ຂ່າວສານ

ຮ່າໂນ້ຍ ນອນໃນທອັບ 10 ສະຖານທີ່ງາມທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້

ຕາມ Thetravel ແລ້ວ, ເມື່ອມາ ຮ່າໂນ້ຍ, ແຂກທ່ອງທ່ຽວສາມາດຊອກເຫັນໂຮງແຮມ, ຫ້າງຮ້ານ, ພັດຕະຄານຫຼາຍແຫ່ງ ແລະ ຮັບຊົມລົດຖີບສາມລໍ້ໃນເຂດຄຸ້ມຖະໜົນເກົ່າ
  (ພາບປະກອບຈາກ baodantoc.vn)  

ຮ່າໂນ້ຍ ຂອງ ຫວຽດນາມ ໄດ້ຮັບການເລືອກເຟັ້ນແມ່ນໜຶ່ງໃນຈຳນວນ 10 ສະຖານທີ່ງາມ ແລະ ດຶງດູດ ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ ໂດຍໜັງສືພິມການທ່ອງທ່ຽວ Thetravel ແນະນຳໃຫ້ແຂກທ່ອງທ່ຽວໃນວັນທີ 14 ກຸມພາ.

ຕາມ Thetravel ແລ້ວ, ເມື່ອມາ ຮ່າໂນ້ຍ, ແຂກທ່ອງທ່ຽວສາມາດຊອກເຫັນໂຮງແຮມ, ຫ້າງຮ້ານ, ພັດຕະຄານຫຼາຍແຫ່ງ ແລະ ຮັບຊົມລົດຖີບສາມລໍ້ໃນເຂດຄຸ້ມຖະໜົນເກົ່າ. ພິເສດ, ແຂກທ່ອງທ່ຽວອາດຈະໄປຢ້ຽມຊົມ ວັນມ໋ຽວ, ເຊິ່ງເປັນໜຶ່ງໃນບັນດາກິດຈະກຳສະຖາປັດຕະຍາກຳທີ່ສວຍງາມຂອງນະຄອນ. ສຸສານປະທານໂຮ່ຈີມິນ ກໍ່ແມ່ນສະຖານທີ່ຄວນໄປຢ້ຽມຊົມ. ບໍ່ພຽງແຕ່ເທົ່ານັ້ນ, ເມື່ອມາ ຮ່າໂນ້ຍ, ແຂກທ່ອງທ່ຽວຍັງຈະໄດ້ຊີມບັນດາເຍື່ອງອາຫານທີ່ມີຊື່ສຽງ, ແຊບນົວຄື: ເຝີງົວ, ເຂົ້າປຸ້ນຊີ້ນປີິ້ງ, ບັນກວນ…


top