ຂ່າວສານ

ຮ່ວມແຮງຮ່ວມໃຈລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກຍິງ

      ວັນທີ 22 ຕຸລາ ຢູ່ ຮ່າໂນ້ຍ ໄດ້ດຳເນີນ ພິທີປຸກລະດົມລາຍການຍ່າງເພື່ອຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ປີ 2017. 
ມີນັກທ່ອງທ່ຽວສາກົນຫລາຍຄົນກໍ່ເຂົ້າຮ່ວມລາຍການ

ພາບ:baomoi
      ລາຍການດັ່ງກ່າວໂດຍມີການເຂົ້າຮ່ວມຂອງຜູ້ອາສາສະໝັກວ່າ10.000 ຄົນ ຊື່ງແມ່ນລັດຖະກອນ, ນັກຮຽນ, ນັກສຶກສາຢູ່ບໍລິເວນນະຄອນ ຮ່າໂນ້ຍ ແລະ ບັນດາແຂວງອ້ອມຂ້າງ. ອ້າຍ ຟ້າມວັນເຕີຍ, ຫົວຫນ້າສະໂມສອນກຸສົນແຫ່ງຊາດ, ຜູ້ລິເລິ່ມສ້າງລາຍການດັ່ງກ່າວໃຫ້ຮູ້ວ່າ: “ລາຍການຍ່າງເພື່ອຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ປີ 2017” ແມ່ນເຫດການທຳອິດກ່ຽວກັບການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຖືກຈັດຂຶ້ນ ແລະ ຫວັງວ່າ ໃນຊຸມປີຈະມາເຖິງ, ແຕ່ລະປີ  ລາຍການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຈະຖືກຈັດຂຶ້ນເປັນປະຈຳ. ພິທີປຸກລະດົມດັ່ງກ່າວແມ່ນສະແດງໃຫ້ເຫັນ ການຊຸກຍູ້ສະຕິຄວາມຮັບຜິດຊອບຂອງສັງຄົມ, ເພີ່ມທະວີສະຕິໃນວົງຄະນາຍາດກ່ຽວກັບບັນຫາຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ .
(ແຫຼ່ງຄັດຈາກ VOV)

top