ທ່ອງທ່ຽວ

ຮ່າໂນ້ຍ ມຸ່ງໄປເຖິງເລື່ອງກາຍເປັນ “ນະຄອນຄົ້ນຫາດ້ານວັດທະນະທຳຍາມຄ່ຳຄືນ”

ຈຸດເດັ່ນຂອງລາຍການຄົ້ນຫາ ຮ່າໂນ້ຍ ຍາມຄ່ຳຄືນແມ່ນລາຍການຢ້ຽມຊົມບັນດາມໍລະດົກ, ຄື: ພະລາຊະວັງ ທັງລອງ, ວັນມ້ຽວ ກວັກຕືຢາມ ຫຼື ຄຸກ ຮວາລໍ່ ໄດ້ປຸກໃຫ້ຕື່ນດ້ວຍແສງສີສຽງ
ເຂດ ວັນມ້ຽວ ກວັກຕືຢາມ (ພາບ: TTXVN)

ຮ່າ​ໂນ້ຍ ຍາ​ມ​ຄ່ຳ​ຄືນ​ຄື​ດັ່ງ​ຈັງຫວະການດຳລົງຊີວິດ​ແບບຕ່າງຫາກ​, ຊ້າກວ່າ, ມິດງຽບກວ່າ ແຕ່​ຍັງ​ເຕັມ​ໄປ​ດ້ວຍ​ພະ​ລັງ​ຊີ​ວິດ ດ້ວຍ​ການຄົ້ນ​ຫາ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ. ນະ​ຄອນ​ຫຼວງ ພວມ​ມຸ່ງ​ໄປ​ເຖິງ​ເລື່ອງ​ກາຍ​ເປັນ “ນະ​ຄອງນ​ຄົ້ນ​ຫາດ້ານ​ວັດ​ທ​ະ​ນະ​ທຳ​ຍາມ​ຄ່ຳ​ຄືນ”, ແຫ່ງ​ທີ່​ເສດ​ຖະ​ກິດ​ພັດ​ທະ​ນາ​ພ້ອມ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ​ສີ​ສັນ, ມ​ໍ​ລະ​ດົກ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ.

ຈຸດ​ເດັ່ນ​ຂອງ​ລາຍ​ການ​ຄົ້ນ​ຫາ​ ຮ່າ​ໂນ້ຍ ຍາມ​ຄ່ຳ​ຄືນແມ່ນ​ລາຍ​ການ​ຢ້ຽມ​ຊົມບັນ​ດາ​ມໍ​ລະ​ດົກ, ຄື: ພະ​ລາ​ຊະ​ວັງ ທັງ​ລອງ, ວັນ​ມ້ຽວ ກວັກ​ຕື​ຢາມ ຫຼື ຄຸກ ຮ​ວາ​ລໍ່ ໄດ້​ປຸກ​ໃຫ້ຕື່ນ​ດ້ວຍ​ແສງ​ສີສຽງ ແລະ ເຕັກ​ໂນ​ໂລ​ຊີ​ສາຍ​ພາບທີ່​ທັນ​ສະ​ໄໝ, ສ້າງ​ເປັນ​ເລື່ອງ​ລາວ​ທີ່​ມີ​ຊີ​ວິດ​ຊີ​ວາ​ກ່ຽວ​ກັບ​ປະ​ຫວັດ​ສາດ ແລະ ວັດ​ທະ​ນະ​ທຳ.

