ຂ່າວສານ

ຮ່ວມ​ມື​ລັດ​ຖະ​ສະ​ພາ ​ກຳລັງໜູນ​ໃໝ່​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ ຫ​ວຽດ​ນ​າ​ມ - ສະ​ຫະ​ພັ​ນ​ລັດ​ເຊຍ ເລິກ​ເຊິ່ງ​ກ່​ວາ​ອີກ

ທ່ານ ໂງດຶກແມັງເຊື່ອໝັ້ນວ່າ ການຢ້ຽມຢາມລັດເຊຍ ຄັ້ງນີ້ຂອງ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມຈະບັນລຸຜົນສຳເລັດຢ່າງດີງາມ, ສ້າງກຳລັງໜູນໃໝ່ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ພັດທະນາກ່ວາອີກ, ປະກອບສ່ວນເຂົ້າການພັດທະນາຈະເລີນເຕີບໂຕຢູ່ແຕ່ລະປະເທດ ແລະ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໂລກ.

ທ່ານ ໂງດຶກແມັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ (ພາບ: TTXVN)
 

ເມື່ອຕອບສຳພາດຕໍ່ນັກຂ່າວກ່ອນການຢ້ຽມຢາມສະຫະພັນລັດເຊຍ ຂອງ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ( 8 – 11 ທັນວາ). ທ່ານ ໂງດຶກແມັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ ໄດ້ເນັ້ນໜັກວ່າ ລັດເຊຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ ແລະ ການຢ້ຽມຢາມຄັ້ງນີ້ດ້ວຍຫຼາຍເນື້ອໃນທີ່ມີຊີວິດຊີວາໃນ ປີ ຫວຽດນາມ - ລັດເຊຍ ແລະ ລັດເຊຍ - ຫວຽດນາມ ໂດຍສະແດງໃຫ້ເຫັນລັກສະນະພິເສດ, ຫຼາຍດ້ານຂອງການພົວພັນຮ່ວມມືສອງຝ່າຍ. ການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃນຖານະເປັນການນຳ ສະພາແຫ່ງຊາດ ຫວຽດນາມ ແມ່ນມີຄວາມໝາຍສຳຄັນ, ສືບຕໍ່ຢັ້ງຢືນນະໂຍບາຍທາງການທູດສະເໝີຕົ້ນສະເໝີປາຍ ຂອງ ຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນ ແລະ ມີຄວາມປາດຖະໜາຢາກປັບປຸງ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານໃຫ້ດີກ່ວາອີກ, ຖືລັດເຊຍແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ ແລະ ມີຄວາມໄວ້ເນື້ອເຊື່ອໃຈແຖວໜ້າຂອງ ຫວຽດນາມ.

        ທ່ານ ໂງດຶກແມັງເຊື່ອໝັ້ນວ່າ ການຢ້ຽມຢາມລັດເຊຍ ຄັ້ງນີ້ຂອງ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມຈະບັນລຸຜົນສຳເລັດຢ່າງດີງາມ, ສ້າງກຳລັງໜູນໃໝ່ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ພັດທະນາກ່ວາອີກ, ປະກອບສ່ວນເຂົ້າການພັດທະນາຈະເລີນຮູ່ງເຮືອງຢູ່ແຕ່ລະປະເທດ ແລະ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໂລກ.

(ແຫຼ່ງຄັດຈາກ VOV)


top