ຂ່າວສານ

ຮ່າໂນ້ຍ ເພີ່ມທະວີການພັດທະນາອຸດສາຫະກຳຫນູນຊ່ວຍ

ໂດຍກຳນົດວ່າ ອຸດສາຫະກຳຫນູນຊ່ວຍມີບົດບາດສຳຄັນໃນການພັດທະນາອຸດສາຫະກຳ, ແມ່ນເສົາຄ້ຳສຳຄັນຂອງການເຄື່ອນໄຫວດ້ານເສດຖະກິດ, ໃນຊຸມປີຜ່ານມາ ນະຄອນ ຮ່າໂນ້ຍ ໄດ້ມີຫລາຍກົນໄກນະໂຍບາຍ, ມາດຕະການ ພ້ອມກັບບັນດາແຜນການຜັນຂະຫຍາຍລະອຽດກ່ຽວກັບການພັດທະນາອຸດສາຫະກຳຫນູນຊ່ວຍ. ຍ້ອນເຫດນັ້ນ ກຸ່ມອຸດສາຫະກຳຫນູນຊ່ວຍຢູ່ບໍລິເວນນະຄອນ ໄດ້ມີການເຕີບໂຕຢ່າງແຮງ, ຫນູນຊ່ວຍການເຄື່ອນໄຫວຜະລິດອຸດສາຫະກຳຢ່າງມີປະສິດທິຜົນ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາລວມຂອງເສດຖະກິດນະຄອນຫລວງ.

ໂດຍກຳນົດວ່າ ອຸດສາຫະກຳນູນຊ່ວຍມີບົດບາດສຳຄັນໃນການພັດທະນາອຸດສາຫະກຳແມ່ນເສົາຄ້ຳສຳຄັນຂອງການເຄື່ອນໄຫວດ້ານເສດຖະກິດໃນຊຸມປີຜ່ານມາ ນະຄອນ ຮ່າໂນ້ຍ ໄດ້ມີຫລາຍກົນໄກນະໂຍບາຍມາດຕະການ ພ້ອມກັບບັນດາແຜນການຜັນຂະຍາຍລະອຽດກ່ຽວກັບການພັດທະນາອຸດສາຫະກຳນູນຊ່ວຍຍ້ອນເຫດນັ້ນ ກຸ່ມອຸດສາຫະກຳນູນຊ່ວຍຢູ່ບໍລິເວນນະຄອນ ໄດ້ມີການເຕີບໂຕຢ່າງແຮງນູນຊ່ວຍການເຄື່ອນໄຫວຜະລິດອຸດສາຫະກຳຢ່າງມີປະສິດທິຜົນປະກອບສ່ວນສຳຄັນເຂົ້າໃນການພັດທະນາລວມຂອງເສດຖະກິດນະຄອນຫລວງ.

   

ງານຕະຫລາດນັດອຸດສາຫະກຳ ຫນູນຊ່ວຍ ນະຄອນຮ່າໂນ້ຍ ປີ 2022

ຫນຶ່ງໃນບັນດານະໂຍບາຍເປັນຫນ້າສົນໃຈທີ່ສຸດໃນໄລຍະຜ່ານມາກ່ຽວກັບການພັດທະນາອຸດສາຫະກຳຫນູນຊ່ວຍຂອງນະຄອນ ຮ່າໂນ້ຍ ແມ່ນເລື່ອງປະກາດໃຊ້ຂໍ້ກຳນົດກົດລະບຽບ “ການຄຸ້ມຄອງງົບປະມານພັດທະນາອຸດສາຫະກຳຫນູນຊ່ວຍ ແລະ ກຳນົດລະອຽດບັນດາການເຄື່ອນໄຫວພັດທະນາອຸດສາຫະກຳຫນູນຊ່ວຍຂອງນະຄອນຮ່າໂນ້ຍ” ເມື່ອເດືອນ ມິຖຸນາປີ 2020 ເພື່ອເປົ້າໝາຍຫນູນຊ່ວຍບັນດາວິສາຫະກິດຂະແຫນງອຸດສາຫະກຳຫນູນຊ່ວຍເຊື່ອມຕໍ່ກັບບັນດາວິສາຫະກິດພາກພື້ນ ອາຊີ ກໍ່ຄືບັນດາພື້ນຖານອຸດສາຫະກຳພັດທະນາໃນໂລກ ເພື່ອພັດທະນາ. ທ່ານນາງ ເຈີນທິເຟືອງລານ, ຜູ້ຮັກສາການ ຫົວຫນ້າພະແນກອຸດສາຫະກຳ ການຄ້າ ຮ່າໂນ້ຍ ຖືວ່າ:

