ຂ່າວສານ

ຮ່າໂນ້ຍ ເລີ່ມລົງມືກໍ່ສ້າງ 1 ໃນຈຳນວນ 8 ກິດຈະກຳຈຸດສຸມຂ່ຳນັບຮັບຕ້ອນ 71 ປີແຫ່ງວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ

ເລື່ອງລົງທຶນກໍ່ສ້າງທາງອຸມົງຢູ່ ໂກລິງ ບໍ່ພຽງແຕ່ແມ່ນບາດກ້າວສ້າງລະບົບຄົມມະນາຄົມໃຫ້ສົມບູນແບບເທົ່ານັ້ນ, ຫາກຍັງປະກອບສ່ວນແກ້ໄຂຄວາມເປັນຫ່ວງຕໍ່ສະພາບນ້ຳແກ່ງຖ້ວມຢູ່ເຂດ ລອງບຽນ ອີກດ້ວຍ.
ພິທີເລີ່ມລົງມືກໍ່ສ້າງ (ພາບ: kinhtedothi.vn)

ຕອນເຊົ້າວັນທີ 04 ຕຸລາ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດພິທີເລີ່ມລົງມືກໍ່ສ້າງທາງອຸມົງ ໂກລິງ (ຕາແສງ ລອງບຽນ). ທາງອຸມົງມີລວງຍາວກວ່າ 600 ມ. ໂຄງການມີຍອດຈຳນວນເງິນລົງທຶນເກືອບ 750 ຕື້ດົ່ງ.

        ເລື່ອງລົງທຶນກໍ່ສ້າງທາງອຸມົງຢູ່ ໂກລິງ ບໍ່ພຽງແຕ່ແມ່ນບາດກ້າວສ້າງລະບົບຄົມມະນາຄົມໃຫ້ສົມບູນແບບເທົ່ານັ້ນ, ຫາກຍັງປະກອບສ່ວນແກ້ໄຂຄວາມເປັນຫ່ວງຕໍ່ສະພາບນ້ຳແກ່ງຖ້ວມຢູ່ເຂດ ລອງບຽນ ອີກດ້ວຍ. ທ່ານ ບຸຍດັງເຕິນ, ຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງບັນດາກິດຈະກຳຄົມມະນາຄົມ ຮ່າໂນ້ຍ ໃຫ້ຮູ້ວ່າ:

        “ເມື່ອໂຄງການໄດ້ນຳເຂົ້າໃຊ້ການກໍ່ຈະເຊື່ອມຕໍ່ກັບຂົວ ວິ້ງຕຸຍ, ເສັ້ນທາງອ້ອມຕົວເມືອງເລກ 2, ໄດ້ເປັນການກໍ່ສ້າງສຳເລັດລະບົບເສັ້ນທາງອ້ອມຕົວເມືອງເລກ 2. ນອກນັ້ນ ຍັງປະກອບສ່ວນແກ້ໄຂສະພາບນ້ຳແກ່ງຖ້ວມ ພ້ອມກັບລະບົບລະບາຍນ້ຳຂອງຕາແສງ ລອງບຽນ ທີ່ພວມຜັນຂະຫຍາຍ”.

 ໂຄງການລົງທຶນດັ່ງກ່າວແມ່ນ 1 ໃນຈຳນວນ 8 ໂຄງການຂອງນະຄອນທີ່ໄດ້ຮັບການຜັນຂະຫຍາຍເພື່ອຂ່ຳນັບຮັບຕ້ອງພິທີສະເຫຼີມສະຫຼອງ 71 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10 ຕຸລາ 1954 – 10 ຕຸລາ 2025). ທ່ານ ເຢືອງດຶກຕວນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

        “ການລົງທຶນກໍ່ສ້າງທາງອຸມົງຢູ່ຈຸດທາງເຊື່ອມຕໍ່ ໂກລິງ ແມ່ນເພື່ອກໍ່ສ້າງສຳເລັດຈຸດທາງເຊື່ອມຕໍ່ຕາມການວາງແຜນຜັງ, ປະກອບສ່ວນຫຼຸດຜ່ອນສະພາບລົດຕິດ. ການສົມທົບກັບເລື່ອງເປີດກວ້າງເສັ້ນທາງ, ຈັດລະບົບການສັນຈອນຢູ່ເຂດຈຸດເຊື່ອມຕໍ່ເສັ້ນທາງນີ້ຄືນໃໝ່ແມ່ນມີຄວາມຈຳເປັນທີ່ສຸດ”.


top