ຂ່າວສານ

ຮ່າໂນ້ຍ ສ້າງ ແລະ ພັດທະນາກະສິກຳທັນສະໄໝ

      ການພັດທະນາກະສິກຳທັນສະໄໝ ພວມແມ່ນທ່າອ່ຽງທີ່ແນ່ນອນໃນໂລກ. ໃນ 10 ປີມານີ້ຢູ່ຫວຽດນາມ ກໍ່ໄດ້ສ້າງກະສິກຳທັນສະໄໝຂຶ້ນແລ້ວ. ເມື່ອທຽບກັບທ້ອງຖິ່ນອື່ນໆໃນທົ່ວປະເທດ, ນະຄອນຮ່າໂນ້ຍ ຍາມໃດກໍ່ນຳໜ້າໃນການສ້າງ ແລະ ພັດທະນາກະສິກຳທັນສະໄໝ.
ບົວລະບັດເບັ້ຍໃມ້ຢູ່ສະຫະກອນກະສິກຳເຕັກໂນໂລຊີສູງກວຽດຕຽນ ເມືອງຊອກເຊີນ, ຮ່ໂນ້ຍ (ພາບ: ໂດ້ເຕີມ)
      ກະສິກຳທັນສະໄໝແມ່ນພື້ນຖານກະສິກຳນຳໃຊ້ເຕັກໂນໂລຊີສູງ, ເຕັກໂນໂລຊີຊີວະສາດ, ຫັນເປັນເຄື່ອງຈັກ, ຫັນເປັນອັດຕະໂນມັດ, ຫັນວິວັດການຜະລິດເປັນດີເລີດ. ຜ່ານນັ້ນ ກໍໄດ້ຊ່ວຍເພີ່ມສະມັດຕະພາບ, ຄຸນນະພາບຜະລິດຕະພັນ, ປະຢັດຄ່າໃຊ້ຈ່າຍ ແລະ ຮັບປະກັນສິ່ງແວດລ້ອມ.
      ປະຈຸບັນ, ໃນບໍລິເວນນະຄອນຮ່າໂນ້ຍ ມີ 164 ຮູບແບບການຜະລິດກະສິກຳ ນຳໃຊ້ເຕັກໂນໂລຊີສູງ. ມູນຄ່າຜະລິດຕະພັນກະສິກຳເຕັກໂນໂລຊີສູງ ຮ່າໂນ້ຍ ໃນປະຈຸບັນໄດ້ກວມເອົາ 35% ຍອດມູນຄ່າການຜະລິດກະສິກຳທົ່ວນະຄອນ, ໃນນັ້ນ, ເຕັກໂນໂລຊີ, ເຄື່ອງອຸປະກອນໄດ້ເລືອກເອົາໂປແກຼມການນຳໃຊ້ທີ່ທັນສະໄໝເປັນຕົ້ນ. ໃນການປູກຝັງໄດ້ນຳໃຊ້ເຮືອນຕາໜ່າງທີ່ມີລະບົບອັດຕະໂນມັດດັດປັບລະດັບຄວາມຊຸ່ມ, ອຸນຫະພູມ, ແສງສະຫວ່າງ, ກວດຫາແມງໄມ້ຊະນິດຕ່າງໆ. ນຳໃຊ້ flycam ເພື່ອໃສ່ຝຸ່ນເຄມີ ແລະ ສະກັດກັ້ນພະຍາດໃນຕົ້ນເຂົ້າ, ໃນການລ້ຽງສັດໄດ້ນຳໃຊ້ການປະສົມພັນທຽມ, ຂະແໜງສິນໃນນ້ຳໄດ້ນຳໃຊ້ຮູບແບບຜະລິດຕະພັນຊີວະສາດ ແລະ ຈັກຜະລິດອົກຊີອັດຕະໂນມັດ. ທ່ານປະລີນຍາເອກ ຕ້າວັນເຕື່ອງ ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ:
      ຂະແໜງກະສິກຳໄດ້ໄປຕາມລະບົບຄຸນຄ່າ, ປຸງແຕ່ງລົງເລິກ. ຮ່າໂນ້ຍ ມີທ່າແຮງ ແລະ ພວມແມ່ນສູນຜະລິດເບັ້ຍໄມ້ ແລະ ພໍ່ພັນແມ່ພັນສັດລ້ຽງຂອງທົ່ວປະເທດ. ແຕ່ເຖິງຢ່າງໃດກໍ່ຕາມ, ຮ່າໂນ້ຍ ພວມຕ້ອງການສີສັນວັດທະນະທຳກະສິກຳພັນປີທີ່ສຸດ, ສ້າງເປັນຄຸນຄ່າຜະລິດຕະພັນທີ່ມີເຄື່ອງໝາຍການຄ້າໃຫ່ຍ ແລະ ຕ້ອງຮັກສາບັນດາເຄື່ອງໝາຍທີ່ເປັນມູນເຊື້ອ.