 “ນະຄອນ ຮ່າໂນ້ຍ ໄດ້ປະກາດໃຊ້ຂໍ້ຕົກລົງເລກທີ 11 ເພື່ອນູນຊ່ວຍບັນດາວິສາຫະກິດອຸດສາຫະກຳນູນຊ່ວຍລວມມີ ຂົງເຂດນູນຊ່ວຍພື້ນຖານໂຄງລ່າງການກໍ່ສ້າງພັດທະນາບັນດາເຄື່ອງໝາຍການຄ້າການເຊື່ອມຕໍູ່ນໃຊ້ວິທະຍາສາດເຕັກນິກເຂົ້າຮ່ວມບັນດາໂຄງການສົ່ງເສີມເປັນຫລາຍຮູບແບບຢູ່ພາຍໃນ ແລະ ຕ່າງປະເທດເພື່ອແນໃສ່ຊ່ວຍບັນດາວິສາຫະກິດສາມາດເຂົ້າເຖິງເຊື່ອມຕໍ່ກັບລະບົບວິສາຫະກິດພາຍໃນພາກພື້ນ ອາຊີ ກໍ່ຄື ບັນດາປະເທດທີ່ມີພື້ນຖານອຸດສາຫະກຳກ້າວນ້າໃນໂລກຄື  G7 ເພື່ອໃຫ້ພັດທະນາອຸດສາຫະກຳນູນຊ່ວຍໃນບໍລິເວນນະຄອນ.

ປີ 2022 ຮ່າໂນ້ຍ ວາງຄາດໝາຍໃຫ້ມີປະມານ 920 ວິສາຫະກິດເຄື່ອນໄຫວໃນບັນດາຂົງເຂດອຸດສາຫະກຳຫນູນຊ່ວຍ, ໃນນັ້ນ ປະມານ 300 ວິສາຫະກິດມີລະບົບຜະລິດ ແລະ ຜະລິດຕະພັນບັນລຸມາດຕະຖານສາກົນ, ມີກຳລັງຄວາມສາມາດຢ່າງພຽງພໍເພື່ອສະຫນອງເຂົ້າໃນເຄືອຂ່າຍການຜະລິດທົ່ວໂລກຂອງບັນດາກຸ່ມບໍລິສັດນາໆຊາດຢູ່ ຫວຽດນາມ. ມູນຄ່າການຜະລິດຂອງອຸດສາຫະກຳຫນູນຊ່ວຍກວມເອົາປະມານ 16% ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ, ປະດິດສ້າງ; ດັດຊະນີການພັດທະນາອຸດສາຫະກຳຫນູນຊ່ວຍເພີ່ມຂຶ້ນກວ່າ 11%. ເພື່ອບັນລຸໃຫ້ໄດ້ຄາດໝາຍນີ້ ນະຄອນ ຮ່າໂນ້ຍ ວາງອອກ 6 ມາດຕະການລະອຽດ ແລະ ບັນດາມາດຕະການນີ້ໄດ້ຮັບຄວາມເຫັນດີສະຫນັບສະຫນູນຈາກປະຊາຄົມວິສາຫະກິດ. ຫລາຍວິສາຫະກິດຖືນີ້ແມ່ນກຳລັງຫນູນສຳຄັນເພື່ອສືບຕໍ່ເປີດກວ້າງການລົງທຶນ, ພັດທະນາຜະລິດຕະພັນ. ທ່ານ ຫງວຽນວັນຟອງ, ຮອງຜູ້ອຳນວຍການກຸ່ມບໍລິສັດ Iintech ຢັ້ງຢືນວ່າ:

ພວກຂ້າພະເຈົ້າສະຫນອງການບໍລິການຫລາຍຮູບແບບກ່ຽວກັບຜະລິດຕະພັນຂຶ້ນກັບຂົງເຂດປະດິດສ້າງກົນຈັກອັດຕະໂນມັດກໍ່ຄືກ່ຽວກັບເຕັກໂນໂລຊີພວກຂ້າພະເຈົ້າຢາກນຳມາດຕະການຮອບດ້ານມາສູ່ລູກຄ້າທີສອງ Iintech ໄດລົງທຶນສູນຄົ້ນຄ້ວາພັດທະນາແຫ່ງນຶ່ງເພື່ອຢາກສ້າງຜະລິດຕະພັນດີທີ່ສຸດມາຮັບໃຊ້ລູກຄ້າສຳລັບ ຄຸນນະພາບລະບົບກົນຈັກຂອງ Iintechໄດ້ຮັບການລົງທຶນຢ່າງມີແບບມີແຜນຂັ້ນຕອນກວດກາຄຸນນະພາບກໍ່ເຄັ່ງຄັດ.

ໂດຍເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ທ້າຍເດືອນ ສິງຫາຜ່ານມາ, ພະແນກອຸດສາຫະກຳການຄ້າ ຮ່າໂນ້ຍ ໄດ້ເປັນເຈົ້າພາບ, ສົມທົບກັບບັນດາອົງການ, ຫົວຫນ່ວຍທີ່ກ່ຽວຂ້ອງຈັດຕັ້ງງານຕະຫລາດນັດອຸດສາຫະກຳຫນູນຊ່ວຍນະຄອນ ຮ່າໂນ້ຍ ປີ 2022. ນີ້ແມ່ນງານຕະຫລາດນັດທີ່ມີຂອບຂະຫນາດໃຫຍ່ ກ່ຽວກັບຂະແຫນງອຸດສາຫະກຳຫນູນຊ່ວຍໂດຍ ນະຄອນ ຮ່າໂນ້ຍ ຈັດຕັ້ງທຸກປີແຕ່ປີ 2017 ມາຮອດປະຈຸບັນ. ງານຕະຫລາດນັດດຶງດູດການເຂົ້າຮ່ວມຂອງກວ່າ 250 ຮ້ານຂອງບັນດາວິສາຫະກິດອຸດສາຫະກຳຫນູນຊ່ວຍຢູ່ພາຍໃນ ແລະ ຕ່າງປະເທດ ຄື: ຍີ່ປຸ່ນ, ຈີນ, ໄທ, ມາເລເຊຍ.ໃນນັ້ນ ມີບັນດາ, ວິສາຫະກິດ, ກຸ່ມວິສາຫະກິດໃຫຍ່.

