ເສດຖະກິດ

ຮ່າໂນ້ຍ ຊຸກຍູ້ ຄວາມປອດໄພ ດ້ານສະບຽງອາຫານ ແລະ ການກັກກັນພະຍາດສັດ ແລະ ພືດ ຕາມສັນຍາ EVFTA ແລະ RCEP

ເພື່ອແນໃສ່ຊຸກຍູ້ ການຜະລິດ, ການບໍລິໂພກ ແລະ ສົ່ງອອກຜະ ລິດຕະພັນກະເສດ ຢູ່ພື້ນທີ່ ນະຄອນ ຮ່າໂນ້ຍ ແລະ ບັນດາແຂວງ, ນະຄອນ, ປະກອບສ່ວນ ປະຕິບັດເປົ້າໝາຍສອງຢ່າງຄື: ປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດ ໂຄວິດ-19, ທັງພັດທະນາເສດ ຖະກິດ - ສັງຄົມ, ພະແນກກະສິກຳ ແລະ ພັດທະນາ ຊົນນະບົດ ຮ່າໂນ້ຍ ໄດ້ປະສານສົມທົບ ກັບຫ້ອງການແຈ້ງຂ່າວ ແລະ ຈຸດ ຖາມຕອບແຫ່ງຊາດ ກ່ຽວກັບ ວຽກງານອະນາໄມ ແລະ ລະບາດ ວິທະຍາ, ການກັກກັນພະຍາດ ສັດ ແລະ ພືດ (ຫ້ອງການ SPS ຫວຽດນາມ), ສູນສົ່ງເສີມການຄ້າ ກະສິກຳ - ກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ ແລະ ພະແນກກະສິກຳ ແລະ ພັດທະ ນາຊົນນະບົດ ແຂວງ ແລະ ເມືອງ ໄດ້ຈັດກອງປະຊຸມ ເພື່ອແບ່ງ ປັນຂໍ້ມູນຂ່າວສານ, ຕອບສະໜອງ ຂໍ້ກຳນົດ ກ່ຽວກັບ ຄວາມປອດໄພດ້ານສະບຽງອາຫານ ແລະ ການກັກກັນພະຍາດສັດ ແລະ ພືດ ຕາມສັນຍາ EVFTA ແລະ RCEP ໃນການສົ່ງອອກກະສິກຳ ປ່າໄມ້ ແລະ ສິນໃນນໍ້າ. ໃນຊຸມປີມໍ່ໆ ມານີ້, ນະຄອນຮ່າໂນ້ຍ ໄດ້ສືບຕໍ່ຊຸກຍູ້ ຢ່າງແຂງແຮງ ບັນດາພ້ືນທີ່ການຜະລິດກະສິກຳ ສະເພາະ, ເພື່ອສ້າງແຫຼ່ງ ວັດຖຸດິບ ທີ່ມີຜົນຜະລິດ ເປັນຈຳນວນຫຼາຍ, ຮັບໃຊ້ການຈໍາໜ່າຍຢູ່ພາຍໃນ ແລະ ສົ່ງອອກ. ບາງຜະລິດຕະພັນ ກະເສດ ຂອງ ຮ່າໂນ້ຍ ທີ່ມີ ຄຸນນະພາບສູງ ແລະ ໄດ້ສົ່ງອອກໄປຕ່າງປະເທດຄື: ໝາກລຳໄຍ ດ້າຍແທ່ງ - ກວັກອວາຍ ສົ່ງອອກໄປ ສ ອາເມລິກາ; ເຂົ້າສານ ອິນຊີ ດົ່ງຟູ໋ ສົ່ງອອກໄປ ເຢຍລະມັນ; ຜັກ ວັນດຶກ ສົ່ງອອກໄປ ສ.ເກົາຫຼີ; ໝາກກ້ວຍຫອມ ສົ່ງອອກໄປ ສປ ຈີນ ແລະ ອື່ນໆ...

ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນ ເພື່ອກຳໄດ້ ຄວາມຫຍຸ້ງຍາກ, ອຸຸດຕັນ, ແບ່ງປັນຂໍ້ມູນຂ່າວສານ ກ່ຽວກັບ ຄວາມສາມາດບົ່ມຊ້ອນ ແລະ ຂໍ້ ກຳນົດ ນຳເຂົ້າ ຂອງ ຕະຫຼາດສົ່ງອອກ ສິນຄ້າກະເສດຈຸດສຸມ; ບັນ ດາວິທີແກ້ໄຂ ໃນການປັບປຸງ ຄຸນນະພາບ ຄວາມປອດໄພດ້ານສະ ບຽງອາຫານ ຂອງ ຜະລິດຕະພັນກະສິກຳ, ປ່າໄມ້ ແລະ ສິນໃນນຳ້ ເພື່ອຕອບສະໜອງ ຄວາມຕ້ອງການ ຂອງ ຕະຫຼາດພາຍໃນ ແລະ ສົ່ງອອກ.


ທ່ານ ຫງວຽນຫງອກເຊີນ, ຮອງຜູ້ອຳນວຍການ ພະແນກ ກະສິກຳ ແລະ ພັດທະນາ ຊົນນະບົດ ຮ່າໂນ້ຍ ກ່າວຊົມເຊີຍ ບັນດາ ຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມ.


ຜູ້ຊ່ຽວຊານຈາກຫ້ອງການ SPS ຫວຽດນາມ ໄດ້ສະເໜີ ວິທີແກ້ໄຂ ເພື່ອປັບປຸງ ຄຸນນະພາບ ຄວາມປອດໄພ ດ້ານສະບຽງອາຫານ ຂອງ ຜະລິດຕະພັນກະສິກຳ, ປ່າໄມ້ ແລະ ສິນໃນນໍ້າ
ເພື່ອຕອບ ສະໜອງ ຄວາມຕ້ອງການ ຂອງ ຕະຫຼາດພາຍໃນ ແລະ ສົ່ງອອກ.



ທ່ານ ໂງຊວນນາມ, ຮອງຫົວໜ້າຫ້ອງການ SPS ຫວຽດນາມ ກ່າວຄຳເຫັນໃນກອງປະຊຸມ.


ຜູ້ຕາງໜ້າ ບັນດາວິສາຫະກິດການຜະລິດ ແລະ ດຳເນີນທຸລະກິດຮັບຟັງ ການສະເໜີ ຂອງບັນດາຜູ້ຊ່ຽວຊານ ຫ້ອງການ SPS ຫວຽດ ນາມ.


ບັນດາຂໍ້ກຳນົດ ກ່ຽວກັບຄວາມປອດໄພ ດ້ານສະບຽງອາຫານແລະ ການກັກກັນພະຍາດສັດ ແລະ ພືດ ຕາມສັນຍາ EVFTA ແລະ RCEP ໄດ້ຖືກນໍາສະເຫນີ ຢ່າງລະອຽດ, ໂດຍກົງ ແລະ ເຂົ້າໃຈ ງ່າຍ.


ຂໍ້ມູນຂ່າວສານທີ່ເປັນປະໂຫຍດຫຼາຍຢ່າງ ໄດ້ຖືກນຳມາໃຫ້ ບັນດາ ວິສາຫະກິດ.
ການປະຊຸມຄັ້ງນີ້ ໄດ້ຈັດຂຶ້ນໂດຍກົງ ແລະ ຕາມຮູບແບບທາງໄກ, ຢູ່ ສູນສົ່ງເສີມ ການຄ້າກະສິກຳ ຮ່າໂນ້ຍ ແລະ ສະຖານທີ່ຕ່າງໆ ຢູ່ ຮ່າໂນ້ຍ, ແຂວງ, ນະຄອນ. ເຂົ້າຮ່ວມ ກອງປະຊຸມດັ່ງກ່າວ ລວມມີ ຜູ້ຕາງໜ້າ ສະມາຄົມ, ສະຫະກອນ ການຜະລິດ, ວິສາຫະກິດຮັບ ຊື້, ປຸງແຕ່ງ, ນຳເຂົ້າ ແລະ ສົ່ງອອກ ຜະລິດຕະພັນກະເສດ, ປ່າໄມ້ ແລະ ສິນໃນນໍ້າ.

