ຂ່າວສານ

ຮ່າໂນ້ຍ ເລີ່ມລົງມືກໍ່ສ້າງໂຄງການຂົວ ເຈິ່ນຮືງດ້າວ

ຂົວ ເຈິ່ນຮືງດ້າວ ໄດ້ຮັບການລົງທຶນກໍ່ສ້າງເພື່ອແນໃສ່ຫຼຸດຜ່ອນສະພາບການສັນຈອນທີ່ແອອັດຢູ່ບັນດາຂົວທີ່ພວມມີຢູ່ແລ້ວ.
ພິທີເລີ່ມລົງມືກໍ່ສ້າງຂົວ ເຈິ່ນຮືງດ້າວ (ພາບ: VGP)

 ວັນທີ 09 ຕຸລາ, ນະຄອນ ຮ່າໂນ້ຍ ໄດ້ເລີ່ມລົງມືກໍ່ສ້າງຂົວ ເຈິ່ນຮືງດ້າວ ຂ້າມແມ່ນ້ຳແດງ. ນີ້ແມ່ນໜຶ່ງໃນຈຳນວນ 8 ກິດຈະກຳຈຸດສຸມ ສະເຫຼີມສະຫຼອງ 71 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10 ຕຸລາ 1945 – 10 ຕຸລາ 2025).

        ຂົວ ເຈິ່ນຮືງດ້າວ ໄດ້ຮັບການລົງທຶນກໍ່ສ້າງເພື່ອແນໃສ່ຫຼຸດຜ່ອນສະພາບການສັນຈອນທີ່ແອອັດຢູ່ບັນດາຂົວທີ່ພວມມີຢູ່ແລ້ວ. ເມື່ອກໍ່ສ້າງສຳເລັດ, ຂົວແຫ່ງນີ້ຈະເຊື່ອມຕໍ່ເຂດໃຈກາງນະຄອນ ຮ່າໂນ້ຍ ກັບເຂດທາງທິດຕາເວັນອອກ, ສ້າງປະຖົມປັດໄຈພັດທະນາເຂດຕົວເມືອງ, ອຸດສາຫະກຳ, ການຄ້າ, ການບໍລິການ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ, ສັງຄົມ, ເສດຖະກິດເຂດຕົວເມືອງ.

        ຂົວແຫ່ງນີ້ມີຄວາມຍາວເກືອບ 4 ກມ, ໃນນັ້ນທາງຂຶ້ນຂົວ 2 ສົ້ນມີຄວາມຍາວປະມານ 1,4 ກມ. ຍອດເງິນລົງທຶນຂອງໂຄງການນີ້ແມ່ນກວ່າ 607 ລ້ານ USD, ໃຊ້ເວລາກໍ່ສ້າງ 26 ເດືອນ.


top