ເສດຖະກິດ

ຮ່ວມເດີນທາງກັບຊາວໜຸ່ມບັນດາເຜົ່າ ໃນການພັດທະນາເສດຖະກິດ

ຮ່ວມເດີນທາງກັບ​ບັນດາ​ເມືອງ​ພູດ​ອຍ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງ ຍາກ​ທີ່​ສຸດ ​ຂອງ​ ແຂວງ ຮ່າ​ຢາງ ​ໃນຕະຫຼອດເວລາ 17 ປີຜ່ານ ມາ, ອົງການ Plan International ຫວຽດນາມ​ໄດ້​ປະຕິບັດ​ຫຼາຍ​ໂຄງການ, ພິ​ເສດ​ແມ່ນ​ການ​ເຄື່ອນ​ໄຫວ​​ ຊ່ວຍເຫຼືອ​ຝຶກ​ອົບ ຮົມ​ວິຊາ​ຊີບ​ໃຫ້​ໄວ​ໜຸ່ມ, ເຍົາວະຊົນ, ຊ່ວຍ​ເຫຼືອກໍ່ສ້າງ​ແລະ ພັດ ທະນາ​ ແບບຢ່າງ​ການລ້ຽງຊີບ ​ໃຫ້ແກ່ສະມາຊິກ​ຊາວ​ໜຸ່ມ, ເຍົາ ວະຊົນ ​ແລະ ບັນດາ​ຄອບຄົວ​ມີສະພາບການເປັນຢູ່ທີ່​ຫຍຸ້ງຍາກ. ຍ້ອນ​ແນວ​ນັ້ນ, ຫຼາຍ​ຄົນໃນຈຳນວນນັ້ນ ໄດ້​ດຳ​ເນີນ​ທຸລະ​ກິດ​ຢ່າງ​ສຳ​ເລັດ​ຜົນ, ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ເທື່ອ​ລະ​ກ້າວ​ແລະ ພັດທະນາ​ເສດຖະກິດ ​ຄອບຄົວ​ຢ່າງ​ມີ​ປະສິດທິ​ຜົນ.

ພວກ​ຂ້າພະ​ເຈົ້າ​ໄດ້​ຕິດຕາມ ເຈົ້າໜ້າທ່ີ ​ໂຄງການ Plan International ຢູ່ ຮ່າ​ຢາງ ​ໄປ​ຢ້ຽມຢາມ​ຄອບຄົວ​ ຂອງ​​ ນາງ ຈ໋າງ ທິຈຳ (ຕາ​ແສງ ຕ໊າຍີ່ວ, ​ເມືອງ ຊີນເມີ່ນ). ນາງ​ ຈໍາ ​ໃຫ້ຮູ້ວ່າ ​ແຕ່​ກ່ອນ, ນາງ ​ເຮັດ​ວຽກ​ເປັນ​ກຳມະກອນ ​ຢູ່​ໄກ​ບ້ານ. ຈາກນັ້ນ, ນາງ ຈຳ ໄດ້ເຂົ້າຮ່ວມຊຸດຝຶກອົບຮົມເຕັກນິກການປູກຝັງ ໃນໂຄງການຂອງ ອົງການ Plan International. ນາງ ຈຳ ເລົ່າສູ່ຟັງວ່າ: “ໃນເມື່ອກ່ອນ, ຜັກ ທີ່ປູກຢູ່ເຮືອນສ່ວນຫຼາຍແມ່ນໃຊ້ເພື່ອລ້ຽງສັດ, ແຕ່ປັດຈຸບັນ ຂ້າພະເຈົ້າໄດ້ປະຕິບັດຕາມເຕັກນິກການປູກ ແບບ ໃໝ່ ຈຶ່ງມີໄວ້ເພື່ອຂາຍໃຫ້ທຸກຄົນ”.