ສະຫະກອນດານຮ່ວາຍ, ເມືອງດານເຟື້ອງ ໄດ້ສ້າງເຄື່ອງໝາຍດອກກ້ວຍໄມ້ທີ່ມີຊື່ວ່າ    Flora Viet Nam ສຳເລັດ (ພາບ: tuoitrethudo.com.vn)
      ຮ່າໂນ້ຍ ກຳນົດການວາງແຜນກະສິກຳ ສວມບົດບາດສຳຄັນ ໃນການພັດທະນາກະສິກຳທັນສະໄໝ. ໂດຍແມ່ນະຄອນທີ່ມີລະດັບການຫັນເປັນຕົວເມືອງໄວ, ພິເສດແມ່ນຢູ່ໃນບັນດາເມືອງໃກ້ກັບຕົວເມືອງ, ສະນັ້ນ, ຮ່າໂນ້ຍ ໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການກຳນົດຂອບເຂດຕົວເມືອງກະສິກຳ. ທ່ານ ສາດສະດາຈານ, ປະລີນຍາເອກ ໂດ້ເຮົ້າ ຮອງປະທານ ທັງເປັນເລຂານຸການໃຫ່ຍສະມາຄົມວາງແຜນຜັງພັດທະນາຕົວເມືອງຫວຽດນາມ ຖືວ່າ:
  ກະສິກຳຕົວເມືອງ  ຮ່າໂນ້ຍ ບໍ່ພຽງແຕ່ມີທີ່ຕັ້ງສຳຄັນໃນພາລະກິດພັດທະນາເສດຖະກິດ-ສັງຄົມຂອງນະຄອນຮ່າໂນ້ຍ ເທົ່ານັ້ນ ຫາກຍັງແມ່ນແບບຢ່າງໃນການພັດທະນາກະສິກຳອ້ອມຕົວເມືອງໃນທົ່ວປະເທດອີກດ້ວຍ. ສະນັ້ນ, ການລົງທຶນພັດທະນາກະສິກຳແຄມຕົວເມືອງ ຕາມທິດກະສິກຳຕົວເມືອງຊີວະພາບ, ຕົວເມືອງຂຽວ ໃນວິວັດການຫັນເປັນຕົວເມືອງ ໃນໄລຍະຈະມາເຖິງ ແມ່ນສຳຄັນທີ່ສຸດ, ແມ່ນຈຸດສຸມ, ແມ່ນ ຍຸດທະສາດໃນການພັດທະນາຂອງນະຄອນຮ່າໂນ້ຍ.
      ກະສິກຳຕົວເມືອງຮ່າໂນ້ຍ ມີຈຸດພິເສດສະເພາະທີ່ບໍ່ແມ່ນຕົວເມືອງໃດຂອງຫວຽດນາມ ກໍ່ມີໄດ້. ຍ້ອນວ່າ ຮ່າໂນ້ຍ ມີເນື້ອທີ່ດິນອ້ອມຕົວເມືອງກ້ວາງຂວາງ, ສາມາດຜະລິດບັນດາຜະລິດຕະພັນກະເສດໃຫ້ພາຍໃນເຂດຕົວເມືອງຢ່າງພຽງພໍ. ທ່ານ  ຮອງສາດສະດາຈານ, ປະລີນຍາເອກ ດ່າວເທແອັງ, ຮອງຜູ້ອຳນວຍການສະຖາບັນວິທະຍາສາດ ກະສິກຳຫວຽດນາມ ຖືວ່າ:
 ຮ່າໂນ້ຍ ສາມາດສ້າງແຜນຮ່າງສະເພາະໃຫ້ຂະແໜງກະສິກຳຕົວເມືອງ, ດຶງດູດການລົງທຶນ, ໂດຍສະເພາະແມ່ນການລົງທຶນພາກເອກະຊົນ. ບົດບາດຂອງກະສິກຳໃນເຂດຕົວເມືອງຂອງຮ່າໂນ້ຍ ແມ່ນສຳຄັນທີ່ສຸດ. ໃນເງື່ອນໄຂທີ່ບໍ່ມີທີ່ດິນ, ຕ້ອງທຳການຜະລິດຕາມສາຍຕັ້ງ, ໝາຍຄວາມວ່ານຳໃຊ້ເຕັກໂນໂລຊີ, ກະສິກຳທັນສະໄໝ.
