ຂ່າວສານ

ຮ່າໂນ້ຍ ຍູ້ແຮງການຮ່ວມມືກັບບັນດາວິສາຫະກິດ ອີຕາລີ

ຮ່າໂນ້ຍ ຍາມໃດກໍຊົມເຊີຍ, ຍິນດີຕ້ອນຮັບ ແລະ ສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ບັນດາຄູ່ຮ່ວມມື, ວິສາຫະກິດຂອງ ອີຕາລີ ແລະ ອາຊຽນ ມາຊອກຮູ້ກາລະໂອກາດຮ່ວມມືລົງທຶນ ແລະ ພັດທະນາແບບຍືນຍົງຢູ່ຮ່າໂນ້ຍ.

ທ່ານ ປະທານຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈູງ

ຕອນຄໍ່າວັນທີ 6 ມິຖຸນາ, ເມື່ອຊົມເຊີຍກອງປະຊຸມ “ສົນທະນາຂັ້ນສູງການພົວພັນເສດຖະກິດ ອາຊຽນ - ອີຕາລີ” ຄັ້ງທີ 3 ທີ່ຫາກໍດໍາເນີນໄປຢູ່ຮ່າໂນ້ຍດ້ວຍປະສົບຜົນສໍາເລັດຢ່າງຈົບງາມນັ້ນ, ທ່ານ ປະທານຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈູງ ເນັ້ນໜັກວ່າ ກອງປະຊຸມດັ່ງກ່າວໄດ້ຊ່ວຍເຊື່ອມຕໍ່ບັນດາຝ່າຍໃຫ້ເຂົ້າຫຍັບມໍ່ເຂົ້າໃກ້ກັນກວ່າ ໃນຂອບເຂດການຮ່ວມມືລະຫວ່າງ ອາຊຽນ ແລະ ອີຕາລີ. ພິເສດ, ອໍານາດການປົກຄອງນະຄອນຮ່າໂນ້ຍ ຍາມໃດກໍກໍານົດວ່າ ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງ ເພື່ອຮັບໃຊ້, ກໍານົດຖືເອົາຜົນສໍາເລັດຂອງບັນດາວິສາຫະກິດແມ່ນຜົນສໍາເລັດຂອງນະຄອນ. ດັ່ງນັ້ນ, ຮ່າໂນ້ຍ ຍາມໃດກໍຊົມເຊີຍ, ຍິນດີຕ້ອນຮັບ ແລະ ສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ບັນດາຄູ່ຮ່ວມມື, ວິສາຫະກິດຂອງ ອີຕາລີ ແລະ ອາຊຽນ ມາຊອກຮູ້ກາລະໂອກາດຮ່ວມມືລົງທຶນ ແລະ ພັດທະນາແບບຍືນຍົງຢູ່ຮ່າໂນ້ຍ. ທ່ານ Enrico Letta ອະດີດນາຍົກລັດຖະມົນຕີອີຕາລີ, ປະທານສະຫະສະມາຄົມ ອີຕາລີ - ອາຊຽນ ຢັ້ງຢືນວ່າ, ກອງປະຊຸມ “ສົນທະນາຂັ້ນສູງການພົວພັນເສດຖະກິດ ອາຊຽນ - ອີຕາລີ” ຄັ້ງທີ 3 ຢູ່ຮ່າໂນ້ຍ ບັນລຸໄດ້ບັນດາຜົນງານສົມດັ່ງປາດຖະໜາ. ທ່ານ Enrico Letta ເຊື່ອໝັ້ນວ່າ ດ້ວຍການສະໜັບສະໜູນຂອງການນໍານະຄອນນັ້ນ ຈະປັບປຸງຄວາມໄວ້ເນື້ອເຊື່ອຕື່ມອີກໃຈໃຫ້ບັນດານັກລົງທຶນ ອີຕາລີ ເວົ້າສະເພາະ ແລະ ຕ່າງປະເທດເວົ້າລວມ ເພື່ອຊອກຮູ້ກາລະໂອກາດ, ການຮ່ວມມື, ລົງທຶນຢູ່ຮ່າໂນ້ຍໃນອະນາຄົດ.
(ແຫຼ່ງຄັດຈາກ VOV)

top