ຂ່າວສານ

ຮ່ວມແຮງຮ່ວມໃຈເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ພື້ນຖານເສດຖະກິດ

ໃນໄຕມາດ I ຂອງປີນີ້, GDP ຂອງ ຫວຽດນາມ ບັນລຸລະດັບການເຕີບໂຕ 3,32%, ເຖິງວ່າແມ່ນລະດັບຕ່ຳເມື່ອທຽບໃສ່ໄລຍະດຽວກັນຂອງຫຼາຍປີມານີ້ກໍ່ຕາມ, ແຕ່ໃນສະພາບການປະສົບກັບຄວາມຫຍຸ້ງຍາກອັນໃຫຍ່ຫຼວງຂອງພື້ນຖານເສດຖະກິດໂລກ, ໝາກຜົນນີ້ແມ່ນດີພໍສົມຄວນ.
ທ່ານ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີຢູ້ງ (ພາບ:hanoimoi.com.vn)

ແຕ່ເຖິງຢ່າງໃດກໍ່ຕາມ, ຕາມການຕີລາຄາຂອງສະມາຊິກສະພາແຫ່ງຊາດຫຼາຍທ່ານແລ້ວ, ບັນດາສິ່ງທ້າທາຍສຳລັບເສດຖະກິດ ຫວຽດນາມ ຍັງພວມຢູ່ຕໍ່ໜ້າ, ຮຽກຮ້ອງຕ້ອງມີບັນດາມາດຕະການທີ່ຖືກຕ້ອງ ເພື່ອແກ້ໄຂ, ຈາກນັ້ນ, ຫວຽດນາມ ຈຶ່ງອາດສາມາດບັນລຸໄດ້ເປົ້າໝາຍບັນລຸການເຕີບໂຕ 6,5% ໃນປີ 2023 ຄືແຜນການໄດ້ວາງອອກ.

ບົດລາຍງານກວດກາຄືນໂດຍ ກຳມາທິການເສດຖະກິດຂອງ ສະພາແຫ່ງຊາດ ປະກາດໃນວັນທີ 22 ພຶດສະພາ ໃຫ້ຮູ້ວ່າ, ເສດຖະກິດ ຫວຽດນາມ ມີສັນຍານເຕີບໂຕຊັກຊ້ານັບແຕ່ທ້າຍປີ 2022, ແກ່ຍາວຮອດຕົ້ນປີ 2023 ນີ້, ພາໄປເຖິງໝາກຜົນການເຕີບໂຕ GDP ຂອງ ໄຕມາດ I ບັນລຸພຽງ 3,32%. ເພື່ອບັນລຸເປົ້າໝາຍລະດັບເຕີບໂຕ 6,5% ໃນປີນີ້, ສະເລ່ຍແຕ່ລະໄຕມາດທີ່ຍັງເຫຼືອໃນປີຕ້ອງບັນລຸລະດັບປະມານ 7,5%.

ຮັບຮູ້ບັນດາສິ່ງທ້າທາຍ

ຕາມທ່ານ ຫງວຽນຈີ໊ຢຸ້ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ບັນດາສິ່ງທ້າທາຍໃຫຍ່ທີ່ສຸດຂອງວິສາຫະກິດໃນປະຈຸບັນແມ່ນກະແສເງິນ, ຕະຫຼາດ, ໃບສັ່ງຊື້ສິນຄ້າ ແລະ ຄວາມສາມາດນຳໃຊ້ທຶນ. ສາຍເຫດແມ່ນຍ້ອນຄວາມຫຍຸ້ງຍາກຈາກຕະຫຼາດໂລກ, ຈາກກຳລັງຄວາມສາມາດແກ່ງແຍ້ງຄື: ສະມັດຕະພາບແຮງງານ, ຄວາມສາມາດຮັບມືຂອງພື້ນຖານເສດຖະກິດ ຍັງບໍ່ທັນປັບປຸງຢ່າງວ່ອງໄວໄດ້. ນອກຈາກນັ້ນ, ວິສາຫະກິດຫຼາຍແຫ່ງກໍ່ມີຄວາມວິຕົກວັງວົນກ່ຽວກັບສະພາບການປະຕິບັດບັນດາລະບຽບການບໍລິຫານຢູ່ຫຼາຍທ້ອງຖິ່ນ. ຖ້າຫາກບໍ່ແກ້ໄຂບັນຫານີ້ຢ່າງວ່ອງໄວນັ້ນ ການເຄື່ອນໄຫວຂອງວິສາຫະກິດຈະຖືກຜົນກະທົບ. ຈາກນັ້ນ, ຈະສົ່ງຜົນສະທ້ອນເຖິງພື້ນຖານເສດຖະກິດ.

