ຂ່າວສານ

ຮ່ວມ​ແຮງ​ຮ່ວມ​ໃຈ​ເບິ່ງ​ແຍງ​ດູ​ແລ ​ແລະ ຊ່ວຍ​ເຫຼືອຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ

ວັນທີ 4 ມັງກອນ, ຢູ່ນະຄອນ ບາກລຽວ, ແຂວງບາກລຽວຂອງຫວຽດນາມ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ ໄດ້ສົມທົບກັບ ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມແຂວງບາກລຽວ ຈັດຕັ້ງລາຍການ “ບຸນເຕັດເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ”.

ເລື່ອງເບິ່ງແຍງດູແລ, ຊ່ວຍເຫຼືອ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແມ່ນໜ້າທີ່ຄວາມຮັບຜິດຊອບຂອງທັງລະບົບການເມືອງ, ຂອງອໍານາດການປົກຄອງທຸກຂັ້ນ, ທຸກຂະແໜງການ, ບັນດາອົງການຈັດຕັ້ງສັງຄົມ ແລະ ຂອງທັງສັງຄົມ (ພາບ: TTXVN)

ໃນລາຍການ, ຄະນະຈັດຕັ້ງ ໄດ້ມອບຂອງຂວັນ 50 ພູດ ໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ 50 ຄົນ ໃນບໍລິເວນແຂວງບາກລຽວ.

        ຕາມທ່ານພົນໂທ ຫງວຽນວັນຣິງ - ປະທານ ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ ແລ້ວ, ລາຍການ “ບຸນເຕັດເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ” ເຕັມໄປດ້ວຍລັກສະນະວັດທະນະທໍາມະນຸດ, ສະແດງໃຫ້ເຫັນສິນທໍາ “ອຸ້ມຊູຊ່ວຍເຫຼືອ”, “ກິນເຂົ້າຄິດຮອດຄຸນນາກິນປາຄິດຮອດຄຸນນໍ້າ” ທີ່ເປັນມູນເຊື້ອຂອງຊາດຫວຽດນາມ. ເລື່ອງເບິ່ງແຍງດູແລ, ຊ່ວຍເຫຼືອ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແມ່ນໜ້າທີ່ຄວາມຮັບຜິດຊອບຂອງທັງລະບົບການເມືອງ, ຂອງອໍານາດການປົກຄອງທຸກຂັ້ນ, ທຸກຂະແໜງການ, ບັນດາອົງການຈັດຕັ້ງສັງຄົມ ແລະ ຂອງທັງສັງຄົມ. 

(ແຫຼ່ງຄັດຈາກ VOV)


top