ຂ່າວສານ

ຮ່າໂນ້ຍ, ກວາງນິງ ກວດກາວຽກງານກະກຽມໃຫ້ແກ່ SEA Games 31

ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈຸງອັກແອງ ໄດ້ລົງໄປກວດກາພື້ນຖານດ້ານວັດຖຸ ແລະ ລະດົມກຳລັງໃຈນັກກິລາບັນດາທິມກິລາແຫ່ງຊາດ ທີ່ກະກຽມໃຫ້ແກ່ SEA Games 31.

ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈຸງອັກແອງ ໄດ້ລົງໄປກວດກາພື້ນຖານດ້ານວັດຖຸ ແລະ ລະດົມກຳລັງໃຈນັກກິລາບັນດາທິມກິລາແຫ່ງຊາດ ທີ່ກະກຽມໃຫ້ແກ່ SEA Games 31.

    

ທ່ານ ຈຸງອັກແອງ ລົງໄປກວດກາພື້ນຖານດ້ານວັດຖຸ ແລະ ລະດົມກຳລັງໃຈນັກກິລາ. (ພາບ: TTXVN)

ວັນທີ 03 ພຶດສະພາ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈຸງອັກແອງ ໄດ້ລົງໄປກວດກາພື້ນຖານດ້ານວັດຖຸ ແລະ ລະດົມກຳລັງໃຈນັກກິລາບັນດາທິມກິລາແຫ່ງຊາດ ທີ່ກະກຽມໃຫ້ແກ່ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (SEA Games 31) ທີ່ຝຶກແອບຢູ່ສູນຝຶກແອບ ແລະ ແຂ່ງຂັນກິລາກາຍຍະກຳ ຮ່າໂນ້ຍ; ສະໜາມກິລາໃນຮົ່ມເມືອງ ບັກຕືລຽມ ແລະ ເກົ່າໄຢ.

ສ່ວນຢູ່ແຂວງ ກວາງນິງ ໄດ້ສຳເລັດການກະກຽມພື້ນຖານດ້ານວັດຖຸ, ສະໜາມແຂ່ງຂັນ, ສະໜາມຝຶກແອບ, ສະຖານທີ່ພັກຜ່ອນ, ກິນດື່ມ ແລະ ຝຶກອົບຮົມນັກອາສາສະໝັກຮັບໃຊ້ປະເພດກິລາບານເຕະຍິງ. ສະຫະພັນບານເຕະ ຫວຽດນາມ ໄດ້ສົມທົບກັບຄະນະຈັດຕັ້ງທ້ອງຖິ່ນຜັນຂະຫຍາຍການຝຶກອົບຮົມດ້ານວິຊາການໃຫ້ບັນດານັກອາສາສະໝັກທີ່ໜູນຊ່ວຍວຽກງານຈັດຕັ້ງການແຂ່ງຂັນກິລາປະເພດບານເຕະຍິງຂອງ SEA Games 31.

(ແຫຼ່ງຄັດຈາກ VOV)


top