ຂ່າວສານ

ຮ່າໂນ້ຍ ຍົກສູງຄຸນນະພາບການຄຸ້ມຄອງລັດ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ

ທ່ານ ເຢືອງດຶກຕ໋ວນ, ຮອງປະທານຜູ້ປະຈຳການ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫາກໍ່ລົງນາມປະກາດໃຊ້ ແຜນການສະບັບເລກທີ 336/KH-UBND ລົງວັນທີ 12 ທັນວາ 2025 ກ່ຽວກັບການແກ້ໄຂຈຸດຕິດຂັດດ້ານຄວາມປອດໄພດ້ານສະບຽງອາຫານ ໃນພື້ນທີ່ເຂດນະຄອນ ຮ່າໂນ້ຍ.
 ຮ່າໂນ້ຍ ສ້າງຕັ້ງຄະນະເຮັດວຽກ ລະຫວ່າງຂະແໜງການ, ຮັບຜິດຊອບສະເພາະດ້ານ ເພື່ອເປັນພື້ນຖານໃຫ້ແກ່ການສະເໜີ ສ້າງຕັ້ງ 01 ອົງການຮັບຜິດຊອບສະເພາະດ້ານ ຄວາມປອດໄພດ້ານສະບຽງອາຫານ. ພາບ: ຮວ່າງຮ່າ/VNP 

ອີງຕາມແຜນການ, ນະຄອນໄດ້ສະເໜີລະບົບໜ້າທີ່, ມາດຕະການ, ແຜນງານ ແລະ ໂຄງການລະອຽດ ທີ່ມີຄວາມເປັນໄປໄດ້ ແລະ ມີປະສິດທິຜົນ, ສອດຄ່ອງກັບສະພາບຕົວຈິງຂອງນະຄອນຫຼວງ; ສ້າງຂັ້ນຕອນການຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບ, ສົ່ງເສີມການມີສ່ວນຮ່ວມຂອງທົ່ວລະບົບການເມືອງ. ພ້ອມກັນນັ້ນ, ກໍ່ເພື່ອສ້າງພາບພົດ ຮ່າໂນ້ຍ ທີ່ປອດໄພ, ສີວິໄລ ແລະ ເປັນມິດ ຕໍ່ກັບເພື່ອນມິດສາກົນ ແລະ ແຂກທ່ອງທ່ຽວ, ໂດຍຮັບປະກັນຕາມຫຼັກການ “6 ຈະແຈ້ງ”: ຈະແຈ້ງບຸກຄົນ - ຈະແຈ້ງວຽກງານ - ຈະແຈ້ງເວລາ - ຈະແຈ້ງຄວາມຮັບຜິດຊອບ - ຈະແຈ້ງຜະລິດຕະພັນ - ຈະແຈ້ງສິດອຳນາດ.

* ໜ້າທີ່ ແລະ ມາດຕະການຕົ້ນຕໍ

1. ສ້າງຕັ້ງໜ່ວຍງານປະສົມປະສານຂະແໜງການ, ຮັບຜິດຊອບ ສະເພາະດ້ານ ເພື່ອເປັນພື້ນຖານໃຫ້ແກ່ການສະເໜີສ້າງຕັ້ງ 01 ອົງການຮັບຜິດຊອບສະເພາະດ້ານຄວາມປອດໄພດ້ານສະບຽງອາຫານ.

2. ສ້າງລະບົບຂໍ້ມູນລວມສູນ ເພື່ອຄຸ້ມຄອງຄວາມປອດໄພດ້ານສະບຽງອາຫານທົ່ວນະຄອນ, ເຊື່ອມໂຍງລະຫວ່າງບັນດາພະແນກ, ຂະແໜງການ ແລະ ທ້ອງຖິ່ນ, ລວບລວມບັນດາຂໍ້ມູນຕິດຕາມ ຄວາມປອດໄພດ້ານສະສະບຽງອາຫານ ເພື່ອເປັນພື້ນຖານໃນການສ້າງລະບົບຕິດຕາມແຫຼ່ງກຳເນີດສະບຽງອາຫານ ທີ່ສາມາດເຊື່ອມຕໍ່ກັບປະຕູຂໍ້ມູນຕິດຕາມແຫຼ່ງກຳເນີດແຫ່ງຊາດ.