ທີ່ກອງປະຊຸມ, ບັນດາ ຜູ້ຊ່ຽວຊານ ຂອງ ຫ້ອງການ SPS ຫວຽດ ນາມ ໄດ້ສະເໜີ 4 ເນື້ອໃນ ທີ່ມີຄຸນຄ່າທີ່ສຸດ ໃຫ້ບັນດາວິສາຫະ ກິດ, ພື້ນຖານການຜະລິດ ຕະພັນກະສິກຳ ແລະ ສະບຽງອາຫານ ທີ່ມີຄວາມຕ້ອງການ ສົ່ງອອກຜະລິດຕະພັນ ເຂົ້າຕະຫຼາດ ສະຫະ ພາບ ເອີຣົບ (EU) ແລະ ສ ເກົາຫຼີ, ຍີ່ປຸ່ນ ລວມມີ: ແນະນຳ ຄວາມຕ້ອງການ, ທ່າແຮງບົ່ມຊ້ອນ ແລະ ຄວາມນິຍົມຂອງຕະຫຼາດ EU, RCEP (ສ ເກົາຫຼີ, ຍີ່ປຸ່ນ...); ແນະນຳ ຂະບວນການຄວບຄຸມ ການນຳເຂົ້າ ສິນຄ້າກະສິກຳ ແລະ ສະບຽງອາຫານເຂົ້າ EU; ແນະນຳ ລະບົບ ການກວດສອບ/ຢັ້ງຢືນ ສະແຕມ, ຜະລິດຕະພັນກະເສດ, ອາຫານ ເພື່ອສົ່ງອອກ (ເລກລະຫັດ QR code); ແນະນໍາ ສັນຍາ RCEP ແລະ ແນະນຳໂດຍຫຍໍ້ ກ່ຽວກັບ ຂໍ້ກຳນົດ ສໍາລັບຕະຫຼາດ  ສ ເກົາຫຼີ ແລະ ຍີ່ປຸ່ນ.
ບັນດາຜູ້ແທນລົງຢ້ຽມຢາມ ຮ້ານຜະລິດຕະພັນກະເສດ ຢູ່ສະຖານທີ່ ຈັດກອງປະຊຸມ:


ນອກຈາກ ການເຜີຍແຜ່ ຂໍ້ມູນຂ່າວສານ, ບັນດາຜູ້ຄຸ້ມຄອງ ແລະ ຜູ້ຊ່ຽວຊານ ດ້ານການສົ່ງອອກກະສິກຳ ຍັງໄດ້ຮັບຟັງຄຳເຫັນ ແລະ ຕອບຄຳຖາມ ໃນການສົນທະນາ ກັບຜູ້ຕາງໜ້າບັນດາວິສາຫະ ກິດ ການຜະລິດ ແລະ ດຳເນີນທຸລະກິດ.

ພາຍຫຼັງກອງປະຊຸມ ໄດ້ດຳເນີນໄປ ຢ່າງຕັ້ງໜ້າ ກັບເນື້ອໃນ ການປຶກສາຫາລື ຢ່າງເລິກເຊິ່ງ, ການສົນທະນາໂດຍກົງລະອຽດ ແລະ ມີຄຸນຄ່າ, ກອງປະຊຸມ ໄດ້ບັນລຸ ໝາກຜົນທີ່ໜ້າເພິ່ງພໍໃຈ.
 
ພາບ: ຫວຽດເກື່ອງ - ແປໂດຍ: ບິກລຽນ

top