 

ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​​ຊ່ວຍເຫຼືອ ​ໃນ​ການ​ປູກ​ຝັງ ​ເທົ່າ​ນັ້ນ, ນາງ​ ຈຳ ​ຍັງ​ໄດ້​ຮັບ​ການ​ຊ່ວຍເຫຼືອ​ຈາກອົງການ Plan International ເຄື່ອງ​ບົດຊີ້ນ ແລະ ​ຂອບ​ເພື່ອ​ເຮັດ ​ຢໍ່ຂາຍ​ຢູ່​ບ້ານ​ໃນ​ລາ​ຄາ 200.000 ດົ່ງ ຕໍ່ ກິໂລກຣາມ. ຈາກ​ການ​ອອກ​ຈາກ​ບ້ານ​ໄປ​ເຮັດ​ວຽກໄກ, ມາ​ຮອດ​ປັດ​ຈຸ​ບັນ​ ນາງ​ ຈ໋າງທິຈໍາ ​ບໍ່​ເປັນ​ຫ່ວງ​ ກ່ຽວກັບເສດຖະກິດ ​ຂອງ​ ຄອບ​ຄົວ ​ອີກ​ແລ້ວ.

ພະນັກງານໂຄງການ Plan International ໃຫ້ການຝຶກອົບຮົມ ກ່ຽວກັບເຕັກນິກການຜະລິດ ແລະ ພັດທະນາຕະຫຼາດ ເພື່ອຊອກຫາບ່ອນຈຳໜ່າຍຜະລິດຕະພັນ. ພາບ: ຫວຽດເກື່ອງ/VNP
 

ຈາກ​ເມືອງ ​ຊີນເມີ່ນ, ພວກ​ຂ້າ​ພະ​ເຈົ້າ​ ໄດ້​ໄປ​ຍັງຕາ​ແສງ ໂປ​ໂລ່, ເມືອງ ຮ​ວ່າງ​ຊູ​ຟີ່. ທ່ານ ລູ່ຕວັນແທ່ງ, ຮອງປະທານຄະນະກຳມະ ການປະຊາຊົນ ຕາແສງ ໂປໂລ່ ໃຫ້ຮູ້ວ່າ: ຊາວໜຸ່ມທີ່ໄດ້ຮັບຜົນປະໂຫຍດ ຈາກໂຄງການແມ່ນໄດ້ຮັບການຊ່ວຍເຫຼືອດ້ວຍເບ້ຍໄມ້, ສັດນ້ອຍ, ອຸປະກອນ ແລະ ທັກສະດ້ານການຕະຫຼາດ ເພື່ອສົ່ງເສີມຜະລິດຕະພັນ ກໍ່ຄືການເຊື່ອມຕໍ່ກັບບັນດາໂຮງຮຽນ ເພື່ອຈຳໜ່າຍຜະລິດຕະພັນຂອງເຂົາເຈົ້າ.

ແຕ່ກ່ອນ, ຄອບຄົວ​ຂອງ​ນາງ ລູ່ທິລຽນ ​ເຄີຍ​ເຮັດ​ໄຮ່​ ​ແລະ ຜະລິດ ເຕົ້າຮູ້ ຕາມ​ເຕັກນິກ​ຫັດຖະກຳ​ພື້ນ​ເມືອງ ​ຂອງ ​ພໍ່​ແມ່. ນັບ​ແຕ່​ເຂົ້າ​ຮ່ວມ​ໂຄງການ ​ຂອງ ອົງການ Plan International ​​ຝຶກ​ອົບຮົມ​ການ​ຜະລິດ​ ເຕົ້າຮູ້ ​ແລະ ໄດ້ຮັບຊ່ວຍ​ເຫຼືອເຄື່ອງ​ຈັກເຮັດ ເຕົ້າຮູ້ ​ແລະ ​ເຊື່ອມ​ຕໍ່​ການ​ຈຳໜ່າຍຜະລິດຕະພັນ​ ໃຫ້​ບັນດາ​ໂຮງຮຽນ​ໃນ​ຕາ​ແສງ, ສະນັ້ນ ນາງ ​ຈຶ່ງມີ​ລາຍ​ຮັບ 7 ລ້ານ​ດົ່ງຕໍ່​ເດືອນ. ສ່ວນ ຄອບຄົວນາງ ລີທິລີ່ ເມື່ອເຂົ້າຮ່ວມການຝຶກອົບຮົມ ແລະ ການຕະຫຼາດ ຜະລິດຕະພັນ ຂອງ ໂຄງການ,  ນັບແຕ່ການສ້າງເສດ ຖະກິດຄອບຄົວ ໂດຍການນຳເອົາຜັກໄປຂາຍຢູ່ຕະຫຼາດ ແຕ່ລະຄັ້ງ, ມາຮອດປັດຈຸບັນ ໄດ້ປູກຕົ້ນມອນ 7.000 ຕົ້ນ ໃນເນື້ອທີ່ເກືອບ 2.000 ມ2, ສ້າງລາຍຮັບໄດ້ປະມານ 40 ລ້ານດົ່ງຕໍ່ລະດູໜຶ່ງ ຈາກການຂາຍທາງອອນລາຍ.

