ຂ່າວສານ

ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ນ້ຳ​ມັນ​ອາຍ​ແກັດ (ສະ​ບັບ​ປັບ​ປຸງ): ສ້າງ​ກົນ​ໄກ​ສະ​ເພາະ​ເພື່ອ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ໃນ​ການ​ເຄື່ອນ​ໄຫວຂະ​ແໜງ​ນ້ຳ​ມັນ​ອາຍ​ແກັດ

ປັດຈຸບັນ, ຫວຽດນາມ ພວມຢູ່ອັນດັບທີ 33 ໃນຈຳນວນ 98 ປະເທດມີປະລິມານກການຜະລິດນ້ຳມັນທີ່ດີຂຸດຄົ້ນໃນປີ 2021.

ປັດຈຸບັນ, ຫວຽດນາມ ພວມຢູ່ອັນດັບທີ 33 ໃນຈຳນວນ 98 ປະເທດມີປະລິມານກການຜະລິດນ້ຳມັນທີ່ດີຂຸດຄົ້ນໃນປີ 2021.

    

ກອງປະຊຸມສາໄໝສາມັນເທື່ອທີ 3 ສາພາແຫ່ງຊາດ ຫວຽດນາມ ຊຸດທີ XV (ພາບ: TTXVN)

ວັນທີ 15 ມິຖຸນາ, ໃນຂອບເຂດກອງປະຊຸມສາໄໝສາມັນເທື່ອທີ 3 ສາພາແຫ່ງຊາດ ຫວຽດນາມ ຊຸດທີ XV,  ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍນ້ຳມັນອາຍແກັດ (ສະບັບປັບປຸງ) ຕາມສະມາຊິກສະພາແຫ່ງຊາດແລ້ວ ນ້ຳມັນອາຍແກັດ ແມ່ນແຫຼ່ງຊັບພະຍາກອນທຳມະຊາດທີ່ມີຄ່າ, ຖ້າພິຈາລະນາກ່ຽວກັບບົດບາດໃນການພັດທະນາເສດຖະກິດແລ້ວ, ຊັບພະຍາກອນນ້ຳມັນອາຍແກັດ ແມ່ນຢູ່ອັນດັບ 2 ຖັດຈາກທີ່ດິນ. ທ່ານ ຟານດຶກຫຽວ ສະມາຊິກສະພາແຫ່ງຊາດ ແຂວງທ໊າຍບິ່ງ ເຫັນດີເປັນເອກະພາບສູງຕໍ່ລັດຖະບານກ່ຽວກັບເປົ້າໝາຍການປັບປຸງກົດໝາຍວ່າດ້ວຍນ້ຳມັນອາຍແກັດຄັ້ງນີ້ ເພື່ອແນໃສ່ເພີ່ມທະວີການດຶງດູດການລົງທຶນຈາກຕ່າງປະເທດ ແລະ ເອກະຊົນ ໃນຂົງເຂດຊອກຫາ, ສຳຫຼວດ ແລະ ຂຸດຄົ້ນນ້ຳມັນອາຍແກັດ. ສະມາຊິກສະພາແຫ່ງຊາດ ໄດ້ສະເໜີວ່າ ຕ້ອງມີນະໂຍບາຍດຶງດູດການລົງທຶນ, ຮັບປະກັນລັກສະນະແກ້ງແຍ່ງແຂ່ງຂັນໃນພາກພື້ນ ແລະ ສາກົນ ແຕ່ບົນພື້ນຖານຄວາມກົມກ່ຽວລະຫ່ວາງຜົນປະໂຫຍດແຫ່ງຊາດ ແລະ ນັກລົງທຶນ.

        ທ່ານຮອງຫົວໜ້າກຳມາທິການວິທະຍາສາດ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດ ຕະດິ່ງທີ ສະເໜີໃຫ້ເພີ່ມເຕີມຂໍ້ກຳນົດກ່ຽວກັບກົນໄກ, ນະໂຍບາຍບຸລິມະສິດເພື່ອດຶງດູດການເຂົ້າຮ່ວມຂອງອົງການຈັດຕັ້ງ, ສ່ວນບຸກຄົນເຂົ້າໃນວຽກງານສຳຫຼວດນ້ຳມັນອາຍແກັດໂດຍພື້ນຖານກໍ່ຄືການເຄື່ອນໄຫວກ່ຽວກັບນ້ຳມັນອາຍແກັດຕ່າງໆ, ໂດຍສະເພາະແມ່ນໃຫ້ບຸລິມະສິດດຶງດູດນັກລົງທຶນຍຸດທະສາດແຖວໜ້າໂລກ ທີ່ມີເຕັກໂນໂລຢີຕົ້ນທາງ, ລະດັບການຄຸ້ມຄອງທີ່ ກ້າວໜ້າ ບົນຫຼັກການສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຫວຽດນາມ.

        ປັດຈຸບັນ, ຫວຽດນາມ ພວມຢູ່ອັນດັບທີ 33 ໃນຈຳນວນ 98 ປະເທດມີປະລິມານກການຜະລິດນ້ຳມັນທີ່ດີຂຸດຄົ້ນໃນປີ 2021.

(ແຫຼ່ງຄັດຈາກ VOV)


top