ຂ່າວສານ

ຮ່າໂນ້ຍ: ປະຊາຊົນກວ່າ 2,6 ລ້ານຄົນໄດ້ຮັບການຊ່ວຍໜູນສັງຄົມ

      ມາຮອດປັດຈຸບັນ, ທົ່ວນະຄອນ ໄດ້ຕົກລົງໜູນຊ່ວຍຈຳນວນເງິນກວ່າ 1.000 ຕື້ດົ່ງ ໃຫ້ແກ່ປະຊາຊົນ, ຊາວຜູ້ອອກແຮງງານ, ຄອບຄົວ ແລະ ຮາກຖານດຳເນີນທຸລະກິດ ກວ່າ 2,6 ລ້ານເທື່ອຄົນ. 
(ພາບ: hanoimoi.com.vn)
      ຕາມການສະຖິຕິຂອງພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຮ່າໂນ້ຍ ໃຫ້ຮູ້ວ່າ ໃນສອງວັນຜ່ານມາ, ຮ່າໂນ້ຍ ໄດ້ມີປະຊາຊົນ ແລະ ຄອບຄົວ ກວ່າ 40.000 ເທື່ອຄົນ ໄດ້ຮັບການໜູນຊ່ວຍຕື່ມອີກ, ດ້ວຍຈຳນວນເງິນເພີ່ມຂຶ້ນເກືອບ 8 ຕື້ດົ່ງ. ມາຮອດປັດຈຸບັນ, ທົ່ວນະຄອນ ໄດ້ຕົກລົງໜູນຊ່ວຍຈຳນວນເງິນກວ່າ 1.000 ຕື້ດົ່ງ ໃຫ້ແກ່ປະຊາຊົນ, ຊາວຜູ້ອອກແຮງງານ, ຄອບຄົວ ແລະ ຮາກຖານດຳເນີນທຸລະກິດ ກວ່າ 2,6 ລ້ານເທື່ອຄົນ. ທ່ານ ຫງວຽນຮົ່ງເຢິນ, ຮອງຫົວໜ້າພະແນກແຮງງານ - ທະຫານເສຍອົງຄະ  ແລະ ສັງຄົມ ຮ່າໂນ້ຍ ໃຫ້ຮູ້ວ່າ:
            “ປັດຈຸບັນ, ບັນດາເມືອງ, ເທດສະບານໃນບໍລິເວນນະຄອນ ໄດ້ໃຫ້ການໜູນຊ່ວຍໂດຍພື້ນຖານແລ້ວ, ຮັບປະກັນຖືກຕາມເປົ້າໝາຍ ແລະ ທັນການ. ສຳລັບປະຊາຊົນຜູ້ທີ່ຢູ່ເຂດຖືກຈຳກັດບໍລິເວນ ທີ່ບໍ່ສາມາດໄປ - ມາໄດ້ນັ້ນ, ແຕ່ລະເມືອງກໍມີວິທີເຮັດທີ່ມີຫົວຄິດປະດິດສ້າງ  ແລະ ຮັບປະກັນຖືກຕ້ອງຕາມຫຼັກການປ້ອງກັນ, ຕ້ານໂລກລະບາດ ແລະ ໄດ້ໃຫ້ການໜູນຊ່ວຍຢ່າງວ່ອງໄວ, ທັນການທີ່ສຸດ”.
            ສິ່ງທີ່ໜ້າສົນໃຈແມ່ນ, ຈຳນວນຜູ້ໄດ້ຊົມໃຊ້ນະໂຍບາຍ, ແຫຼ່ງກຳລັງໜູນຊ່ວຍ ແມ່ນມີຫຼາຍເປົ້າໝາຍ ເປັນຕົ້ນແມ່ນ ແຮງງານນອກລະບົບ, ແຮງງານຕ່າງແຂວງ. ແຫຼ່ງກຳລັງຈາກການຫັນວຽກງານມາເປັນຂອງສັງຄົມກໍໄດ້ໃຫ້ບູລິມະສິດໜູນຊ່ວຍໃຫ້ແກ່ປະຊາຊົນ ແລະ ແຮງງານຕ່າງແຂວງ…/.
(ແຫຼ່ງຄັດຈາກ VOV)


top