ຮ່າໂນ້ຍ ຍົກສູງຄວາມສາມາດຂອງສູນວິໄຈ ແລະ ທົດລອງ, ໃຫ້ບຸລິມະສິດໃນການເກັບຕົວຢ່າງຕາມກຸ່ມທີ່ມີຄວາມສ່ຽງ; ສ້າງກົນໄກພິເສດເພື່ອຕອບສະໜອງຄວາມຕ້ອງການຂອງໜ້າທີ່. ພາບ: ຮວ່າງຮ່າ/VNP

3. ປ່ຽນແປງໃໝ່ຮອບດ້ານວິທີການໂຄສະນາເຜີຍແຜ່ຄວາມປອດໄພດ້ານສະບຽງອາຫານ, ຫັນຈາກຮູບແບບດັ້ງເດີມ ໄປສູ່ການສື່ສານຫຼາຍຊ່ອງທາງ (Multi-platform); ສຳຜັດໂດຍກົງ, ສຸມໃສ່ກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງ; ພ້ອມກັນນັ້ນ ສົ່ງເສີມບົດບາດຂອງຊຸມຊົນຜ່ານແອັບພລິເຄຊັນເຕືອນໄພດ່ວນ ແລະ ເຄືອຂ່າຍຕິດຕາມຄວາມປອດໄພດ້ານສະບຽງອາຫານຢູ່ຂັ້ນຮາກຖານ. ລະອຽດຄື: ສ້າງ ແລະ ເປີດນຳໃຊ້ ເວັບໄຊສະເພາະດ້ານຄວາມປອດໄພດ້ານສະບຽງອາຫານ; 100% ຂອງຕາແສງ ແລະ ແຂວງ ຕ້ອງສ້າງຕັ້ງໜ່ວຍງານຕິດຕາມຄວາມປອດໄພດ້ານສະບຽງອາຫານຊຸມຊົນ; ເປີດເຜີຍລາຍຊື່ຮາກຖານການຜະລິດ, ທຸລະກິດ, ເຂດຜະລິດຮັບປະກັນຄວາມປອດໄພດ້ານສະບຽງອາຫານ, ບັນດາຜະລິດຕະພັນ OCOP.

4. ສຸມໃສ່ຮັດແໜ້ນການຄຸ້ມຄອງແຫຼ່ງສະໜອງສະບຽງອາຫານ; ເພີ່ມທະວີການກວດກາແບບກະທັນຫັນ ໂດຍສຸມໃສ່ບັນດາຜະລິດຕະພັນທີ່ມີຄວາມສ່ຽງສູງ ເຊັ່ນ: ເຂົ້າໜົມ, ນົມປຸງແຕ່ງ, ນ້ຳມັນພືດ, ເຫຼົ້າ, ເບຍ...

  ຮ່າໂນ້ຍ ສະເໜີແຜນການຈັດວາງສະຖານທີ່ ແລະ ນະໂຍບາຍ ໜູນຊ່ວຍການຂ້າສັດ, ສັດປີກແບບລວມສູນ; ຊຸກຍູ້, ແນະນຳ,ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດການຄຸ້ມຄອງການຂ້າສັດ, ການຂົນສົ່ງ, ການຄ້າຂາຍສັດ ແລະ ຜະລິດຕະພັນຈາກສັດ ພ້ອມທັງລົງໂທດຜູ້ລະເມີດຢ່າງເຂັ້ມງວດ. ພາບ: ຮວ່າງຮ່າ/VNP

5. ມອບໃຫ້ຄະນະກຳມະການປະຊາຊົນຕາແສງ ແລະ ແຂວງ ຄຸ້ມຄອງຢ່າງຮອບດ້ານ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ ຢູ່ບັນດາຕະຫຼາດຂາຍສົ່ງ ແລະ ຕະຫຼາດຊຸມຊົນ; ເພີ່ມຄວາມຖີ່ ໃນການກວດກາເອກະສານແຫຼ່ງກຳເນີດສິນຄ້າ ແລະ ລົງໂທດຜູ້ລະເມີດຢ່າງເຂັ້ມງວດ.

6. ສະເໜີແຜນການຈັດວາງສະຖານທີ່ ແລະ ນະໂຍບາຍໜູນຊ່ວຍການຂ້າສັດ, ສັດປີກແບບລວມສູນ; ຊຸກຍູ້, ແນະນຳຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດການຄຸ້ມຄອງການຂ້າສັດ, ການຂົນສົ່ງ ແລະ ການຄ້າຂາຍສັດ ກໍ່ຄືຜະລິດຕະພັນຈາກສັດ ແລະ ລົງໂທດຜູ້ລະເມີດຢ່າງເຂັ້ມງວດ.

