ຂ່າວສານ

ຮ່າໂນ້ຍ ກະກຽມໃຫ້ມາດຕະການຮັບມືກັບລະດັບ 4 ຂອງໂລກລະບາດ

ທ່ານນາງ ເຈີນທິຍິຮ່າ ຮອງຫົວຫນ້າພະແນກສາທາລະນະສຸກ ຮ່າໂນ້ຍ ຢືນຢັນ: ຮ່າໂນ້ຍ ໄດ້ກະກຽມອຸປະກອນການແພດ, ພື້ນຖານດ້ານວັດຖຸ ແລະ ແຫລ່ງຊັບພະຍາກອນມະນຸດເພື່ອປິ່ນປົວຄົນເຈັບໃນສະພາບການໂລກລະບາດ ພວມສັບສົນຄືປະຈຸບັນ.


ພະນັກງານການແພດ ຮ່າໂນ້ຍ ສຸດຈິດສຸດໃຈຮັບມືກັບໂລກລະບາດ

ພາບ: TTXVN


ພະແນກສາທາລະນະສຸກ ຮ່າໂນ້ຍ ໃຫ້ຮູ້ວ່າ: ນະຄອນ ຮ່າໂນ້ຍ ໄດ້ກະກຽມມາດຕະການຮັບມືກັບລະດັບ 4 ຂອງໂລກລະບາດ ໂຄວິດ 19 ຕາມທິດນຳ “ 4 ຢູ່ ກັບທີ່”, ຮັບປະກັນຊັບພະຍາກອນມະນຸດພຽງພໍເພື່ອເຂົ້າຮ່ວມການປິ່ນປົວໃຫ້ຄົນເຈັບ ດ້ວຍຈຸດປະສົງ ປິ່ນປົວໃຫ້ຜູ້ຕິດເຊື້ອຫາຍດີ ແລະ ຫລຸດຜ່ອນອັດຕາຜູ້ເສຍຊີວິດຍ້ອນໂຄວິດ 19 ລົງຢູ່ໃນລະດັບຕ່ຳສຸດ. ພິເສດ ແມ່ນປ້ອງກັນ ຄວບຄຸມການຕິດແປດໃນໂຮງໝໍ. ພະແນກສາທາລະນະສຸກ ຮ່າໂນ້ຍ ໄດ້ຊີ້ນຳໃຫ້ບັນດາຫົວຫນ່ວຍກ່ຽວຂ້ອງ ເພີ່ມທະວີວຽກງານກວດພົບຜູ້ຕິດເຊື້ອ ຫລືສົງໃສວ່າຕິດເຊື້ອ ເພື່ອ ແຍກຕົວ, ສົ່ງມາປິ່ນປົວຢູ່ຮາກຖານສາທາລະນະສຸກ. ນອກນັ້ນ ຍັງຝຶກອົບຮົມໃຫ້ພະນັກງານ ຄົນງານເຮັດວຽກຕ່າງໆໃນໂຮງໝໍ ກ່ຽວກັບວຽກງານປ້ອງກັນ, ວິທີປິ່ນປົວຄົນເຈັບ. ທ່ານນາງ ເຈີນທິຍິຮ່າ ຮອງຫົວຫນ້າພະແນກສາທາລະນະສຸກ ຮ່າໂນ້ຍ ຢືນຢັນ: ຮ່າໂນ້ຍ ໄດ້ກະກຽມອຸປະກອນການແພດ, ພື້ນຖານດ້ານວັດຖຸ ແລະ ແຫລ່ງຊັບພະຍາກອນມະນຸດເພື່ອປິ່ນປົວຄົນເຈັບໃນສະພາບການໂລກລະບາດ ພວມສັບສົນຄືປະຈຸບັນ.
 (ແຫຼ່ງຄັດຈາກ VOV)

top