອນຫຼວງວຽງຈັນ ໄດ້ຍົກໃຫ້ເຫັນບັນດາຄວາມຫຍຸ້ງຍາກ, ສິ່ງທີ່ຄ້າງຄາໃນ ວຽກງານປະຕິຮູບການບໍລິຫານ ແລະ ທິດທາງແກ້ໄຂ. ສ່ວນທ່ານ ຫງວຽນດຶກຈຸງ ຢືນຢັນວ່າ ໃນໄລຍະທີ່ຈະມາເຖິງ, ຮ່າໂນ້ຍພ້ອມແລ້ວໃຫ້ການຫນູນຊ່ວຍນະຄອນຫຼວງວຽງຈັນໃນ ວຽກງານປະຕິຮູບການບໍລິຫານ, ບຳລຸງສ້າງທາງດ້ານເຕັກໂນໂລຢີໃຫ້ແກ່ພະນັກງານລັດຖະກອນນະຄອນຫຼວງວຽງຈັນ. ພ້ອມກັນນັ້ນ ກໍຊ່ວຍວຽງຈັນສ້າງຕັ້ງສະຖາບັນຄົ້ນຄ້ວາສັງຄົມທີ່ຂຶ້ນກັບຄະນະປົກຄອງນະຄອນ, ສ້າງແຜນງານລະອຽດເພື່ອໃຫ້ 2 ນະຄອນສືບຕໍ່ຮ່ວມມືພັດທະນາ.
(ແຫຼ່ງຄັດຈາກ VOV)