      ວັນທີ 17 ມີນາ ປີ 2021, ອົງຄະນະພັກນະຄອນຮ່າໂນ້ຍ ໄດ້ປະກາດໃຊ້ໂຄງການ 04 ກ່ຽວກັບການຍູ້ແຮງການພັດທະນາປະສິດທິຜົນ ໂຄງການເປົ້າໝາຍແຫ່ງຊາດ ການກໍ່ສ້າງຊົນນະບົດໃໝ່ ຕິດພັນກັບການສ້າງໂຄງປະກອບຂະແໜງກະສິກຳ ແລະ ພັດທະນາເສດຖະກິດຊົນນະບົດຄືນໃໝ່, ຍົກສູງຊີວິດດ້ານວັດຖຸ ແລະ ຈິດໃຈຂອງຊາວກະສິກອນໄລຍະ 2021-2025. ໃນນັ້ນ, ໄດ້ກຳນົດຮອດປີ 2025 ຮ່າໂນ້ຍ ຈະມີອັດຕາສ່ວນມູນຄ່າຜະລິດຕະພັນກະເສດເຕັກໂນໂລຊີສູງບັນລຸ 70%. ຫຼາຍໂຄງການພັດທະນາກະສິກຳໄດ້ເຊັນອະນຸມັດ ແລະ ຜັນຂະຫຍາຍບັນລຸປະສິດທິຜົນ. ເປັນຕົ້ນແມ່ນຮູບແບບການຜະລິດເຫັດຢູ່ເມືອງ ມີ້ດຶກ, ຮູບແບບປູກດອກກວ້ຍໄມ້ຢູ່ເມືອງ ດານເຟື້ອງ, ປູກຜັກປອດສານພິດຢູ່ເມືອງ ຮ່ວາຍດຶກ… ຮ່າໂນ້ຍ ໄດ້ປະກາດໃຊ້ບັນດານະໂຍບາຍສົ່ງເສີມ, ດຶງດູດການລົງທຶນເຂົ້າໃນຂະແໜງກະສິກຳເຕັກໂນໂລຊີສູງ. ທ່ານ ສາດສະດາຈານ, ປະລີນຍາເອກ ເຈິ່ນຢຸຍກຸຍ, ປະທານສະມາຄົມວິທະຍາສາດພັດທະນາຊົນນະບົດຫວຽດນາມ ຖືວ່າ:
       ລັດຕ້ອງນຳໃຊ້ກົມພະຍາກອນອຸຕຸນິຍົມ ອຸທົກກະສາດ-ອົງການພະຍາກອນດິນຟ້າອາກາດໃຫ້ແກ່ທົ່ວປະເທດ ທີ່ມີສຳນັກງານຕັ້ງຢູ່ ຮ່າໂນ້ຍ, ເພື່ອແບ່ງປັນຂໍ້ມູນ big data ໃຫ້ແກ່ທຸກອົງການ, ສະໜອງຟຼີໃນເບື້ອງຕົ້ນ. ນັ້ນແມ່ນຊັບສົມບັດຂອງຊາດທີ່ຕ້ອງແບ່ງປັນ. ບັນດາຜູ້ເຮັດວຽກໃນເຂດສວນ, ຟາມ ຫຼືນັກຄຸ້ມຄອງ, ສົ່ງເສີມກະສິກຳນະຄອນຮ່າໂນ້ຍ ຖ້າຮູ້ຈັກເງື່ອນໄຂດິນຟ້າອາກາດຕາມຮອບວຽນໃຫ່ຍ ເພື່ອນຳໃຊ້ເຂົ້າໃນການລ້ຽງປູກສິນໃນນ້ຳ, ເຮັດສວນ, ປູກພືດຜັກ, ດອກໄມ້, ຕົ້ນໄມ້ກິນໝາກ….ແມ່ນຈະສະດວກທີ່ສຸດ.
      ປະຈຸບັນ, ນະຄອນຮ່າໂນ້ຍ ໄດ້ ແລະ ພວມຍູ້ແຮງການໝູນໃຊ້ເຕັກໂນໂລຊີສູງ, ເຕັກໂນໂລຊີ ແລະ ເຄື່ອງອຸປະກອນທັນສະໄໝ ໃນການຜະລິດກະສິກຳຢູ່ໃນບັນດາເມືອງເກືອບທັງໝົດ,  ສ່ວນຫຼາຍແມ່ນສຸມໃສ່ບັນດາເມືອງ ເມລິນ, ຢາເລິມ, ເທື່ອງຕິນ, ແທັງອວຍ, ດານເຟື້ອງ, ດົງແອັງ… ຮ່າໂນ້ຍ ມຸ່ງໄປເຖິງການພັດທະນາກະສິກຳທັນສະໄໝ, ເຕັກໂນໂລຊີສູງ, ເຊື່ອມໂຍງເຂົ້າກັບສາກົນ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
(ແຫຼ່ງຄັດຈາກ VOV)


top