ລາຍ​ການ​ທ່ອງ​ທ່ຽວ​ດ້ວຍ​ຫົວ​ຂໍ້ “ສິ່ງຍອດ​ຍິ່ງ​ຂອງ​ການ​ຮ່ຳ​ຮຽ​ນ” ຢູ່​ສູນ​ເຄືjອນ​ໄຫວ​ວັດ​ທະ​ນະ​ທຳ​ວິ​ທະ​ຍາ​ສາດ ວັນ​ມ້ຽວ - ກວັກ​ຕື​ຢາມ ໄດ້​ນຳ​ບັນ​ດາ​​ຄວາມ​ປະ​ທັບ​ໃຈໃໝ່, ມີຄວາມແຕກ​ຕ່າງ​​ເມື່ອ​ທຽບ​ໃສ່​ການ​ໄປ​ຢ້ຽມ​ຊົມ​ໃນ​ຍາມກາງ​ເວັນ​ມາ​ໃຫ້​ແຂກ​ທ່ອງ​ທ່ຽວ. ເຂດ​ມໍ​ລະ​ດົກ​ທັງ​ໝົດ​ມີ​ການ “ປ່ຽນໂສມ​ໜ້າ” ຍ້ອນ​ລະ​ບົບ​ແສງ​ສີ ແລະ ເຕັກ​ໂນ​ໂລ​ຊີ 3 ມິ​ຕິ Mapping ອັນ​ໄດ້​ສ້າງເປັນໂສມ​ໜ້າ​ໃໝ່. ບັນ​ດາ​ກິດ​ຈະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ມ​ໍ​ລະ​ດົກ, ຄື: ຫໍຄອຍ ເຄວັນ​ກາກ, ນ້ຳສ້າງ ທຽນ​ກວາງ, ເຂດ ບ໊າຍ​ເດື່ອງ… ໄດ້​ຂຸ​ດ​ຄົ້ນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ຜ່ານ​ການ​ສົ່ງ​ຕໍ່ບັນ​ດາ​ຄຸນ​ຄ່າ, ຄວາມ​ໝາຍ​ຂອງ​ການ​ຮ່ຳ​ຮຽນ. ອ້າຍ ຫງວຽນ​ແທັງ​ຕຸ່ງ, ຜູ້​ຮັບ​ຜິດ​ຊອບ​ດ້ານ​ສື່ມວນຊົນ​ຂອງ​ລາຍ​ການ​ປະ​ພຶດຍາມ​ຄ່ຳ​ຄືນ ວັນ​ມຽວ - ກວັກ​ຕື​ຢາມ “ສິ່ງຍອດ​ຍິ່ງ​ຂອງ​ການ​ຮ່ຳ​ຮຽນ”, ໃຫ້​ຮູ້​ວ່າ:

“ລາຍ​ການ​ທ່ອງ​ທ່ຽວ​ເຂດ ວັນ​ມຽວ - ກວັກ​ຕື​ຢາມ ໄດ້​ສ້າງ​ຂຶ້​ນ​ດ້ວຍ​ຄວາມ​ຫວັງ​​ນຳ​ເອົາ​ວິ​ທີ​ການສຳຜັດ​ກັບ​ມໍ​ລະ​ດົກ​ແບບ​ໃໝ່​ມາໃຫ້ນັກ​ທ່ອງ​ທ່ຽວ. ຖ້າ​ຍາມ​ກາງ​ເວັນ, ວັນ​ມຽວ ມີ​ຄ​ວາມ​ງາມ​ແບບ​ບູ​ຮານ ແລະ ເຄັ່ງ​ຂຶມ, ຮອດ​ຕອນ​ຄ່ຳ, ເຂດ​ມໍ​ລະ​ດົກ​ຈະ​ມີ​ຄວາມ​ລຶກ​ລັບ, ເຕັມ​ໄປ​ດ້ວຍ​ອາ​ລົມ​ຈິດ. ແຂກ​ທ່ອງ​ທ່ຽວ​ຈະ​ຍ່າງ​ໃນ​ເສັ້ນ​ທາງ​ຂອງ​ບັນ​ດາ​ນັກ​ຮຽນ​ ​ໂຮງ​ຮຽນ ຢ້າມ ​ໃນ​ເມື່​ອ​ກ່ອນ. ເລື່ອງ​ລາວ​ໄດ້​ແນະ​ນຳ​ຜ່ານ​ການ​ອະ​ທິ​ບາຍ​ຂອງ​ບັນ​ດາ​ຜູ້​ນຳ​ທ່ຽວ, ປະ​ສົມ​ປະ​ສານ​ກັບ​ແສງ​ສີ, ສຽງ​ດົນ​ຕີ ສ້າງ​ຄວາມ​ຮູ້​ສຶກ​ທາງດ້ານ​ຈິດ​ໃຈ​ເລື່ອງ​ມັກ​ຮ​່ຳ​ມັກຮຽນ, ມູນ​ເຊື້ອ​ການ​ເສັງ ແລະ ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ຊາດ​ມາ​ໃຫ້ແຂກ​ທ່ອງ​ທ່ຽວ​ແຕ່​ລະ​ຄົນ​”.

