ຂ່າວສານ

ຮ່າໂນ້ຍ, ຫາຍເຢືອງ ແລະ ນາມດິ້ງ ແມ່ນ 3 ທ້ອງຖິ່ນທີ່ມີຜູ້ຕິດເຊື້ອຫຼາຍກວ່າໝູ່ໃນ 24 ຊົ່ວໂມງຜ່ານມາ

ໃນວັນທີ 13 ກຸມພາ, ຫວຽດນາມມີຄົນເຈັບ 7,815 ຄົນໄດ້ຮັບການປະກາດ ປິ່ນປົວຫາຍດີ. ປະຈຸບັນ, ຈຳນວນກໍລະນີປິ່ນປົວຫາຍດີມີ 2,226,754 ກໍລະນີ. ມີ 84 ຄົນເສຍຊີວິດໃນ 24 ຊົ່ວໂມງທີ່ຜ່ານມາ.

ເຂດແຍກຕົວຜູ້ຕິດເຊື້ອ

ນັບແຕ່ເວລາ 16:00 ໂມງຂອງວັນທີ 12 ກຸມພາເຖິງເວລາ 16:00 ໂມງຂອງວັນທີ 13 ກຸມພາ, ຫວຽດນາມ ຢັ້ງຢືນ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 26.379 ຄົນ, ໃນນັ້ນມີ 7 ຄົນມາຈາກຕ່າງປະເທດ ແລະ 26.372 ຄົນ ຢູ່ 58 ແຂວງ, ນະຄອນ. ໃນນັ້ນ, 3 ທ້ອງຖິ່ນທີ່ມີກໍລະນີຕິດເຊື້ອຫຼາຍກວ່າໝູ່ໃນ 24 ຊົ່ວໂມງຜ່ານມາ ນັ້ນແມ່ນ ຮ່າໂນ້ຍ (2.940 ກໍລະນີ), ຫາຍເຢືອງ (1.906 ກໍລະນີ), ແຂວງ ນາມດິ້ງ (1.894 ກໍລະນີ).

ມາຮອດປະຈຸບັນ, ຫວຽດນາມມີ 197 ກໍລະນີຕິດເຊື້ອພະຍາດໂຄວິດ-19 ສາຍພັນ Omicron ຢູ່ 16 ແຂວງ, ນະຄອນ.  ສະນັ້ນ, ນັບແຕ່ເລີ່ມເກີດໂລກລະບາດເປັນຕົ້ນມາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 2,510,860 ຄົນ.

ໃນວັນທີ 13 ກຸມພາ, ຫວຽດນາມມີຄົນເຈັບ 7,815 ຄົນໄດ້ຮັບການປະກາດ ປິ່ນປົວຫາຍດີ. ປະຈຸບັນ, ຈຳນວນກໍລະນີປິ່ນປົວຫາຍດີມີ 2,226,754 ກໍລະນີ. ມີ 84 ຄົນເສຍຊີວິດໃນ 24 ຊົ່ວໂມງທີ່ຜ່ານມາ.

ກ່ຽວກັບສະພາບການສັກຢາວັກຊິນກັນພະຍາດ, ທົ່ວປະເທດໄດ້ສັກຢາວັກຊິນປ້ອງກັນເປັນຈຳນວນ 185,254,387 ໂດສ.

(ແຫຼ່ງຄັດຈາກ VOV)


top