ບັນດາຜະລິດຕະພັນທີ່ນຳມາວາງສະແດງ, ແນະນຳຢູ່ງານຕະຫລາດນັດ ລ້ວນແຕ່ມີຄຸນນະພາບດີ, ມີລັກສະນະແກ່ງແຍ້ງສູງ, ນອນໃນບັນດາຂະແຫນງ, ຂົງເຂດອຸດສາຫະກຳຫນູນຊ່ວຍຫລັກຄື:ເຄື່ອງອາໄຫລ່, ອຸດສາຫະກຳຫນູນຊ່ວຍຮັບໃຊ້ບັນດາຂະແຫນງອຸດສາຫະກຳເຕັກໂນໂລຊີສູງ. ມີວິສາຫະກິດຫລາຍແຫ່ງຂຶ້ນກັບກຸ່ມອຸດສາຫະກຳຫນູນຊ່ວຍ ຖືເລື່ອງເຂົ້າຮ່ວມງານຕະຫລາດນັດແມ່ນໂອກາດທີ່ດີເພື່ອເຂົ້າຮ່ວມຢ່າງເລິກເຊິ່ງກວ່າ, ປະກອບສ່ວນຫລາຍກວ່າເຂົ້າໃນການພັດທະນາຂອງອຸດສາຫະກຳຫນູນຊ່ວຍຢູ່ບໍລິເວນນະຄອນ ແລະ ຂອງທົ່ວປະເທດຫວຽດນາມ. ທ່ານ ເລຈູງຮຽວ ຜູ້ອຳນວຍການຝ່າຍບໍລິຫານ ບໍລິສັດ Hexegon MI ຫວຽດນາມ ຈຳກັດ ຕີລາຄາ ວ່າ:

 “ Hexegon ແມ່ນວິສາຫະກິດແຖວນ້າໂລກ ກ່ຽວກັບຂົງເຂດການວັດແທກ ແລະ ເຕັກໂນໂລຊີອັດຕະໂນມັດໃນ 10 ປີມານີ້ບໍລິສັດໄດ້ເຂົ້າຮ່ວມຢ່າງເລິກເຊິ່ງໃນວິສາຫະກິດທີ່ມີເງິນລົງທຶນຂອງຕ່າງປະເທດ (FDI) ຄືບັນດາກຸ່ມບໍລິສັດເອເລັກໂຕນິກລົດໂອໂຕລົງທຶນຢູ່ ຫວຽດນາມເຂົ້າຮ່ວມງານຕະຫລາດນັດHexegon ປາດຖະນາຢາກນຳບັນດາຜະລິດຕະພັນເຕັກໂນໂລຊີຂອງຕົນເຂົ້າໃກ້ກັບລະບົບສະຫນອງຂອງວິສາຫະກິດ ຫວຽດນາມປະກອບສ່ວນເຂົ້າໃນການພັດທະນາຂອງກຸ່ມວິສາຫະກິດນູນຊ່ວຍຂອງຫວຽດນາມ ຢ່າງເລິກເຊິ່ງກວ່າອີກ.

ການນຳພະແນກອຸດສາຫະກຳ ການຄ້າ ຮ່າໂນ້ຍ ຢັ້ງຢືນ: ໃນໄລຍະຈະມາເຖິງ, ຫົວຫນ່ວຍຈະສືບຕໍ່ຍູ້ແຮງການຫນູນຊ່ວຍໃຫ້ມີຄຸນນະພາບກວ່າ, ຊ່ວຍວິສາຫະກິດອຸດສາຫະກຳຫນູນຊ່ວຍເວົ້າສະເພາະ, ບັນດາວິສາຫະກິດຜະລິດເວົ້າລວມ ໃຫ້ພັດທະນາ. ກ່ອນອື່ນ ແມ່ນເລີ່ມລົງມືກໍ່ສ້າງບາງກຸ່ມອຸດສາຫະກຳໃນຍອດຈຳນວນ 43 ກຸ່ມອຸດສາຫະກຳ ທີ່ໄດ້ຮຽກຮ້ອງການລົງທຶນໃນປີ 2022 ຮັບປະກັນໃຫ້ຄາດໝາຍທີ່ວາງອອກໃນໄລຍະ 1 -2 ປີຈະມາເຖິງ ຈະມີຫນ້າພຽງນັບພັນໆເຮັກຕາຮັບໃຊ້ວິສາຫະກິດພັດທະນາການຜະລິດໃນບໍລິເວນນະຄອນຫລວງ.

(ແຫຼ່ງຄັດຈາກ VOV)


top