ລາຍການ “ຄ່ຳຄືນທີ່ສັກກະລະບູຊາ” ຢູ່ເຂດປູຊະນີຍະສະຖານປະຫວັດສາດຄຸກ ຮວາລໍ່ (ພາບ: ເຂດປູຊະນີຍະສະຖານປະຫວັດສາດຄຸກ ຮວາລໍ່)

ເຂົ້າ​ຮ່ວມ​ລາຍ​ການ “ຄ່ຳ​ຄືນ​ທີ່​ສັກ​ກະ​ລະ​ບູ​ຊາ” ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫ​ວັດ​ສາດ​ຄຸກ ຮ​ວາ​ລໍ່, ແຂກ​ທ່ອງ​ທ່ຽ​ວ​ຈະ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ສ່ວນ​ໜຶ່ງ​ຂອງ​ປະ​ຫວັດ​ສາດກວ່າອີກ. ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ໃນ​ຍາມ​ຕອນ​ຄ່ຳ​ໄດ້​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ສຽງ, ແສງ​ສີ, ພ້ອມ​ກັບ​ບັນ​ດາ​ເລື່ອງ​ລາວ​ທີ່​ແທ້​ຈິງ​ກ່ຽວ​ກັບ​ຊີ​ວິດ​ຂອງ​ບັນ​ດາ​ນັກ​ຮົບ​ປະ​ຕິ​ວັດ​ທີ່​ຖືກ​ກັກ​ຂັງ​ຢູ່​ຄຸກ, ໄດ້​ສ້າງ​ອາ​ລົ​ມ​ຈິດ, ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງໃຫ້​ແຂກ​ທ່​ອງ​ທ່ຽວ. ທ່ານ​ນາງ ຟ້າມ​ທິ​ລານ, ຢູ່ ຮ່າ​ໂນ້ຍ, ແບ່ງ​ປັນ​ວ່າ:

“ຂ້າ​ພະ​ເຈົ້າ​ມັກ​ຮັກ​ປະ​ຫວັດ​ສາດ​ທີ່​ສຸດ. ເຂົ້າ​ຮ່ວມ​ລາຍ​ການ​ຢູ່​ເຂດປູ​ຊະ​ນີ​ຍະ​ສະ​ຖານ​ຄ​ຸກ ຮວາ​ລໍ່, ຂ້າ​ພະ​ເຈົ້າ​ໄດ້​ຮູ້​​ຈັກສ່ວນ​ໜຶ່ງ​ປະ​ຫວັດ​ສາດ​ຂອງ​ປະ​ເທດ​ຊາດ​ຕື່ມ​ອີກ. ຂ້າ​ພະ​ເຈົ້າ​ຫວັງ​ວ່າລາຍ​ການ​ຈະ​ໄດ້​ແຜ່​ກະ​ຈາຍ​ໄປເຖິງ​ເພື່ອນ​ໜຸ່ມ​ຫຼາຍກວ່າອີກ”.

