ຂ່າວສານ

ຮ່າໂນ້ຍ ຈັດຕັ້ງກອງປະຊຸມຮ່ວມມືລົງທຶນ ແລະ ພັດທະນາປີ 2017 ໃນວັນທີ 25 ມິຖຸນາ

      ນີ້ແມ່ນປີທີສອງທີ່ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມນີ້, ຜ່ານນັ້ນເພື່ອແນໃສ່ສືບຕໍ່ຢືນຢັນວ່າ ຮ່າໂນ້ຍ ພວມ ແລະ ຈະນຳໜ້າໃນການປະຕິບັດບັນດາການຊີ້ນຳຂອງລັດຖະບານກ່ຽວກັບການສ້າງສະພາບແວດລ້ອມແຫ່ງການລົງທຶນຕາມທິດສະດວກ, ກະຈ່າງແຈ້ງ, ເໝາະສົມກັບວິວັດການເຊື່ອມໂຍງເຂົ້າກັບສາກົນ, ເໝາະສົມກັບເງື່ອນໄຂຕົວຈິງຂອງນະຄອນຫຼວງ. 

ຄະນະຈັດຕັ້ງປະກາດຂໍ້ມູນຂ່າວກ່ຽວກັບກອງປະຊຸມ
      ນະຄອນ ຮ່າໂນ້ຍ ຈະຈັດຕັ້ງກອງປະຊຸມ “ຮ່າໂນ້ຍ 2017 -  ຮ່ວມມືລົງທຶນ ແລະ ພັດທະນາ” ໃນວັນທີ 25 ມິຖຸນາ ທີ່ຈະມາເຖິງ. ຄາດວ່າ ມີຜູ້ແທນກ່ວາ 1.000 ທ່ານເຊິ່ງແມ່ນການນຳລັດຖະບານ, ບັນດາກະຊວງ, ຄະນະ, ຂະແໜງການ, ຜູ້ຕາງໜ້າບັນດາອົງການການທູດ, ອົງການ ແລະ ມີກ່ວາ 600 ທ່ານເຊິ່ງແມ່ນນັກລົງທຶນ, ບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ. ນີ້ແມ່ນປີທີສອງທີ່ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມນີ້, ຜ່ານນັ້ນເພື່ອແນໃສ່ສືບຕໍ່ຢືນຢັນວ່າ ຮ່າໂນ້ຍ ພວມ ແລະ ຈະນຳໜ້າໃນການປະຕິບັດບັນດາການຊີ້ນຳຂອງລັດຖະບານກ່ຽວກັບການສ້າງສະພາບແວດລ້ອມແຫ່ງການລົງທຶນຕາມທິດສະດວກ, ກະຈ່າງແຈ້ງ, ເໝາະສົມກັບວິວັດການເຊື່ອມໂຍງເຂົ້າກັບສາກົນ, ເໝາະສົມກັບເງື່ອນໄຂຕົວຈິງຂອງນະຄອນຫຼວງ. ທີ່ກອງປະຊຸມ, ນະຄອນຈະປະກາດໝາກຜົນແຫ່ງການພັດທະນາເສດຖະກິດ, ສັງຄົມຂອງນະຄອນຫຼວງໃນປີ 2016 ແລະ ໃນ 6 ເດືອນຕົ້ນປີ 2017, ແນະນຳບັນຊີລາຍຊື່ໂຄງການລົງທຶນ, ໄລຍະ 2017 – 2020, ທາບທາມບົດຮຽນ, ເຕັກໂນໂລຢີ, ມາດຕະການພັດທະນາ ຮ່າໂນ້ຍ ຕາມການກຳນົດທິດກາຍເປັນຕົວເມືອງທັນສະໄໝ, ເຊື່ອມໂຍງ ແລະ ພັດທະນາແບບຍືນຍົງ. ພ້ອມກັນນັ້ນ, ກໍ່ລົງນາມໃນບົດບັນທຶກຊ່ວຍຈຳ, ການຮ່ວມມືກັບບັນດາອົງການ, ນັກລົງທຶນ, ວິສາຫະກິດກ່ຽວກັບບັນດາລາຍການ, ໂຄງການລົງທຶນ, ພັດທະນາ.
 (ແຫຼ່ງຄັດຈາກ VOV)

top