ກ່ຽວກັບການລົງທຶນສາທາລະນະ, ອັດຕາການປ່ອຍເງິນລົງທຶນສາທາລະນະໃນ 4 ເດືອນຜ່ານມາບັນລຸ 15,6% ຂອງປີ, ເຮັດໃຫ້ມີຄວາມຟຸມເຟືອຍແຫຼ່ງກຳລັງໃຫ້ແກ່ການພັດທະນາ. ທ່ານ ເຈິ່ນຮ່ວາງເງິນ, ຄະນະສະມາຊິກສະພາແຫ່ງຊາດ ນະຄອນ ໂຮ່ຈີມິນ, ຖືວ່າ: ຈຸດສຸມຂອງການເຕີບໂຕເສດຖະກິດ ຂອງ ຫວຽດນາມ ແມ່ນ ການສົ່ງອອກ, ການບໍລິໂພກອຸປະໂພກ ແລະ ການລົງທຶນ. ໃນນັ້ນ, ການສົ່ງອອກ ແລະ ການບໍລິໂພກອຸປະໂພກ ພວມປະສົບກັບຄວາມຫຍຸ້ງຍາກ ຍ້ອນກຳລັງສັ່ງຊື້ຂອງຕະຫຼາດທັງສາກົນ ແລະ ພາຍໃນປະເທດຫລຸດລົງ, ທ່ານໃຫ້ຮູ້ຕື່ມອີກວ່າ:

“ຍັງມີພຽງປັດໄຈທີສາມທີ່ຍັງມີກຳລັງພັດທະນາ. ນັ້ນແມ່ນການລົງທຶນ, ໃນນັ້ນມີການລົງທຶນສາທາລະນະ. ການປ່ອຍເງິນໃນປີ 2022 ແມ່ນປະມານ 500.000 ຕື້ດົ່ງ (ເທົ່າກັບປະມານ 21,2 ຕື້ໂດລາສະຫະລັດ) ໃນປີນີ້ຄາດວ່າແມ່ນ 700.000 ຕື້ດົ່ງ (ເທົ່າກັບປະມານ 29,7 ຕື້ໂດລາສະຫະລັດ). ກຳລັງຄວາມສາມາດນີ້ແມ່ນຈຳເປັນເພື່ອແກ້ໄຂບັນຫາການເຕີບໂຕ. ດັ່ງນັ້ນ, ການລົງທຶນຂອງລັດຕ້ອງແມ່ນກຳລັງໜູນຕົ້ນຕໍໃນໄລຍະປະຈຸບັນ”.

ການແກ້ໄຂບັນດາຄວາມຫຍຸ້ງຍາກ

ເພື່ອບັນລຸໄດ້ເປົ້າໝາຍການເຕີບໂຕ GDP 6,5%, ໃນບັນດາໄຕມາດທີ່ຍັງເຫຼືອ, ລະດັບການເຕີບໂຕ GDP ຕ້ອງບັນລຸລະດັບສະເລ່ຍ 7,5%. ນີ້ແມ່ນສິ່ງທ້າທາຍອັນໃຫຍ່ຫຼວງໃນການບໍລິຫານ ຮຽກຮ້ອງໃຫ້ລັດຖະບານຕ້ອງມີບັນດາມາດຕະການຢ່າງແຮງ, ແກ້ໄຂບັນດາສິ່ງກີດຂວາງທີ່ເກີດຂຶ້ນໃນປະຈຸບັນ.

ກ່ຽວກັບການລົງທຶນສາທາລະນະ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຕ້ອງສະຫລຸບວິທີການຫລຸດຜ່ອນທຶນຂອງບັນດາກະຊວງ, ຂະແໜງການທີ່ມີອັດຕາການປ່ອຍເງິນຕ່ຳ ເພື່ອລົງທຶນໃຫ້ບັນດາໂຄງການສຳຄັນທີ່ຕ້ອງຍູ້ແຮງຄວາມຄືບໜ້າ, ມີຄວາມສາມາດປ່ອຍເງິນໄວ. ພ້ອມກັນນັ້ນ, ຕ້ອງໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນການແກ້ໄຂລະບຽບການກ່ຽວກັບການລົງທຶນ; ສ້າງກົນໄກຕິດຕາມປະຕິບັດການປ່ອຍເງິນການລົງທຶນສາທາລະນະເພື່ອຍູ້ໄວຄວາມຄືບໜ້າ…

ສຳລັບການສຳຜັດແຫຼ່ງທຶນຂອງວິສາຫະກິດ, ສະມາຊິກສະພາແຫ່ງຊາດຫຼາຍທ່ານ ສະເໜີໃຫ້ລັດຖະບານຕ້ອງມີບັນດາມາດຕະການໜູນຊ່ວຍວິສາຫະກິດ ຟື້ນຟູການຜະລິດ, ດຳເນີນທຸລະກິດຕື່ມອີກ. ທ່ານ ເຈິ່ງແອັງຕວັນ, ສະມາຊິກສະພາແຫ່ງຊາດ ນະຄອນ ໂຮ່ຈີມິນ, ຖືວ່າ:

“ສຳລັບສົ້ນເຂົ້າ, ຕ້ອງມີບັນດານະໂຍບາຍໜູນຊ່ວຍໃຫ້ແກ່ບັນດາວິສາຫະກິດຜະລິດ ເພື່ອສົ່ງອອກ. ລັດຖະບານຄວນສືບຕໍ່ມີບັນດາມາດຕະການຢ່າງແຮງກ່ວາ. ນອກຈາກ ບັນດາລາຍຈ່າຍສົ້ນເຂົ້າຖືກຫລຸດຜ່ອນ ຄື: ພາສີນຳເຂົ້າ, ອາກອນມູນຄ່າເພີ່ມ, ນັບທັງບັນດາບ້ວງພາສີນຳໃຊ້ຊັບພະຍາກອນທີ່ດິນ… ອາດຈະໄດ້ພິຈາລະນາຍົກເວັ້ນ, ຕໍ່ກຳນົດເວລາເກັບ, ຫລຸດຜ່ອນດອກເບ້ຍເງິນກູ້, ຕິດຕາມກວດກາຕະຫຼາດໂລກ; ບໍລິຫານຕາມທ່າອ່ຽງຫລຸດຜ່ອນດອກເບ້ຍສິນເຊື່ອທີ່ໃຫ້ກູ້ຢຶມເພື່ອໃຫ້ບັນດາວິສາຫະກິດອາດສາມາດສຳຜັດແຫຼ່ງທຶນໄດ້ງ່າຍດາຍກ່ວາ”.

ໃນສະພາບການຂາດແຄນໃບສັ່ງຊື້ສິນຄ້າແຕ່ທ້າຍປີ 2022 ຍັງຄົງສືບຕໍ່ເກີດຂຶ້ນໄດ້ເຮັດໃຫ້ວິສາຫະກິດຫຼາຍແຫ່ງຕ້ອງຮັດແຄບຂອບຂະໜາດການຜະລິດ, ທ່ານ ຮ່າສີດົ່ງ, ສະມາຊິກສະພາແຫ່ງຊາດແຂວງ ກ໊ວາງຈິ, ສະເໜີວ່າ:

“ຕະຫຼາດສົ່ງອອກຖືກຂາດວັກຂາດຕອນ, ສິນຄ້າຂອງຫຼາຍວິສາຫະກິດຖືກຄ້າງສາງ. ການຜະລິດຂອງວິສາຫະກິດປະສົບກັບຄວາມຫຍຸ້ງຍາກ. ດັ່ງນັ້ນ, ຕ້ອງກວດກາ, ຕີລາຄາຢ່າງຄົບຖ້ວນ, ລະອຽດກ່ວາ ແລະ ຕ້ອງຍົກອອກມາດຕະການໃຫ້ດີທີ່ສຸດ, ໃນນັ້ນ ມາດຕະການສິນເຊື່ອແມ່ນສຳຄັນທີ່ສຸດ. ທີສອງແມ່ນມາດຕະການເຊື່ອມຕໍ່ບັນດາຕະຫຼາດສົ່ງອອກ ເພື່ອແກ້ໄຂບັນຫາວຽກເຮັດງານທຳ. ທີສາມແມ່ນກວດກາຄືນບັນດາລະບອບລະບຽບການ, ກົນໄກ, ນະໂຍບາຍປະກາດໃຊ້ ທີ່ຍັງບໍ່ແທດຈິງ. ຕ້ອງແບ່ງຂັ້ນ, ແບ່ງສິດອຳນາດໃຫ້ບັນດາທ້ອງຖິ່ນຢ່າງແຮງກ່ວາ, ອີງໃສ່ນັ້ນ ຄວາມຫວັງດ້ານເສດຖະກິດຈະໄດ້ຮັບການຟື້ນຟູ”.

ເກືອບເຄິ່ງປີໄດ້ຜ່ານພົ້ນໄປແລ້ວ, ເປົ້າໝາຍການເຕີບໂຕ GDP 6,5% ທີ່ວາງອອກໃຫ້ປີ 2023 ແມ່ນສິ່ງທ້າທາຍໃຫຍ່ຫຼວງ. ນອກຈາກເລື່ອງສັງເກດແຈ້ງບັນດາສິ່ງທ້າທາຍນັ້ນແລ້ວກໍ່ ຮຽກຮ້ອງໃຫ້ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ມານະພະຍາຍາມຜັນຂະຫຍາຍ ບັນດາມາດຕະການຢ່າງຄົບຊຸດ ເພື່ອຊ່ວຍໃຫ້ ຫວຽດນາມ ຊອກຫາໂອກາດພັດທະນາໃໝ່, ກຳລັງໜູນສູ້ຊົນເພື່ອປະຕິບັດເປົ້າໝາຍໃຫ້ສຳເລັດ.


top