 

 

ນອກຈາກ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ຂອງ​ ໄວ​ໜຸ່ມ​ແຂວງ ຮ່າ​ຢາງ, ​ໂຄງການ​ຍັງ​ໄດ້​​ຊ່ວຍເຫຼືອ ​ກໍ່ສ້າງ​ສູນ​ຮຽນ​ຮູ້​ ຂອງ ​ຊຸມ​ຊົນ 6 ​ແຫ່ງ​ ໃນ​ຕາ​ແສງ ພ້ອມ​ອຸປະກອນ​ຄົບ​ຊຸດ​ ເພື່ອໃຫ້​​ຊາວ​ໜຸ່ມ​ບັນ ດາ​ເຜົ່າ ​ສ່ວຍໜ້ອຍ ສາມາດເຊື່ອມ​ໂຍງ​ເຂົ້າ​ກັບ​ການ​ແລກປ່ຽນ, ຄົ້ນ​ຄວ້າ​ຕະຫຼາດ, ເຜີຍແຜ່ ແລະ ຊຸກຍູ້​ການ​ບໍລິ​ໂພ​ກຜະລິດ​ຕະພັນ​ກະ​ເສດ.

ທ່ານ ເຢືອງວັນຕຸຍ, ຜູ້ອໍານວຍການໂຄງການເຂດ ຮ່າຢາງ ໃຫ້ຮູ້ວ່າ: ເພື່ອປະຕິບັດໂຄງການຢ່າງມີປະສິດທິຜົນ, ຫ້ອງການ Plan ຢູ່ແຂວງ ຮ່າຢາງ ແລະ ບັນດາຄູ່ຮ່ວມມືໄດ້ຈັດຕັ້ງບັນດາທິດທາງແຜນການຢ່າງເຂັ້ມງວດນັບແຕ່ການລົງທະບຽນເຂົ້າຮຽນເຖິງານ ຈັດຕັ້ງບັນດາກາເຄື່ອນໄຫວຝຶກອົບຮົມ. ພາຍຫຼັງ 3 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ແຕ່​ເດືອນ ມີນາ 2021 ຫາເດືອນ ກຸມພາ 2024, ​ໂຄງການ​ໄດ້​ຜັນຂະຫຍາຍ ການ​ຊ່ວຍ​ເຫຼືອ ຊາວ​ໜຸ່ມ​ອາຍຸ 15-30 ປີ ຈໍານວນ 1.920 ຄົນ​ ຢູ່ 8 ຕາ​ແສງຄື: ຕາ​ແສງ ໜ່ານ​ມາ, ຕ້າຍີ່ວ, ເນີມເຢີນ ຂອງເມືອງ​ ຊີນເມີ່ນ ​ແລະ ຕາ​ແສງ ​ເຕີນຕຽນ, ​ໂປ​ໂລ່, ບ້ານ ລວກ, ຈຽນໂຟ, ຕູ້ເຍີນ ຂອງເມືອງ ​ຮວ່າງ​ຊູ​ຟີ່ ​ຜ່ານການ​ຈັດ​ຊຸດ​ຝຶກອົບຮົມ 96 ​ຊຸດ​​ກ່ຽວ​ກັບ​ການ​ປູກຝັງ ​ແລະ ລ້ຽງ​ສັດ, 4 ຊຸດ​ຝຶກ​ອົບຮົມ​ການ​ປຸງ​ແຕ່ງ​ ​ເຕົ້າ​ຮູ້, ຢໍ່ຈ້າ, ຊີ້ນ​ແຫ້ງ, ນ້ຳເຜິ້ງ ​ແລະ ນ້ຳມັນ​ຂີງ, ໄປ​ຢ້ຽມຢາມ​ຕົວ​ແບບ ເພື່ອຮຽນຮູ້ປະ ສົບການຍົກສູງທັກສະການຜະລິດ ແລະ ເພີ່ມລາຍຮັບ ທັງໝົດ 42 ຄັ້ງ.

ປະຕິບັດ: VNP/ເງິນຮ່າ - ພາບ: ຫວຽດເກ່ືອງ - ແປໂດຍ: ຢືຟຽນ


top