  ຮ່າໂນ້ຍ ສຸມໃສ່ສ້າງມາດຕະຖານຮູບແບບການຈັດຕັ້ງໂຮງອາຫານ, ຂັ້ນຕອນການຈັດຕັ້ງປະຕິບັດສຳລັບໂຮງອາຫານລວມ, ໂດຍສະເພາະແມ່ນໂຮງອາຫານໃນໂຮງຮຽນ; ຄວບຄຸມແຫຼ່ງກຳເນີດສະບຽງອາຫານຢ່າງເຂັ້ມງວດ; ວາງແຜນຜັງຈຸດຂາຍອາຫານຕາມແຄມທາງ, ພ້ອມທັງເພີ່ມທະວີການຝຶກອົບຮົມຄວາມຮູ້ດ້ານຄວາມປອດໄພດ້ານສະບຽງອາຫານ. ພາບ: ຮວ່າງຮ່າ/VNP

7. ຍົກສູງຄວາມສາມາດຂອງສູນວິໄຈ ແລະ ທົດລອງ, ໃຫ້ບຸລິມະສິດໃນການເກັບຕົວຢ່າງຕາມກຸ່ມທີ່ມີຄວາມສ່ຽງ; ສ້າງກົນໄກພິເສດເພື່ອຕອບສະໜອງຄວາມຕ້ອງການຂອງໜ້າທີ່.

8. ສຸມໃສ່ສ້າງມາດຕະຖານຮູບແບບການຈັດຕັ້ງໂຮງອາຫານລວມ, ໂດຍສະເພາະແມ່ນໂຮງອາຫານໃນໂຮງຮຽນ; ຄວບຄຸມແຫຼ່ງກຳເນີດວັດຖຸດິບຢ່າງເຂັ້ມງວດ; ວາງແຜນຜັງຈຸດຂາຍອາຫານຕາມແຄມທາງ, ພ້ອມທັງເພີ່ມທະວີການຝຶກອົບຮົມຄວາມຮູ້ດ້ານຄວາມປອດໄພດ້ານສະບຽງອາຫານ.

  ເພື່ອຍົກສູງຄຸນນະພາບການຄຸ້ມຄອງລັດ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ, ທ່ານ ເຢືອງດຶກຕ໋ວນ, ຮອງປະທານຜູ້ປະຈຳການ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫາກໍ່ລົງນາມປະກาดໃຊ້ ແຜນການສະບັບເລກທີ 336/KH-UBND ລົງວັນທີ 12 ທັນວາ 2025 ກ່ຽວກັບການແກ້ໄຂຈຸດຕິດຂັດດ້ານຄວາມປອດໄພດ້ານສະບຽງອາຫານ ໃນພື້ນທີ່ ເຂດນະຄອນ ຮ່າໂນ້ຍ. ພາບ: ຮວ່າງຮ່າ/VNP

9. ບັນດາພະແນກ ແລະ ຂະແໜງການທີ່ກ່ຽວຂ້ອງ ຈັດຕັ້ງການຝຶກອົບຮົມ ເພື່ອຍົກສູງລະດັບວິຊາສະເພາະ ໃຫ້ແກ່ພະນັກງານໃນຂັ້ນຕາແສງ ແລະ ແຂວງ; ກວດກາແບບກະທັນຫັນການຈັດຕັ້ງປະຕິບັດຢູ່ບັນດາທ້ອງຖິ່ນ.

10. ສືບຕໍ່ສະເໜີຕໍ່ລັດຖະບານ ແລະ ບັນດາກະຊວງທີ່ກ່ຽວຂ້ອງ ເພື່ອປັບປຸງ, ປະກອບເພີ່ມເຕີມ ແລະ ເຮັດໃຫ້ບັນດາກົດລະບຽບກົດໝາຍສົມບູນແບບ ເຊັ່ນ: ກົດໝາຍວ່າດ້ວຍຄວາມປອດໄພດ້ານສະບຽງອາຫານ, ກົດໝາຍວ່າດ້ວຍຄຸນນະພາບຜະລິດຕະພັນ ແລະ ສິນຄ້າ... ເພື່ອຮັບປະກັນຄວາມເປັນເອກະພາບ.

* ບັນດາພະແນກ, ຂະແໜງການ ແລະ ຄະນະກຳມະການປະຊາຊົນບັນດາເມືອງ, ຕາແສງ ອີງຕາມພາລະບົດບາດໜ້າທີ່ ແລະ ສະພາບຕົວຈິງຂອງທ້ອງຖິ່ນ, ໜ່ວຍງານຂອງຕົນ ເພື່ອເປັນເຈົ້າການ ໃນການສ້າງແຜນການ ແລະ ຈັດຕັ້ງປະຕິບັດໜ້າທີ່ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.

ປະຕິບັດໂດຍ: ຮວ່າງຮ່າ


top