ຂ່າວສານ

ຮ່າໂນ້ຍ ສົ່ງເສີມການທ່ອງທ່ຽວ ຢູ່ກັບທີ່ໃຫ້ 10 ປະເທດເອີລົບ

      ຕອນບ່າຍວັນທີ 12 ພະຈິກ, ພະແນກທ່ອງທ່ຽວ ຮ່າໂນ້ຍ ໄດ້ຈັດຕັ້ງການສົ່ງເສີມ, ໂຄສະນາສະຖານທີ່ທ່ອງທ່ຽວໃຫ້ ວິສາຫະກິດການທ່ອງທ່ຽວ 30 ແຫ່ງຢູ່ 10 ປະເທດເອີລົບ ລວມມີ: ໂອຕາລິດ, ແບນຊິກ, ສ.ເຊັກໂກ, ຝລັ່ງ, ອີຕາລີ, ໂຮນລັງ, ໂປໂລຍ, ແອັດສະປາຍ, ສະວິດ, ຕວັກກີ.

ແຂກທ່ອງທ່ຽວມາຢ້ຽມຊົມວັນມ໊ຽວກວ໊ກຕື໋ຢ່໊າມ (ມະຫານວິທະຍາໄລແຫ່ງໍຊາດທຳອິດຂອງຫວຽດນາມ) 
(ພາບ: TTXVN)
      ນະທີ່ນີ້, ບັນດາວິສາຫະກິດ ຮ່າໂນ້ຍ ແລະ ທົ່ວປະເທດໄດ້ແນະນຳກ່ຽວກັບບັນດາຜະລິດຕະພັນທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວ, ພ້ອມທັງແລກປ່ຽນໂດຍກົງ, ປະຕິບັດການລົງນາມຮ່ວມມືກັບບັນດາຄູ່ຮ່ວມມື 10 ປະເທດເອີລົບ. ໃນໄລຍະນີ້, ພະແນກການທ່ອງທ່ຽວ ນະຄອນຮ່າໂນ້ຍກໍ່ ໄດ້ສາຍຮູບເງົາແນະນຳການທ່ອງທ່ຽວຮ່າໂນ້ຍໂດຍຊ່ອງໂທລະພາບສາກົນ CNN ກໍ່ຄື ຮ່າໂນ້ຍເປັນຜູ້ຜະລິດ.
        ກ່າວຄຳເຫັນທີ່ການສົ່ງເສີມ, ໂຄສະນາສະຖານທີ່ທ່ອງທ່ຽວ, ທ່ານ ເຈິ່ນດຶກຫ໋າຍ ຫົວໜ້າພະແນກການທ່ອງທ່ຽວນະຄອນຮ່າໂນ້ຍ ໃຫ້ຮູ້ວ່າເພື່ອເພີ່ມທະວີບັນດາການເຄື່ອນໄຫວໂຄສະນາສົ່ງເສີມ, ຮ່ວມສຳພັນ ແລະ ແລກປ່ຽນແຂກທ່ອງທ່ຽວລະຫວ່າງ ຮ່າໂນ້ຍ ແລະ ຕະຫຼາດເອີລົບໃຫ້ຫຼາຍກ່ວາອີກ, ໃນໄລຍະຈະມາເຖິງ. ພະແນກການທ່ອງທ່ຽວນະຄອນຮ່າໂນ້ຍຈະສືບຕໍ່ໜູນຊ່ວຍສ້າງບັນດາເງື່ອນໄຂດີທີ່ສຸດໃຫ້ແກ່ບັນດາບໍລິສັດທ່ອງທ່ຽວ ແລະ ແຂກທ່ອງທ່ຽວບັນດາປະເທດເອີລົບ ເຂົ້າມາ ຮ່າໂນ້ຍ.
 (ແຫຼ່ງຄັດຈາກ VOV)
 
 


top