ລາຍ​ການ​ທ່ອງ​ທ່ຽວ “ແກະລະຫັດພະ​ລາ​ຊະ​ວັງ ​ທັງ​ລອງ” ພັດ​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ແຮງ​ຕໍ່​ແຂກ​ທ່ອງ​ທ່ຽວ. ດ້ວຍ​ການ​ຄົ້ນ​ຫາເຂດ​ພະ​ລາ​ຊະ​ວັນ ທັງ​ລອງ ​ເມື່ອ​ກ່ອນ, ຮັບ​ຊົມ​ວາດ​ຟ້ອນ​ໃນ​ວັງ​ຢູ່​ບັນ​ດາ​ຮ່ອງ​ຮອຍ​ສະ​ຖານບູ​ຮານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ຮັບ​ຊົມ​ບັນ​ດາ​ວັດ​ຖຸ​ພັນ, ວັນ​ຖຸ​ບູ​ຮານ​ອັນ​ລ້ຳ​ຄ່າ​ທີ່​​​ໄດ້​ຄົ້ນພົບ​ຢູ່​ພະ​ລາ​ຊະ​ວັງ ທັງ​ລອງ.

“ຂ້າ​ພະ​ເຈົ້າ​ມາ​ຈາກ ຝ​ລັ່ງ. ທຸກ​ສິ່ງ​ທຸກ​ຢ່າງ​ຢູ່​ທີ່ນີ້​ແມ່ນ​ມີ​ຄວາມ​ແຕກ​ຕ່າງ​ກັນ​ເມື່ອ​ທຽບ​ໃສ່​ປະ​ເທດ​ຂອງ​ຂ້າ​ພະ​ເຈົ້າ. ທຸກ​ຄົນ​ນິ​ຍົມ​ລາຍ​ການນີ້​ຫຼາຍ”.

“ຂ້າ​ພະ​ເຈົາ​ເຫັນ​ວ່າ ລາຍ​ການ​ທ່ອງ​ທ່ຽ​ວນີ້​ແມ່ນ​ດຶງ​ດູດ​ໃຈ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ມັກ​ຮັກ​ປະ​ຫວັດ​ສາດ ຫວຽດ​ນາມ ແລະ ໄດ້​ຄົ້ນ​ຄວ້າ​ຫຼາຍ​ຢ່າງ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ລາຍ​ການ​ທ່ອງ​ທ່ຽວ​ຍາມຄ​່ຳ​ຄືນຢູ່ພະ​ລາ​ຊະ​ວັງ ທັງ​ລອງ ແມ່ນສຸດຍອດ”. ​

ນັກທ່ອງທ່ຽວໄດ້ສຳຜັດກັບບັນຍາກາດຂອງພະລາຊະວັງບູຮານ, ຮຽນຮູ້ບັນດາຮ່ອງຮອຍທາງໂບຮານຄະດີທີ່ເປັນເອກະລັກສະເພາະ, ຊົມເຊີຍບັນດາວັດຖຸບູຮານອັນລ້ຳຄ່າທີ່ໄດ້ພົບເຫັນຢູ່ທີ່ພະລາຊະວັງ ທັງລອງ. ພາບ: VGP

ການ​ພັດ​ທະ​ນາ​ບັນ​ດາ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽ​ວ​ຍາມ​ຄ່ຳ​ຄືນ ສົມ​ທົບ​ກັບ​ມ​ໍ​ລະ​ດົກ​ໄດ້​ຊ່ວຍ​ຍົກ​ສູງ​ຄຸນ​ຄ່າ​ບັນ​ດາ​ບັນ​ດາ​ເຂດ​ມໍ​ລະ​ດົກ, ພ້ອມ​ກັນ​ນັ້ນ ກໍ່ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ, ຊ່ວຍ​ໃຫ້​ແຂກ​ທ່ອງ​ທ່ຽວ​ຄົ້ນ​ຫາ ຮ່າ​ໂນ້ຍ ທັງເກົ່າແກ່​ບູ​ຮານ, ທັງ​ທັນ​ສະ​ໄໝ, ທັງ​ມີ​ຊີ​ວິດ​ຊີ​ວາ​ໃນຍາມ​ຄ່ຳ​ຄືນ.


top